ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃນວັນທີ 18 ສິງຫາ 2021 ໂດຍເປັນກຽດເຂົ້າຮ່ວມມີ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ມີບັນດາຄະນະພັກ, ສະມາຊິກ ແລະ ພະນັກງານວິຊາການເຂົ້າຮ່ວມ
ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານຫຍໍ້ກ່ຽວກັບການນຳພາຂອງຄະນະພັກກະຊວງ ຍທຂ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ ການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ V ວາງອອກວ່າ: ດ້ານວິຊາສະເພາະ ໄດ້ນຳພາກໍ່ສ້າງ ແລະ ປັບປຸງບັນດາເສັ້ນທາງອາຊຽນ, ເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຍຸດທະສາດເຊື່ອມຕໍ່ພາຍ ໃນ, ເສັ້ນທາງຮັບໃຊ້ການຜະລິດ, ເສັ້ນທາງຮັບໃຊ້ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ເສັ້ນທາງຮັບໃຊ້ວຽກງານວັດທະນາທໍາ-ສັງຄົມ, ເສັ້ນທາງເຂົ້າຫາຈຸດສຸມພັດທະນາຂອງລັດຖະບານ ແລະ ວຽກງານສ້ອມແປງທາງຫຼວງແຫ່ງຊາດ ປະຈຳປີ 2021 ທີ່ມີທັງໝົດ 35 ໂຄງການ ໃນຈຳນວນ 128 ສັນຍາ ປະຕິບັດໄດ້ 48%; ໄດ້ນໍາພາກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກດ້ານການຂົນສົ່ງທາງນ້ຳ; ໄດ້ນຳພາຊີ້ນຳອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງຜ່ານນ່ານຟ້າ ແລະ ຂົນສົ່ງ ເຂົ້າ-ອອກ ສປປ ລາວ; ໄດ້ນຳພາກໍ່ສ້າງ ແລະ ຍົກລະດັບພື້ນຖານໂຄງລ່າງການຂົນສົ່ງທາງລົດໄຟ; ໄດ້ນໍາພາພັດທະນາຕົວເມືອງໃຫ້ເປັນລະບຽບ, ມີສິ່ງແວດລ້ອມທີ່ດີ ຊຶ່ງໄດ້ສຳເລັດການສະເໜີກ່ຽວກັບຜົນການຄົ້ນຄວ້າປັບປຸງແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ ຮອດປີ 2030; ໄດ້ນຳພາພັດທະນາການຂົນສົ່ງທາງບົກ ແລະ ການບໍລິການທາງຜ່ານ ໃຫ້ມີຄວາມສະດວກ ແລະ ວ່ອງໄວ ໂດຍການສ້າງລະບົບໂລຈີສຕິກຄົບຊຸດ ແລະ ໄດ້ຍົກສູງປະສິດທິພາບການຄຸ້ມຄອງລັດ ດ້ວຍກົດ ໝາຍ.
ສະຫາຍ ໄຊສົມພອນ ພົມວິຫານ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາແກ່ ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ວ່າ: ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງເປັນກະຊວງທີ່ສໍາຄັນ ຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຜ່ານການຮັບຟັງລາຍງານຂອງສະຫາຍເລຂາຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ເຫັນວ່າ ໃນໄລຍະຕົ້ນປີ 2021 ຜ່ານມານີ້ ຄະນະພັກ, ຄະນະນໍາ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ບັນດາຂະແໜງໂຍທາທິການ ແລະ ຂົນສົ່ງ, ສະມາຊິກພັກ, ພະນັັກງານ-ລັດຖະກອນ ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າໃນການເຄື່ອນໄຫວວຽກງານ ໄດ້ຮັບຜົນສໍາເລັດຫຼາຍດ້ານ ເປັນຕົ້ນການດໍາເນີີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ V ໂດຍໄດ້ເລືອກຕັ້ງເອົາຄະນະບໍລິຫານພັກ ເພື່ອນໍາພາວຽກງານຂອງກະຊວງ; ການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ການສ້າງ ແລະ ປັບປຸງນິຕິກໍາ; ວຽກງານວິຊາສະເພາະມີຫຼາຍວຽກມີຄວາມຄືບໜ້າ ເປັນຕົ້ນການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ, ວຽກງານການບິນ, ຜັງເມືອງ, ນໍ້າປະປາ ກໍມີຜົນສໍາເລັດຫຼາຍດ້ານ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ, ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ. ພາຍໃຕ້ການນໍາພາຂອງພັກ, ການຊີ້ນໍາຂອງລັດຖະບານ, ການຕິດຕາມຊຸກຍູ້ຂອງສະພາແຫ່ງຊາດ ເຮັດໃຫ້ການກໍ່ສ້າງທາງລົດໄຟ ມີຄວາມຄືບໜ້າກ້າວເຂົ້າສູ້ຜົນສໍາເລັດ ແລະ ຈະໄດ້ນໍາໃຊ້ໃນທ້າຍປີ 2021 ນີ້ ຊຶ່ງໄດ້ສ້າງຄວາມປື້ມປິຕິຍິນດີຂອງປະຊາຊົນບັນດາເຜົ່າ, ເປັນໃບໜ້າໃໝ່ຂອງປະເທດຊາດ, ເປັນທ່າແຮງທາງດ້ານເສດຖະກິດໃນຕໍ່ໜ້າ. ໃນໂອກາດທີ່ສໍາຄັນ ຕາງໜ້າໃຫ້ສູນກາງພັກ, ສະພາແຫ່ງຊາດ ຂໍຍ້ອງຍໍຊົມເຊີຍຕໍ່ຄວາມເອົາໃຈໃສ່ຂອງຄະນະພັກ, ຄະນະນໍາ, ບັນດາຮາກຖານພັກ, ບັນດາກົງຈັກເສນາທິການ, ພະນັກງານ-ລັດຖະກອນ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ພ້ອມພຽງເປັນຈິດໜຶ່ງໃຈດຽວ ເຮັດສໍາເລັດໜ້າທີ່ວຽກງານອັນສໍາຄັນ, ເຮັດໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ຄະນະພັກ ກໍຄືອໍານາດການປົກຄອງແຕ່ລະຂັ້ນ ທັງສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງເປັນກະຊວງທີ່ມີຄວາມສໍາຄັນ ແລະ ເປັນໃຈກາງໃນການກະຕຸກຊຸກຍູ້ ການສ້າງສາພັດທະນາເສດຖະກິດ-ສັງຄົມ ຈະຕ້ອງໄດ້ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນເປັນປຶກແຜ່ນ, ບຸກບືນສູ້ຊົນຈັດຕັ້ງປະຕິບັດບັນດາວຽກງານ ໃຫ້ບັນລຸຕາມແຜນການ ແລະ ມີປະສິດທິຜົນພາຍໃຕ້ວິໄສທັດ ທີ່ວ່າ: “ພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນປາຍແຫຼມ, ມີຈຸດສຸມ, ປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ.
ຂ່າວ-ພາບ: ບຸນຕອມ
