ກອງປະຊຸມຮັບຮອງຜົນການຄົ້ນຄວ້າ ນິຕິກໍາຂອງລາວ ກ່ຽວກັບວຽກຄວາມປອດໄພ ແລະສຸຂະພາບແຮງງານ ຈັດຂຶ້ນຕອນເຊົ້າວັນທີ 12 ຕຸລາ 2023 ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໂດຍມີວິຊາການຈາກອົງການແຮງງານສາກົນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານຄໍາພັດ ອ່ອນລາສີ ຮອງຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະສະຫວັດດີການສັງຄົມ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນການສຶກສາວິເຄາະບົດບັນຍັດທີ່ກ່ຽວຂ້ອງກັບກົດໝາຍ ແລະລະບຽບການລະດັບຊາດຂອງ ສປປ ລາວພ້ອມທັງຂໍ້ມູນທີ່ມີຢູ່ໃນການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວໃນພາກປະຕິບັດກ່ຽວກັບ OSH ແລະມາດຕະຖານແຮງງານສາກົນ ຊື່ງລັດຖະບານເຮົາ ຍາມໃດກໍໃຫ້ຄວາມສຳຄັນ ແລະ ຖືເອົາວຽກງານຄວາມປອດໄພ ແລະ ສຸຂະພາບແຮງານເປັນບູລິມະສິດໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ. ນອກນັ້ນກໍເພື່ອຮັບປະກັນສິດທິຂັ້ນພື້ນຖານຂອງຜູ້ອອກແຮງງານໃນການເຮັດວຽກທີ່ມີຄວາມປອດໄພ ແລະ ມີສຸຂະພາບແຮງງານທີ່ດີຮຽກຮ້ອງທຸກພາກສ່ວນ ທັງພາກລັດ ແລະ ພາກເອກະຊົນ ໂດຍສະເພາະແມ່ນອົງການຈັດຕັ້ງສາມຝ່າຍ ຫຼື ຂະແໜງການກ່ຽວຂ້ອງ ຕ້ອງໄດ້ເພີ່ມທະວີຮ່ວມມືກັນ ແລະ ເອົາໃຈໃສ່ເຮັດໜ້າທີ່ຂອງຕົນ ເຂົ້າໃນວຽກງານດັ່ງກ່າວ ເພື່ອພັດທະນາວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຢູ່ລາວ ເຮົາ ໃຫ້ໄດ້ຮັບຜົນສໍາເລັດໃນປະຈຸບັນ ກໍຄືໃນອະນາຄົດ ເພື່ອເລັ່ງໃສ່ປ້ອງກັນ ຫຼື ຫຼຸດຜ່ອນການເກີດອຸບັດຕິເຫດແຮງງານ ແລະ ພະຍາດອາຊີບຈາກການເຮັດວຽກ. ຊື່ງການເກີດອຸປະຕິເຫດຈາກການເຮັດວຽກ ແມ່ນສ້າງຄວາມສູນເສຍໂດຍທາງກົງ ແລະ ທາງອ້ອມ ເຊັ່ນ ຮັບການບາດເຈັບ, ພິການ, ເສຍຊີວິດ ແລະ ເປັນໂລກພະຍາດຍ້ອນການເຮັດວຽກ ຫຼື ຊັບສິນຕ່າງໆ.
ປະຈຸບັນລັດຖະບານ ໄດ້ກໍານົດນະໂຍບາຍ, ນິຕິກໍາ ແລະ ລະບຽບການຕ່າງດ້ານວຽກງານແຮງງານຄວາມປອດໄພ ແລະ ສຸຂະພາບແຮງງານ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນ ກົດໝາຍວ່າດ້ວຍແຮງງານສະບັບປຸງ ປີ 2013, ດໍາລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ປີ 2019, ຄໍາສັ່ງແນະນໍາ ວ່າດ້ວຍການແຕ່ງຕັ້ງພ/ງ ແລະ ໜ່ວຍງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ປີ 2015, ຂໍ້ຕົກລົງວ່າດ້ວຍການກໍານົດວຽກທີ່ເປັນອັນຕະລາຍ ທີຫ້າມນໍາໃຊ້ແຮງງານໄວໜຸ່ມ, ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງເຈົ້າໜ້າທີ່ກວດກາແຮງງານ, ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາລາຍຊື່ ພະຍາດອາຊີບຢູ່ ສປປ ລາວ ປີ 2018, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຄວາມປອດໄພ ແລະ ສຸຂະພາບແຮງງານ ຂັ້ນສູນກາງ ປີ 2021, ຂໍ້ຕົກລົງ ລມຕ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຄວາມປອດໄພ ແລະ ສຸຂະພາບແຮງງານ ຂັ້ນແຂວງ ປີ 2010 ແລະ ລະບຽບການອື່ນໆ. ນອກນັ້ນ ລາວເຮົາກໍໄດ້ຮັບຮອງ ແລະປະກາດໃຫ້ສັດຕະຍາບັນແກ່ສົນທິສັນຍາອົງການແຮງງານສາກົນ ສະບັບເລກທີ 155 ວ່າດ້ວຍຄວາມປອດໄພແລະສຸຂະພາບແຮງງານ ແລະສະບັບເລກທີ 187 ວ່າດ້ວຍຂອບແຜນງານສົ່ງເສີມຄວາມປອດໄພແລະສຸຂະພາບແຮງງານ ແລະ ແຜນງານແຫ່ງຊາດ 5 ປີ ຄັ້ງທີ III (2022-2026) ດ້ານຄວາມຄວາມປອດໄພ ແລະ ສຸຂະພາບແຮງງານໃນ ສປປ ລາວ ກໍໄດ້ກໍານົດຫຼາຍກິດຈະກຳ ແລະ ການເກັບກຳ, ບັນທຶກ ແລະ ລາຍງານຂໍ້ມູນ ກ່ຽວກັບອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ກໍແມ່ນກິດຈະກໍາໜຶ່ງທີ່ນອນຢູ່ໃນແຜນງານດັ່ງກ່າວ ທີ່ທາງອົງການ 3 ຝ່າຍ ແລະ ຂະແໜງການກ່ຽວຂ້ອງ ຈະຕ້ອງໄດ້ຈັດຕັ້ງປະຕິບັດຮ່ວມກັນເພື່ອໃຫ້ບັນລຸຕາມເປົ້າໝາຍ.
ໃນກອງປະຊຸມແຮງງານສາກົນຄັ້ງທີ 110, ໄດ້ຮັບຮອງເອົາ“ມະຕິກ່ຽວກັບການລວມເອົາສະພາບແວດລ້ອມແຫ່ງການເຮັດວຽກທີ່ປອດໄພ ແລະມີສຸຂະພາບດີເຂົ້າໃນຂອບເຂດຫຼັກການແລະສິດພື້ນຖານຂອງອົງການ ILO”ແລະສົນທິສັນຍາວ່າດ້ວຍຄວາມປອດໄພແຮງງານ ໃນປີ 1981 ແລະສົນທິສັນຍາຂອບການສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານ ສະບັບເລກທີ່ No.187 ໃນປີ 2006.ເປັນສົນທິສັນຍາພື້ນຖານພາຍໃຕ້ຖະແຫຼງການ.
ນອກນັ້ນ ສປປ ລາວ ຍັງໄດ້ໃຫ້ສັດຕະຍາບັນສົນທິສັນຍາ 155 ແລະສົນທິສັນຍາ 187ໃນເດືອນກໍລະກົດ 2022 ດັ່ງນັ້ນ,ໂຄງການຮ່ວມມືລະຫວ່າງ ILO-ສ.ເກົາຫຼີ,“ການເສີມຂະຫຍາຍ ແລະຈັດຕັ້ງປະຕິບັດມາດຕະຖານຄວາມປອດໄພແລະສຸຂະພາບແຮງງານຢູ່ ສປປ ລາວ”, ໄດ້ສະຫນັບສະຫນູນການສຶກສາປຽບທຽບເພື່ອກໍານົດຊ່ອງຫວ່າງ ລະຫວ່າງກົດຫມາຍ, ລະບຽບການ, ແລະນະໂຍບາຍລະດັບຊາດທີ່ມີຢູ່ແລ້ວ.


