ໃນຕອນບ່າຍວັນທີ 23 ກໍລະກົດ 2021, ທີ່ບ້ານໂພນສະອາດ ເມືອງໂຂງ ແຂວງຈຳປາສັກ ອຳ ນາດການປົກຄອງບ້ານ, ກຸ່ມກັດຖະກຳຈັກສານໄມ້ປ່ອງ ໄດ້ພ້ອມກັນເຂົ້າຮ່ວມພິທີເປີດປ້າຍກາໝາຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ (ODOP); ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ, ທ່ານນາງ ຄຳພູ ລິດທິສັກ ເຈົ້າເມືອງໆໂຂງ, ທ່ານນາງ ມາລາ ຈັນທະລາມ ປະທານສະມາຄົມຫັດ ຖະກຳ ແຂວງຈຳປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກແຂວງ ແລະ ເມືອງເຂົ້າ ຮ່ວມ.
ທ່ານ ບຸນເນື່ອງ ສີລາຄົມ ຫົວໜ້າຫ້ອງ ການອຸດສາຫະກຳ ແລະ ການຄ້າເມືອງໃຫ້ຮູ້ວ່າ: ຜ່ານມາອຳນາການປົກຄອງເມືອງ ກໍຄືພາກສ່ວນທີ່ກ່ຽວຂ້ອງໄດ້ສົມທົບກັບອຳນາດການປົກຄອງ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ເກັບກຳຂໍ້ມູນ ແລະ ເງື່ອນ ໄຂ, ທ່າແຮງຂອງການຜະລິດທີ່ເປັນພູມປັນຍາຂອງປະຊາຊົນໃນທ້ອງຖິ່ນ ແລ້ວສ້າງເງື່ອນໄຂເພື່ອພັດທະນາສິນຄ້ານັ້ນໃຫ້ໄດ້ຮັບການປັບປຸງ ແລະ ພັດທະນາທາງດ້ານຄຸນນະພາບ, ມາດຕະຖານ, ປະລິ ມານ ໂດຍນຳໃຊ້ແຮງງານ, ວັດຖຸດິບ, ຊັບພະຍາກອນ ທີ່ມີໃນທ້ອງຖິ່ນ ແລະ ສິນຄ້າເຫຼ່ົານັ້ນ ຕ້ອງມີມູນເຊື້ອ, ເອກະ ລັກ, ຄວາມຍືນຍົງ ແລະ ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ; ໄລຍະຜ່ານມາເມືອງ ໂຂງ ສາມາດຕິດກາໝາຍ ODOP ໄດ້ຈໍານວນ 3 ຜະລິດຕະພັນ ຄື: ກຸ່ມຜະລິດເສັ້ນເຝີ ບ້ານຫາງຂະເໝົາໂພນຈຳປາ, ກຸ່ມຜະລິດນໍ້າຕານກ້ອນ ບ້ານຫີນສີ່ວ, ກຸ່ມຜະລິດເຫຼົ້າຂາວດອນໂຂງ ບ້ານດົງ, ສໍາລັບກຸ່ມຜະລິດຫັດຖະກໍາຈັກສານໄມ້ປ່ອງ ບ້ານໂພດສະອາດ ແມ່ນເປັນກຸ່ມທີ 4 ຂອງເມືອງທີ່ຖືກຮັບຮອງເປັນສິນຄ້າ ODOP ບົນຫຼັກການໃນການຄັດເລືອກສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ໂດຍອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ເຊັ່ນ: ຕ້ອງເປັນສິນຄ້າ ຫຼືຜະລິດຕະພັນທີ່ຜະລິດໂດຍວິສາຫະກິດ, ກຸ່ມຜະລິດ, ທຸລະກິດຄອບຄົວ, ສະຫະກອນ; ການຜະລິດ ແລະ ອອກແບບມີຄວາມເປັນເອກະລັກສະເພາະ ທີ່ຕິດຕັນກັບວັດທະນະທຳທ້ອງຖິ່ນ ແລະ ຮີດຄອງປະເພນີຂອງຊາດ; ເປັນສິນຄ້າທີ່ດຳເນີນການຜະລິດ ຫຼື ໃຫ້ການບໍລິການທີ່ຖືກຕ້ອງຕາມເງື່ອນໄຂ, ມາດຕະຖານ ແລະ ລະບຽບການຂອງຂະແໜງທີ່ກ່ຽວຂ້ອງ ໂດຍຮັບປະກັນຄວາມປອດໄພທາງດ້ານສຸຂະພາບ, ຊີວິດ,ຊັບສິນ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ ແລະ ສິ່ງແວດລ້ອມ; ຖ້າເປັນຜະລິດຕະພັນຊະນິດດຽວກັນ ຕ້ອງໄດ້ມີການຈຳແນກຄວາມແຕກຕ່າງລະຫວ່າງການອອກແບບ, ການຫຸ້ມຫໍ່, ເຄື່ອງໝາຍການຄ້າ ຫຼື ຊື່ກາໝາຍສິນຄ້າ ຂອງເຈົ້າຂອງຜະລິດຕະພັນ ຫຼື ອາດຈະຕ້ອງໄດ້ຈົດທະບຽນເຄື່ອງໝາຍການຄ້າ ເພື່ອເປັນການຢັ້ງຢືນເຖີງຄວາມເປັນເອກະລັກ ເພື່ອຫຼີກເວັ້ນການລອກຮຽນແບບ.
ຂ່າວໃຫ້ຮູ້ຕື່ມວ່າ: ໃນຕອນເຊົ້າຂອງວັນດຽວກັນ ທີ່ສຳນັກງານເມືອງໂຂງ ໄດ້ມີພິທີມອບໃບອະນຸຍາດນໍາໃຊ້ກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ແລະ ປ້າຍ ໃຫ້ກຸ່ມຜະລິດຕະພັນຈັກສານໄມ້ປ່ອງ, ພິທີລົງນາມເຊັນບົດບັນທຶກສັນຍາສົ່ງເສີມການຜະລິດເປັນສິນຄ້າ ລະຫວ່າງພະແນກອຸດສາຫະກໍາ ແລະ ການຄ້າ ກັບເມືອງໂຂງ, ການເຊັນສັນຍາຊື້-ຂາຍ ສິນຄ້າໂອດອບ ເມືອງໂຂງ ລະຫວ່າງ ປະທານສະມາຄົມຫັດຖະກໍາແຂວງ ກັບກຸ່ມຜະລິດສິນຄ້າ ໂອດອບ ເມືອງໂຂງ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ




