ຫວ່າງບໍ່ດົນມານີ້, ສາດສະດາຈານ ກີວເຊັບປີ ຣີມຸສຈີ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການຢາ ມາຣີໂອ ເນກຣີຂອງອີຕາລີ(Istituto di ricerche farmacologiche Mario Neg) ໄດ້ກ່າວໃນຂະນະທີ່ໃຫ້ສຳພາດຕໍ່ ວິທະຍຸກະຈາຍສຽງສາທາລະນະທົ່ວປະເທດ ອາເມຣິກາ (NPR) ວ່າ: ເຊື້ອພະຍາດໂຄວິດ-19 ອາດຈະແຜ່ລະບາດຢູ່ອີຕາລີກ່ອນຈະເກີດການ ແຜ່ລະບາດຢູ່ ຈີນ.
ທ່ານ ກີວເຊັບປີ ຣີມຸສຈີ ກ່າວວ່າ: ຕົນໄດ້ຮັບຮູ້ການລາຍງານຈາກໝໍປະຈຳຄອບຄົວນັບແຕ່: ນັບແຕ່ເດືອນ ພະຈິກ ແລະເດືອນ ທັນວາ ຂອງປີກາຍນີ້,ພວກເຂົາເຈົ້າຈື່ໄດ້ວ່າເຄີຍໄດ້ພົບ ເຫັນ ຜູ້ເປັນພະຍາດອັກເສບປອດທີ່ບໍ່ຮູ້ສາເຫດຈະແຈ້ງທີ່ມີອາການໜັກໜ່ວງທີ່ສຸດແລະບໍ່ເຄີຍພົບເຫັນມາຊະນິດໜຶ່ງ, ໂດຍສະເພາະແມ່ນມັກເກີດຂຶ້ນກັບຜູ້ເຖົ້າ. “ເຊິ່ງນີ້ໝາຍເຖິງວ່າກ່ອນພວກເຮົາຈະພົບເຫັນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ຈີນ, ເຊື້ອພະຍາດຊະນິດດັ່ງກ່າວກໍໄດ້ແຜ່ລະບາດຢູ່ອີຕາລີແລ້ວ, ຢ່າງໜ້ອຍໄດ້ແຜ່ລະບາດຢູ່ເຂດໃຫຍ່ໂຣຊາ ໂລມບາດີທາງພາກເໜືອຂອງອີຕາລີແລ້ວ.”
ມາຮອດເວລາ 18 ໂມງຂອງວັນທີ 20 ມີນານີ້ຕາມເວລາທ້ອງຖິ່ນ, ຈຳນວນຜູ້ທີ່ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ອີຕາລີໄລ່ລວມແລ້ວໄດ້ເພີ່ມຂຶ້ນເປັນ 47.021 ຄົນ,ມີຜູ້ເສຍຊີວິດຍ້ອນເປັນພະຍາດເພີ່ມຂຶ້ນເປັນ 4.032 ຄົນ. ເຂດໃຫຍ່ໂຣຊາ ໂລມບາດີຢູ່ພາກເໜືອຂອງອີຕາລີເປັນເຂດທີ່ໜັກໜ່ວງທີ່ສຸດ.