ປີ 2022 ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ໂດຍໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະ ເທດ ກະກຽມແຜນການ ແລະ ຂະບວນການປູກຕົ້ນໄມ້ຢູ່ທ້ອງຖິ່ນຕົນເອງໃຫ້ເປັນຂະບວນຟົດຟື້ນ, ໂດຍມີແຜນ ການ ຄື: ເກັບແກ່ນ 20.000 ກິໂລກຣາມ, ກ້າເບ້ຍ 34 ລ້ານກວ່າເບ້ຍ ແລະ ປູກໄມ້ 37.200 ເຮັກຕາ, ໃນນີ້ ປູກໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມຢູ່ໃນຂອບເຂດປ່າປ້ອງກັນ, ປ່າສະຫງວນ 7.400 ເຮັກຕາ, ປູກປ່າທົດແທນເຂດໂຄງການພື້ນຖານໂຄງລ່າງ ແລະ ປູກໄມ້ອຸດສາຫະກໍາເປັນສິນຄ້າ 24.800 ເຮັກຕາ ແລະ ທີ່ເປັນດິນຂອງບຸກຄົນນິຕິບຸກຄົນ 5.000 ເຮັກຕາ.
ສະເພາະການປູກຕົ້ນໄມ້ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2022 ທົ່ວປະເທດມີແຜນການປູກໃນເນື້ອທີ່ 1.213 ເຮັກຕາ, ເບ້ຍໄມ້ 1.465.233 ກວ່າເບ້ຍ (ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ຍາງ, ໄມ້ສັກ, ໄມ້ແຄນ, ໄມ້ສົ້ມຝາດ, ໄມ້ຂະຍຸງ, ໄມ້ແຕ້ຮໍ, ໄມ້ສະຝາງ, ໄມ້ກາກະເລົາ, ໄມ້ ຄູນ, ໄມ້ສາມສາ ແລະ ໄມ້ອື່ນໆ. ປັດຈຸບັນ ບາງທ້ອງຖິ່ນໄດ້ຈັດພິທີປູກສໍາເລັດແລ້ວ, ບາງທ້ອງຖິ່ນກໍາລັງປູກ ຫລື ກຽມຈະປູກຕາມເນື້ອໃນທີ່ທີ່ໄດ້ກໍານົດໄວ້ໂດຍອີງໃສ່ສະ ພາບເງື່ອນໄຂ ແລະ ຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ ເພື່ອໃຫ້ບັນລຸຕາມແຜນການທີ່ວາງໄວ້.
ຢ່າງໃດກໍຕາມ ເມື່ອພວກເຮົາລອງຫວນຄືນກ່ຽວກັບສະພາບການປູກຕົ້ນໄມ້ໃນປະເທດເຮົາໃນໄລຍະຜ່ານມາແຕ່ລະປີພໍໃກ້ຮອດວັນປູກຕົ້ນໄມ້ແຫ່ງຊາດ, ວັນທີ 1 ມິຖຸ ນາ ພວກເຮົາມັກໄດ້ຍິນ ແລະ ເຫັນກັນສະເໝີກ່ຽວກັບການໃຫ້ສຳພາດ ຫຼື ອອກຂ່າວຜ່ານສື່ຕ່າງໆ ຂອງບັນດາຂະແໜງການທີ່ກ່ຽວຂ້ອງຂອງພາກລັດນັບແຕ່ສູນກາງລົງຮອດທ້ອງຖິ່ນກ່ຽວກັບແຜນການປູກຕົ້ນໄມ້ໃນຂະແໜງການ ຫລື ທ້ອງຖິ່ນຂອງຕົນ ໂດຍໄດ້ລະບຸຢ່າງຈະແຈ້ງກ່ຽວ ກັບເນື້ອ ທີ່ຄາດໝາຍ, ຈຳນວນເບ້ຍໄມ້ ແລະ ປະເພດເບ້ຍໄມ້ທີ່ຈະປູກ, ລວມເຖີງງົບປະມານຮັບໃຊ້ຢ່າງລະອຽດ.
ແຕ່ກົງກັນຂ້າມ ພວກເຮົາບໍ່ເຄີຍໄດ້ຍິນເລີຍກ່ຽວກັບການອອກຂ່າວຂອງບັນດາຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບອັດຕາການລອດເຫຼືອຂອງຕົ້ນໄມ້ທີ່ໄດ້ປູກໄປໃນແຕ່ລະປີຜ່ານມາວ່າຍັງເຫຼືອໜ້ອຍຫຼາຍເທົ່າໃດ ເພາະໃນຕົວຈິງແລ້ວເຫັນວ່າຕົ້ນໄມ້ທີ່ປູກໄປແລ້ວຢູ່ຫຼາຍທ້ອງຖິ່ນມີອັດຕາການລອດເຫຼືອບໍ່ຫຼາຍ ຍ້ອນຂາດການເອົາໃຈໃສ່ໃນການບົວລະບັດຮັກສາ ຈິ່ງເກີດມີຄຳຖາມ ແລະ ສຽງວິພາກວິຈານຈາກສັງຄົມຕະ ຫລອດມາວ່າ: ການປູກຕົ້ນໄມ້ໃນແຕ່ລະປີ ສ່ວນຫຼາຍເຮັດເອົາແຕ່ຮູບການ ຫຼື ພຽງແຕ່ສ້າງຂະບວນການຟົດຟື້ນຕາມກະແສເທົ່ານັ້ນ ເພາະພາຍທີ່ໄດ້ປູກຕົ້ນໄມ້ໄປແລ້ວບໍ່ມີມາດຕະການປົກປັກຮັກສາ ແລະ ບົວລະບັດດີເທົ່າທີ່ຄວນ, ຍ້ອນຂາດການແບ່ງຄວາມຮັບຜິດຊອບກັນທີ່ລະອຽດ ຫລື ເວົ້າແບບຊາວບ້ານວ່າ: “ໜິ້ງກັນຮັບຜິດຊອບ” ເພາະສູນ ກາງມອບໃຫ້ແຂວງ, ແຂວງມອບຕໍ່ໃຫ້ເມືອງ, ເມືອງມອບຕໍ່ໃຫ້ບ້ານ ແລະ ກໍລະນີອື່ນໆ ເຮັດໃຫ້ຕົ້ນໄມ້ທີ່ປູກໄປແລ້ວຖືກປ່ອຍປະໃຫ້ຟ້າຝົນຫົດນໍ້າໃຫ້ຕາມທຳມະຊາດ, ຕົ້ນໃດທີ່ມີຄວາມແຂງແຮງ ແລະ ທົນທານຈິ່ງສາມາດເຕີບໃຫຍ່ໄດ້, ສ່ວນຕົ້ນໃດທີ່ບໍ່ແຂງແຮງແມ່ນບໍ່ສາມາດເຕີບໃຫຍ່ໄດ້ ແລະ ໃນທີ່ສຸດກໍ່ຕາຍໄປ ເຮັດໃຫ້ສູນເສຍງົບປະມານຂອງລັດຖະບານຈຳ ນວນບໍ່ໜ້ອຍໃນແຕ່ລະປີ.
ຕາມຄວາມເປັນຈິງແລ້ວ, ການປູກຕົ້ນໄມ້ ແມ່ນສາ ມາດປູກໄດ້ແຕ່ດຽວນີ້ເປັນຕົ້ນໄປ ແລະ ຕະຫຼອດຮອດລະ ດູຝົນ, ບ່ອນໃດມີເງື່ອນໄຂ ເນື້ອທີ່ ແລະ ແຫຼ່ງນໍ້າ ກໍສາ ມາດປູກໄດ້ຕະຫຼອດ. ປູກຜູ້ລະ 1-2 ຕົ້ນ ໃນເນື້ອທີ່ດິນເປົ່າຫວ່າງຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກສ້າງ, ເດີ່ນໂຮງ ຮຽນ, ສໍານັກງານອົງການ ແລະ ຕາມແຄມທາງ ເຊິ່ງສາ ມາດປູກໄດ້ທຸກຊະນິດໄມ້ ຕາມເງື່ອນໄຂຕົວຈິງ ເຊັ່ນ: ໄມ້ອຸດສາຫະກໍາ, ໄມ້ພື້ນເມືອງ, ໄມ້ໃຫ້ຫມາກ ແລະ ໄມ້ປະ ດັບ ເພື່ອເພີ່ມ ສີຂຽວ ປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ.
ດັ່ງນັ້ນ, ເນື່ອງໃນໂອກາດວັນປູກໄມ້ແຫ່ງຊາດ ວັນທີ 01 ມີຖຸນາປີນີ້ ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ ຈົ່ງເຊີດຊູສະຕິຮັກຊາດ ແລະ ຫວງແຫນປ່າໄມ້ປະກອບສ່ວນຕາມເງື່ອນໄຂຄວາມສາມາດໃນການປູກຕົ້ນໄມ້, ຟື້ນຟູປ່າໄປຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກສາ ປ່າໄມ້ ອັນເປັນມໍລະດົກຂອງຊາດ ໃຫ້ນັບມື້ນັບອຸດົມສົມບູນ. ໃນນີ້ ສໍາລັບທຸກຂະແໜງການຂອງລັດ ແມ່ນຫ້າມເດັດຂາດບໍ່ໃຫ້ຖືເອົາການປູກຕົ້ນໄມ້ເປັນພຽງການສ້າງຂະບວນການຟົດຟື້ນເທົ່ານັ້ນ ຫລື ປູກໃນເນື້ອທີ່ເກົ່າເປັນປະຈຳທຸກປີ ຕ້ອງປະຕິບັດບົນພື້ນຖານການປະຢັດມັດທະຍັດທີ່ສຸດ. ສ່ວນຜູ້ທີ່ໄປປູກຕົ້ນໄມ້ ຕ້ອງຄຳນຶງເຖີງຫຼັກການປູກຕົ້ນໄມ້ທີ່ຖືກ ຕ້ອງ ບໍ່ແມ່ນໄປປູກເພື່ອເອົາຂະບວນການ, ປູກພໍແລ້ວມື ແລະ ພໍໄດ້ຖ່າຍຮູບລົງເຟສບຸກ ຫລື ສື່ສັງຄົມອອນລາຍເພື່ອອວດໝູ່ເພື່ອນເທົ່ານັ້ນ.
ສິ່ງສໍາຄັນທີ່ສຸດ, ເມື່ອປູກຕົ້ນໄມ້ສຳເລັດແລ້ວ, ຂະແໜງການທີ່ກ່ຽວຂ້ອງນັບແຕ່ສູນກາງລົງຮອດທ້ອງຖິ່ນຕ້ອງມອບຄວາມຮັບຜິດຊອບໃຫ້ກັນບົວລະບັດຮັກສາຢ່າງລະອຽດ ເພື່ອໃຫ້ຕົ້ນໄມ້ທີ່ປູກໄປນັ້ນຈະເລີນເຕີບໂຕໄວ ກາຍເປັນປ່າໄມ້ທີ່ຂຽວງາມ ແລະ ອຸດົມສົມບູນໃນຕໍ່ໜ້າ, ຢ່າຖີ້ມຄວາມຮັບຜິດຊອບໃຫ້ກັນຄືທີ່ຜ່ານມາ, ພ້ອມນີ້ ຕ້ອງແຕ່ງຕັ້ງກັນຕິດຕາມຢ່າງລະອຽດ ເພື່ອລາຍງານໃນປີຕໍ່ໄປວ່າອັດຕາການລອດເຫລືອຂອງຕົ້ນໄມ້ທີ່ປູກໄປນັ້ນມີຫລາຍເທົ່າໃດ ເພາະນີ້ຖືເປັນບັນຫາທີ່ສັງຄົມໃຫ້ຄວາມສົນໃຈຫລາຍທີ່ສຸດ ເນື່ອງຈາກໄລຍະຜ່ານມາ ມີຫລາຍພາກສ່ວນທີ່ມີແຕ່ລາຍງານແຜນການປູກ ແຕ່ບໍ່ມີການລາຍງານກ່ຽວກັບອັດຕາການລອດເຫລືອຂອງຕົ້ນໄມ້ທີ່ໄດ້ປູກໄປປະກົດອອກຂ່າວໃຫ້ເຫັນ.
ຖ້າບໍ່ເຮັດຄືແນວນີ້ ຈະເຮັດໃຫ້ຕົ້ນໄມ້ທີ່ປູກໄປນັ້ນຖືກປ່ອຍປະໄປຕາມທຳມະຊາດ ແລະ ມີແຕ່ເທວະດາຟ້າແຖນຫົດນໍ້າໃຫ້ ເຊີ່ງໃນທີ່ສຸດກໍ່ຈະຕາຍໄປເອງ ແລະ ເຮັດໃຫ້ຕ້ອງໄດ້ຂຶ້ນແຜນປູກຕົ້ນໄມ້ຄືນໃໝ່ເປັນແບບນີ້ຕໍ່ໄປທຸກປີ ເຊີ່ງນອກຈາກຈະເຮັດໃຫ້ອັດຕາການປົກຫຸ້ມຂອງປ່າໄມ້ບໍ່ບັນລຸ 70% ຂອງເນື້ອທີ່ທົ່ວປະເທດ ຫຼື ເທົ່າກັບ 16,5 ລ້ານເຮັກຕາ ຕາມທີ່ລັດຖະບານວາງຄາດໝາຍເອົາໄວ້ ຍັງເປັນການສີ້ນເປືອງງົບປະມານຂອງລັດຖະບານທີ່ມີຢ່າງຈໍາກັດທີ່ສຸດໃນປັດຈຸບັນຍິ່ງຈໍາກັດລົງໄປອີກ.
Cr: ມົດແດງນ້ອຍ.