ການຜະລິດກະສິກໍາເປັນສິນຄ້າ ແມ່ນໜຶ່ງໃນເປົ້າໝາຍ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສຸມໃສ່ ໂດຍສະເພາະແມ່ນສິນຄ້າທີ່ສາມາດແຂ່ງຂັນໄດ້ ເຊັ່ນ: ພືດໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ. ໃນນີ້ ກາເຟ ກໍແມ່ນພືດຊະນິດໜຶ່ງ ທີ່ຈັດຢູ່ໃນປະເພດ ພືດໄລຍະຍາວ ເຊິ່ງຊາວກະສິກອນນິຍົມປູກ, ເປັນພືດ ເສດຖະກິດບູລິມະສິດໜຶ່ງທີ່ນອນຢູ່ໃນແຜນພັດທະນາຂອງກະຊວງກະສິກຳ ແລະປ່າໄມ້ ນອກຈາກເຂົ້າ, ສາລີ ແລະ ມັນຕົ້ນ. ປູກເພື່ອບໍລິໂພກພາຍໃນ ແລະ ສົ່ງອອກຕ່າງປະເທດ. ສະນັ້ນ; ເມືອງທ່ແຕງ ແຂວງເຊກອງ ກໍຖືເອົາການສົ່ງເສີມການຜະລິດເປັນສິນຄ້າ ເປັນບັນຫາສໍາຄັນ ໂດຍເນັ້ນໃສ່ມູນເຊື້ອການຜະລິດ ກາເຟ. ໃນນີ້ ຄອບຄົວ ທ່ານ ຄໍາຈັກ ກອນບຸດເຕີ ບ້ານກໍາກອກ ເມືອງທ່າແຕງ ແຂວງເຊກອງ ກໍຢຶດຖືການປູກກາເຟ ເປັນສິນຄ້າ ເຊິ່ງຖືໄດ້ວ່າ ເປັນອີກຄອບຄົວໜຶ່ງ ທີ່ຊ່ວຍໃນການພັດທະນາເສດຖະກິດຂອງເມືອງ ໃຫ້ຈະເລີນເຕີບໂຕ. ປັດຈຸບັນຄອບຄົວທ່ານໄດ້ຄັດເລືອກໃຫ້ເປັນຄອບຄົວຕົວແບບໃນການປູກກາເຟ ຂອງເມືອງທ່າແຕງ.
ທ່ານ ຄໍາຈັກ ກອນບຸດເຕີ ມີອາຍຸ 41 ປີ. ມີສະມະຊິກໃນຄອບຄົວທັງໝົດ 6 ຄົນ,ແຮງງານສົມບູນ 4 ຄົນ. ໃນເມື່ອກ່ອນ ຄອບຄົວລາວ ກໍປູກກາເຟພຽງແຕ່ໜ້ອຍດຽວ, ແຕ່ປູກແບບທໍາມະຊາດ. ຍ້ອນມີແນວທາງການພັດທະນາເສດຖະກິດ-ສັງຄົມ ຂອງພັກ-ລັດ ທີ່ຖືກຕ້ອງ, ສອດຄ່ອງ ແລະ ແທດເໝາະ ກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ແລະ ອີກຢ່າງໜຶ່ງກໍໄດ້,ຮູ້ໄດ້ເຫັນປະເທດອ້ອມຂ້າງໂດຍສະເພາະ ປະເທດຫວຽດນາມ ປູກກາເຟ ພຽງເນື້ອທີ່ໜ້ອຍດຽວ ແຕ່ຜົນເກັບກູ້ພັດສູງ ຈິ່ງເປັນແຮງດຶງດູດຈິດໃຈ ໃຫ້ກັບທ່ານ ຄິດຢາກລົງມືທັນທີ. ທ່ານຈິ່ງຕັດສິນໃຈ ຊອກຮູ້ຮໍ່າຮຽນ ບວກກັບ ວິຊາການຈາກຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງລົງຊຸກຍູ້ສົ່ງເສີມ ທາງດ້ານເຕັກນິກຕ່າງໆ. ທ່ານຈິ່ງຫັນການຜະລິດຈາກທໍາມະຊາດ ກ້າວເຂົ້າສູ່ ການຫັນເປັນອຸດສາຫະກໍາທັນສະໄໝ ຜະລິດເພື່ອເປັນສິນຄ້າ ດ້ວຍການຊອກແນວພັນຈາກຕ່າງປະເທດ ໂດຍສະເພາະປະເທດຫວຽດນາມ. ທ່ານໄດ້ເລີ່ມລົງມືປູກທໍາອິດ ໃນປີ 2016 ຈໍານວນ 1 ເຮັກຕາ, ໂດຍເລັງໃສ່ປູກກາເຟກາງ ເພາະເໝາະສົມກັບສະພາບດິນຟ້າອາກາດ ແລະໄລຍະເວລາຂອງການເກັບກ່ຽວ ພ້ອມທັງບົວລະບັດຮັກສາງ່າຍ,ໃຫ້ໝາກດົກ. ຕໍ່ມາ ປີ 2017 ກໍໄດ້ລົງມືປູກຕື່ມອີກໃນເນື້ອທີ່ 2 ເຮັກຕາ ລວມເປັນ 3 ເຮັກ. ໂດຍໄປຄຽງຄູ່ກັບການບົວລະບັດຮັກສາ ຕາມໄລຍະການຂະຫຍາຍຕົວຂອງຕົ້ນກາເຟ, ຕອນກິ່ງ-ງ່າ ແລະ ແໜງທີ່ເຫັນວ່າບໍ່ສໍາຄັນ ເພື່ອເຮັດໃຫ້ກາເຟອອກດອກໃຫ້ໝາກຫຼາຍ. ພ້ອມນັ້ນກໍຕ້ອງໃສ່ຝຸ່ນໂດຍເນັ້ນຝຸ່ນຄອກ, ເສຍຫຍ້າຂ້າຫຸ່ນ ບໍ່ໃຫ້ຮົກເຮື້ອ, ເຮັດໃຫ້ຕົ້ນກາເຟຈະເລີນເຕີບໂຕ ແລະ ງອກງາມ. ມາຮອດປັດຈຸບັນ ກາເຟທີ່ໄດ້ລົງມືປູກນັ້ນ ສາມາດເກັບກ່ຽວຜົນຜະລິດໄດ້ແລ້ວ 2 ຊຸດ, ລວເປັນເງິນ ກໍປະມານ 135.000.000ກີບ( ໜຶ່ງຮ້ອຍສາມສິບຫ້າລ້ານກີບ). ໂດຍໃນຊຸມປີຜ່ານມາ ສາມາດເກັບກ່ຽວກາເຟໝາກແດງໄດ້ 25 ໂຕນຕໍ່ປີ,ຄິດເປັນເງິນ ປະມານ 60 ລ້ານກວ່າກີບ. ເພາະໃນໄລຍະນັ້ນກາເຟບໍ່ທັນເປັນລາຄາ. ແຕ່ຕົກມາໃນປີນີ້ລາຄາຂອງກາເຟເຫັນວ່າດີພໍສົມຄວນ ຄາດວ່າຜົນເກັບກູກາເຟໃນປີນີ້ ຈະໄດ້ 30 ໂຕນ, ເປັນເງິນ ກໍປະມານ 150.000.000 ກີບ ( ໜຶ່ງຮ້ອຍຫ້າສິບລ້ານກີບ).ນອກນັ້ນ ຄອບຄົວທ່ານ ຄໍາຈັກ ກອນບຸດເຕີ ຍັງລ້ຽງງົວພື້ນບ້ານ, ລ້ຽງປາ ,ປູກຖົ່ວລຽນ ແລະ ໝາກໄມ້ກິນໝາກຊະນິດອື່ນໆຕື່ມອີກ ເພື່ອເປັນລາຍຮັບເສີມ ແລະ ແຮໄວ້ເປັນສະບຽງອາຫານໃຫ້ແກ່ຄອບຄົວ.
ທ່ານ ຄໍາຈັກ ກອນບຸດເຕີ ໃຫ້ຮູ້ຕື່ມອີກວ່າ: ໃນຕໍ່ໜ້າ ກໍມີແຜນທີ່ຈະຂະຫຍາຍເນື້ອທີ່ປູກກາເຟຕື່ມອີກ ຈໍານວນ 7 ເຮັກຕາ. ເພື່ອສ້າງລາຍຮັບເພີ່ມເຕີມໃຫ້ກັບຄອບຄົວ ພາຄອບຄົວຫຼຸດພົ້ນຈາກຄວາມທຸກຍາກ ກ້າວໄປສູ່ ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດ ຂອງເມືອງກໍຄືແຂວງ ແລະ ປະເທດຊາດ.
Cr : ລັດຕະນະພອນ ກອງໄຊສະຫວັດ
Loading...