ສະຫງວນລິຂະສິດ © ສະຖານີ ວິທະຍຸກະຈາຍສຽງແຫ່ງຊາດລາວ

ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

   ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ

ປູກຊາເປັນສິນຄ້າພາໃຫ້ຄອບຄົວພັດທະນາ

ພັກ – ລັດ ເວລາໃດກໍ່ຖືສຳຄັນ ແລະ ເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມການປູກຝັງຕາມທ່າແຮງ ແລະພື້ນທີ່ເໝາະສົມຂອງທ້ອງຖິ່ນ ໂດຍສະເພາະການປູກຊາເປັນສິນຄ້າ ເພື່ອເຮັດໃຫ້ປະຊາຊົນມີອາຊີບທີໜັ້ນຄົງ, ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ; ໂດຍອີງໃສ່ສະພາບທີ່ຕັ້ງ, ຈຸດພິເສດຂອງບ້ານລຸ້ງຈີງ ແລະ ເງື່ອນໄຂທີ່ມີທ່າແຮງບົ່ມຊ້ອນໃນການປູກຊາ ແລະ ບວກກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ ຈຶ່ງໄດ້ເຮັດໃຫ້ຄອບຄົວຂອງທ່ານ ຄຳມ້າວ ລັດ ມີແນວຄວາມຄິດ ທີ່ຈະຂະຫຍາຍເນື້ອທີ່ການປູກຊາໃຫ້ຫຼາຍຂຶ້ນ.

ຍ້ອນເຫັນໄດ້ແນວທາງອັນຖືກຕ້ອງ ແລະ ຍ້ອນຄວາມເປັນຫ່ວງເປັນໃຍຂອງພັກ-ລັດເສີມໃນການປູກຊາເປັນສິນຄ້າ ຄອບຄົວທ່ານ ຄຳມ້າວ ລັດ ຈຶ່ງຫັນເອົາການປູກຊາເປັນສິນຄ້າເປັນອາຊີບຫລັກຂອງຕົນເອງຈົນເຮັດໃຫ້ຄອບຄົວສາມາດພົ້ນທຸກໄດ້ ແລະ ກາຍເປັນຄອບຄົວພັດທະນາ ເຊິ່ງໄດ້ກາຍເປັນຄອບຄົວຕົວແບບໃນການປູກຊາເປັນສິນຄ້າ ຂຶ້ນມາປະກອບຄຳເຫັນ ຕໍ່ກອງປະຊຸມໃຫຍ່ຄະນະບໍລິຫານງານພັກແຂວງ ຜົ້ງສາລີ ຄັ້ງທີ XI.

ຄອບຄົວທ່ານ ຄໍາມ້າວ ລັດ ອາຍຸ 48 ປີ, ຊົນເຜົົ່າພູນ້ອຍ ຢູ່ບ້ານລຸ້ງຈີງ, ເມືອງຜົ້ງສາລີ, ແຂວງຜົົ້ງສາລີທີມີສະມາຊິກຄອບຄົວພຽງແຕ່ 3 ຄົນ, ຍິງ 1 ຄົນ; ແຮງງານຜະລິດ 3 ຄົນ, ຍິງ 1 ຄົນ ຈຶ່ງເຫັນໄດ້ແນວທາງອັນໃສ່ແຈ້ງຂອງພັກ-ລັດ ຈຶ່ງເສີມຂະຫຍາຍທ່າແຮງຂອງຄອບຄົວທີ່ໄດ້ສວນຊາຢູ່ແລ້ວຂະຫຍາຍອອກອີກ ມາຮອດປີ 1992 ຄອບຄົວຂ້າພະເຈົ້າຈຶ່ງໄດ້ເລີ່ມຂະຫຍາຍເນື້ອທີ່ປູກຊາແນວພັນອີກຈໍານວນ 4.000 ຕົ້ນ, ມາຮອດປີ 1996 ໄດ້ປູກເພີ່ມອີກຈໍານວນ 26.000 ຕົ້ນ ແລະ ປີ 1999 ກໍໄດ້ປູກເພີ່ມຕື່ມອີກຈໍານວນ 12.000 ຕົ້ນ. ປະຈຸບັນຄອບຄົວຂ້າພະເຈົ້າມີເນື້ອທີ່ສວນຊາທັງໜົດ 2,5 ເຮັກຕາ, ໃນນັ້ນມີກົກຊາຕົ້ນໃຫຍ່ ຈໍານວນ 1.000 ຕົ້ນ ແລະ ຊາແນວພັນ ຈໍານວນ 42.000 ຕົ້ນ.

ໃນເບື້ອງຕົົ້ນຄອບຄົວຂ້າພະເຈົ້າ ຍັງບໍ່ມີບົດຮຽນປະສົບການໃນການປູກ ແລະ ການບົວລະບັດຮັກສາຕົົ້ນຊາ, ການປູກ ແລະ ການບົວລະບັດຮັກສາຍັງເປັນແບບທຳມະຊາດຕາມທີ່ເຄີຍປະຕິບັດມາ ແຕ່ພາຍຫຼັງທີ່ໄດ້ເຂົົ້າຮ່ວມຮັບຟັງການແນະນໍາວິທີການປູກ, ການບົວລະບັດຮັກສາຈາກວິຊາການຫ້ອງການກ່ຽວຂ້ອງ ແລະ ໄດ້ຖອດຖອນບົົດຮຽນປະສົບການຈາກຜູ້ອື່ນ ນັບທັງບັນດາໂຄງການຕ່າງໆ ທີ່ໄດ້ເຂົົ້າມາຊ່ວຍເຫຼືອຊຸກຍູ້ຢູ່ຂັ້ນບ້ານ ຈຶ່ງໄດ້ເຮັດໃຫ້ຄອບຄົວຂອງຂ້າພະເຈົ້າ ມີບົດຮຽນໃນການປູກ ແລະ ການບົວລະບັດຮັກສາຖືກເຕັກນິກແລະ ໄດ້ຮັບຜົນຜະລິດຫຼາຍຂຶ້ນກວ່າເກົ່າ.

ສຳລັບເຕັກນິກໃນການປູກ ແມ່ນປູກໄລຍະຫ່າງລະຫວ່າງຖັນ 50 x 50 ຊມ, ໄລຍະຫ່າງລະຫວ່າງແຖວແມ່ນ 1 x 1 ແມັດ, ຫຼັງຈາກປູກໄດ້ 3 ປີ ແມ່ນສາມາດເກັບກູ້ຍອດຊາໄດ້. ສ່ວນການບົວລະບັດຮັກສາຕົົ້ນຊາແມ່ນຕ້ອງໄດ້ເສຍຫຍ້າ, ພູນດິນສວນຊາປີໜຶ່ງ 2 ຄັ້ງເຊັ່ນ: ໃນເດືອນ 11 ຫາເດືອນ 12 ແມ່ນຈະຕ້ອງໄດ້ເສຍຫຍ້າ, ພູນດິນ ແລະ ຕັດຕອນຕົົ້ນຊາ, ສ່ວນການເສຍຫຍ້າຮອບ 2 ອາດຈະເບິ່ງຕາມສະພາບຫຍ້າຂຶ້ນຫຼາຍໃນສວນຊາ ໂດຍສະເພາະແມ່ນຕົົ້ນລະດູຝົນ. ນອກຈາກນັ້ນ ການຕັດຕອນຕົ້ນຊາກໍຕ້ອງໃຫ້ຖືກເຕັກນິກ ແລະ ລະດູການນຳອີກ.

ດ້ານການເກັບຜົນຜະລິດ ແລະ ລາຄາ ແມ່ນອີງຕາມລາຄາໂຮງງານເກັບຊື້ໃນແຕ່ລະໄລຍະ:

ຍອດຊາຕົ້ນນ້ອຍ: 1 ຍອດ 2-3 ໃບ ໃນຊ່ວງເດືອນ 6 ຫາເດືອນ 9 ແມ່ນມີລາຄາປະມານ 5,000 ກີບຕໍ່ກິໂລ ແລະ ໃນຊ່ວງເດືອນ 3 ຫາເດືອນ 5 ແມ່ນລາຄາປະມານ 8,000 ກີບຕໍ່ກິໂລ.

ຍອດຊາຕົົ້ນໃຫຍ່: 1 ຍອດ 2-3 ໃບ, ໃນຊ່ວງເດືອນ 6 ຫາເດືອນ 9 ແມ່ນລາຄາປະມານ 8,000 ກີບຕໍ່ກິໂລ ແລະ ໃນຊ່ວງເດືອນ 3 ຫາເດືອນ 5 ແມ່ນລາຄາປະມານ 35,000 ກີບຕໍ່ກິໂລ.

        ສຳລັບລາຍຮັບ ໃນການປູກຊາເປັນສິນຄ້າຂອງຄອບຄົວຂ້າພະເຈົ້າ ຖ້າທຽບໃສ່ອາຊີບອື່ນແລ້ວແມ່ນອາດຈະບໍ່ຫຼາຍ ແຕ່ມັນກໍເປັນອາຊີບໜຶ່ງທີ່ບໍລິສຸດ, ບໍ່ໄດ້ລົງທຶນຫຼາຍ ແລະ ບໍ່ມີຄວາມສ່ຽງອັນໃດ ຕ້ອງການພຽງກ້ອນທຶນຈຳນວນໜຶ່ງໃນການຊື້ດິນເພື່ອຂະຫຍາຍ ແຕ່ສິ່ງສຳຄັນທີ່ສຸດແມ່ນຕ້ອງອາໄສແຮງງານ, ຄວາມດຸໝັ່ນໃນການເບິ່ງແຍງ, ບົວລະບັດຮັກສາ ແລະ ຖ້າທຽບໃສ່ໃນໄລຍະກ່ອນທີ່ຄອບຄົວຂ້າພະເຈົ້າ ຍັງບໍ່ໄດ້ເອົາ ໃຈໃສ່ໃນການປູກຊາ ເຫັນວ່າມາຮອດປັດຈຸບັນພາຍຫຼັງທີ່ໄດ້ເລີ່ມຕົ້ນປູກຊາ ແລະ ມີຕະຫຼາດຮອງຮັບ ຄອບ ຄົວຂອງຂ້າພະເຈົ້າ ກໍມີຫຼາຍດ້ານທີ່ດີຂຶ້ນກວ່າເກົ່າ, ລາຍຮັບຈາກການຂາຍຊາກໍເຫັນວ່າມີການເພີ່ມຂຶ້ນໃນແຕ່ລະໄລຍະເຊັ່ນ: ໃນໄລຍະແຕ່ປີ 2005-2015 ລວມຍອດລາຍຮັບຈາກການຂາຍຊາ ສະເລ່ຍປະມານ 5 ເຖິງ 6 ລ້ານກີບຕໍ່ຄົນຕໍ່ປີ, ຕໍ່ມາຮອດປີ 2016 ມີລາຍຮັບສະເລ່ຍປະມານ 14 ລ້ານກີບຕໍ່ຄົນຕໍ່ປີ ແລະ ມາຮອດປີ 2019 ຄອບຄົວຂອງຂ້າພະເຈົ້າສາມາດເກັບໃບຊາຂາຍໄດ້ປະມານ 4-5 ໂຕນ ເປັນມູນຄ່າທັງໝົດປະມານ 61.422.000 ກີບ (ຫົກສິບເອັດລ້ານສີ່ແສນຊາວສອງພັນກີບ) ສະເລ່ຍຕໍ່ຄົນແມ່ນໄດ້ປະມານ 20.474.000 (ຊາວລ້ານສີ່ແສນເຈັດສິບສີ່ພັນກີບຕໍ່ຄົນຕໍ່ປີ), ຕັ້ງແຕ່ດືອນ 3 ຫາເດືອນ 8 ປີ 2020 ສາມາດເກັບກູ້ຜົນຜະລິດໄດ້ 2.700 ກິໂລ ເປັນເງິນ 22.760.000 (ຊາວສອງລ້ານເຈັດແສນຫົກສິບພັນກີບ) ແລະ ມາຮອດຕົ້ນປີ 2020 ຍັງໄດ້ທົດລອງເຮັດຊາຂາວຈຳໜ່າຍຈໍານວນ 60 ກິໂລ ເປັນມູນຄ່າທັງໝົດ 18 ລ້ານກີບ ລວມລາຍຮັບທັງໝົດໃນໄລຍະ 5 ເດືອນພາຍໃນປີ 2020 ແມ່ນ 40.760.000 (ສີ່ສິບລ້ານເຈັດແສນຫົກສິບພັນກີບ) ແລະ ໃນໄລຍະດຽວກັນນີ້ ຂ້າພະເຈົ້າຍັງໄດ້ເຂົ້າເປັນສະມາຊິກກຸ່ມຜະລິດຊາບັ້ງ ບ້ານ ລຸ້ງຈີງ ທີ່ໄດ້ຮັບການຢັ້ງຢືນກາໝາຍສິນຄ້າໂອດ໋ອບອີກດ້ວຍ.

  • ນອກຈາກການປູກຊາແລ້ວທາງຄອບຄົວຂອງຂ້າພະເຈົົ້າ ຍັງໄດ້ຫັນເອົາການລ້ຽງສັດນ້ອຍເຊັ່ນ: ລ້ຽງໝູ, ໄກ່ ແລະ ເປັດ ເພືີ່ອເປັນອາຊີບເສີມນຳອີກ.
  • ເບິ່ງລວມແລ້ວ, ຖ້າທຽບໃສ່ຊີວິດການເປັນຢູ່ໃນເມື່ອກ່ອນ ມາຮອດປັດຈຸບັນຄອບຄົວຂອງຂ້າພະ ເຈົ້າມີຄວາມສະດວກສະບາຍຫຼາຍຂຶ້ນກວ່າເກົ່າ ເປັນຕົ້ນ: ຄອບຄົວມີຫຼາຍຮັບເພີ່ມຂຶ້ນ, ຊີວິດການເປັນຢູ່ດີຂຶ້ນ, ສາມາດປຸກເຮືອນຢູ່ຖາວອນໄດ້ 1 ຫຼັງ, ມີໂຮງງານປຸງແຕ່ງຊາ 1 ຫຼັງ, ລົດຈັກ 2 ຄັນ ແລະ ເຄື່ອງໃຊ້ໃນຄົວເຮືອນກໍຄົບຖ້ວນກວ່າເກົ່າ. ນອກຈາກນີ້ທາງຄອບຄົວ ກໍຍັງມີທຶນສະສົມຈຳນວນໜຶ່ງເພື່ອສົ່ງລູກໄປຮຽນວິຊາອາຊີບ ຢູ່ ສປ ຈີນ 1 ຄົນ ເຊິ່ງເປັນສິ່ງທີ່ພູມໃຈ ແລະ ດີໃຈທີ່ສຸດສຳລັບຂ້າພະເຈົ້າ. ນອກຈາກການສ້າງລາຍຮັບແກ້ໄຂຊີວິດການເປັນຢູ່ໃນຄອບຄົວແລ້ວ ຄອບຄົວຂ້າພະເຈົົ້າ ຍັງໄດ້ເສຍພັນທະໃຫ້ແກ່ລັດຕາມຂໍ້ກຳນົດ, ລະບຽບກົດໝາຍຂອງພັກ-ລັດວາງອອກ ແລະ ຍັງພັນທະຊ່ວຍບ້ານໃນເວລາມີງານຕ່າງໆອີກດ້ວຍ.
  • ຍ້ອນວ່າຊາລຸ້ງຈິ້ງ ແມ່ນມີລົດຊາດທີ່ເປັນເອກະລັກສະເພາະ ຫຼາຍຫົວໜ່ວຍທຸລະກິດຈຶ່ງມີຄວາມສົນໃຈ ເຂົ້າມາເກັບຊື້ຍອດໃບຊາ ໂດຍສະເພາະແມ່ນຊາຕົ້ນໃຫຍ່ ແລະ ສິ່ງທີ່ໜ້າພາກພູມໃຈທີ່ສຸດແມ່ນ ໃນປີ 2019 ຜ່ານມານີ້ ບໍລີສັດ ແສງຄໍາ ລາວລີ ໄດ້ນໍາເອົາຜະລິດຕະພັນຊາເຂົ້າຮ່ວມງານສະແດງສິນຄ້າຢູ່ຮົ່ງກົງ ສປ ຈີນ ເຊິ່ງມີຜູ້ເຂົ້າຮ່ວມແຂ່ງຂັນ 50 ປະເທດ ໃນນີ້ ຜະລິດຕະພັນຊາຜົ້ງສາລີ ໄດ້ຮັບລາງວັນຊະນະເລີດ ເຮັດໃຫ້ຜະລິດຕະພັນຊາຜົ້ງສາລີມີຊື່ສຽງຕໍ່ຕ່າງປະເທດ ທັງເປັນການເຈາະຕະຫຼາດຊາ ແລະ ເປັນທີ່ຍອມຮັບຂອງຕ່າງປະເທດ ແລະ ຍ້ອນເຫັນໄດ້ຜົນປະໂຫຍດຂອງການປູກຊາແນວນັ້ນ ຂ້າພະເຈົ້າຈຶ່ງຢາກຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ທີ່ບໍ່ວ່າຍາມໃດກໍມີແຕ່ຄວາມເປັນຫ່ວງເປັນໃຍ ຕໍ່ການແກ້ໄຂທຸກຍາກຂອງປະຊາຊົນ. ສະນັ້ນ, ກ່ອນທີ່ພວກເຮົາຈະຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ ກ່ອນອື່ນພວກເຮົາຕ້ອງມີຄວາມດຸໝັ່ນ, ຕ້ອງໄດ້ປະຕິບັດໃຫ້ຖືກຕ້ອງຕາມຫຼັກວິຊາການ, ບໍ່ນໍາໃຊ້ສານເຄມີ ຫຼື ຢາຂ້າຫຍ້າ ແລະ ອື່ນໆ ເພື່ອໃຫ້ຜະລິດຕະພັນຊາມີຄຸນນະພາບ ແລະ ກາຍເປັນຜະລິດຕະພັນຊາອິນຊີ ເພາະວ່າກ່ຽວກັບການນຳໃຊ້ສານເຄມີ ຫຼື ຢາຂ້າຫຍ້ານີ້ພວກເຮົາກໍໄດ້ຮູ້ເຫັນນຳກັນຜ່ານມາແລ້ວ ຈຶ່ງໃຫ້ທຸກຄົນພ້ອມກັນເອົາເປັນບົດຮຽນ.