ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການເງິນ ຮ່ວມກັບບັນດາຜູ້ປະກອບການນຳເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ໄດ້ຮ່ວມກັນປຶກສາຫາລື ອົງປະກອບຂອງໂຄງສ້າງລາຄານໍ້າມັນ ຊອກຫາວິທີການປະຄັບປະຄອງລາຄານໍ້າມັນບໍ່ໃຫ້ມີການເໜັງຕີງສູງເກີນໄປ ເພື່ອຮັກສາໄດ້ຕາມໂຄງສ້າງລາ ຄານໍ້າມັນເຊື້ອໄຟ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 6 ມີນາ 2022 ທີ່ກະຊວງ ອຸດສາຫະກໍາ ແລະການຄ້າ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກໍາການຄ້າ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ລັດ ຖະມົນຕີກະຊວງການເງິນ ໂດຍມີພະນັກງານວິຊາກົມກ່ຽວຂ້ອງ ມີສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ພ້ອມດ້ວຍບັນດາບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ເຂົ້າຮ່ວມ.
ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ຊອກວິທີທາງໃນການຜັນຂະຫຍາຍ ຂໍ້ 1 ໃນແຈ້ງ ການ ເລກທີ 395/ຫສນຍ ລົງວັນທີ 25/3/2022 ເພື່ອລະດົມຄວາມຄິດຄວາມເຫັນ ຫາວິທີແກ້ໄຂບັນຫາກ່ຽວກັບການປັບບາງໂຄງສ້າງລາຄານໍ້າມັນ ໂດຍສະເພາະເຮັດແນວໃດໃຫ້ສາມາດປະຄັບປະຄອງລາຄານໍ້າມັນໃຫ້ໄດ້ ຕາມໂຄງສ້າງລາຄານໍ້າມັນເຊື້ອໄຟ ຄັ້ງວັນທີ 10/3/2022 ກໍຄືແຈ້ງການ ເລກທີ 0260/ອຄ ລົງວັນທີ 9/3/2022 ທີ່ເປັນການຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະ ມົນຕີ. ກອງປະຊຸມຄັ້ງນີ້, ຈະໄດ້ສັງລວມ ແລະ ບັນທຶກຄໍາຄິດຄຳເຫັນ ກໍຄືວິທີທາງໃນການແກ້ໄຂບັນຫາລາຄານໍ້າມັນ ເພື່ອນໍາສະ ເໜີນາຍົກ-ຮອງນາຍົກລັດຖະ ມົນຕີ ເພື່ອພິຈາລະນາໃຫ້ ເຮັດທົດລອງໃນໄລຍະເວລາ 3 ເດືອນ.
ທ່ານ ບຸນໂຈມ ອຸບົນປະເສີດ ກ່າວວ່າ: ກອງປະຊຸມຄັ້ງນີ້, ແມ່ນໄດ້ນຳເອົາທັດສະນະ ກໍຄື ທິດຊີ້ນຳຂອງລັດຖະບານ ໃຫ້ບັນ ດາຜູ້ປະກອບການໄດ້ຮັບຮູ້ ແລະ ອີກດ້ານໜຶ່ງກໍເປັນການຮັບເອົາຄຳຄິດເຫັນຂອງບັນດາຜູ້ປະກອບການ ກ່ຽວກັບການປັບບາງອົງ ປະກອບໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະເພາະໃນໄລຍະທີ່ລາ ຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ.
ປະຈຸບັນ ລັດຖະບານມີທິດທາງຈະຊ່ວຍໜູນໃຫ້ຜູ້ປະກອບການ ແລະ ສັງຄົມ ກໍຄື ປະຊາຊົນ ເພື່ອບໍ່ໃຫ້ລາຄານໍ້າມັນສູງກວ່ານີ້ ຊຶ່ງລັດຖະບານຈະສະໜັບສະໜູນຜູ້ປະກອບການຕ່າງຫາກ ໂດຍຄິດໄລ່ຈາກເຕັກນິກຂອງວິຊາການ ບໍ່ແມ່ນຄິດໄລ່ຈາກຜູ້ປະກອບການ. ສ່ວນອີກວິທີໜຶ່ງ ແມ່ນການປັບຫຼຸດອາກອນຊົມໃຊ້ລົົງ 50% ຕົວ ຢ່າງຄື ອາກອນຊົມໃຊ້ນໍ້າມັນກາຊວນ ປັດຈຸບັນແມ່ນ 21% ຈະຫຼຸດລົງເຫຼືອປະມານ 11%, ອາ ກອນຊົມໃຊ້ນໍ້າມັນແອັດຊັງທຳ ມະດາ ຢູ່ທີ 31% ຈະລົງປະມານ 16%. ແຕ່ຖ້າຫາກການເໜັງຕີງຂອງລາຄາເພີ່ມຂຶ້ນສູງຫຼາຍ ກໍອາດຈະບໍ່ຄິດໄລ່ອາກອນຊົມໃຊ້ເລີຍ ແຕ່ທັງນີ້ທັງນັ້ນ ກໍຕ້ອງໄດ້ຮັບການເຫັນດີຈາກພາກລັດເສຍກ່ອນ.
Loading...