ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນບ່າຍ ຂອງວັນທີ 22 ເມສາ 2022, ທີ່ ຫ້ອງການອົງ ການພະລັງງານປະລະມະນູສາກົນ, ທີ່ນະຄອນຫລວງວຽນ, ສາທາລະນະລັດໂອຕຣິດ, ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ໂອຕຣິດ ໄດ້ຍື່ນສານແຕ່ງຕັ້ງຕໍ່ ທ່ານ Rafael Mariano Grossi, ຜູ້ອໍານວຍການໃຫຍ່ ອົງການພະລັງງານປະລະມະນູສາກົນ (International Atomic Energy Agency-IAEA) ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການດັ່ງກ່າວ.
ທ່ານ Rafael Mariano Grossi ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ຄອນເພັງ ທຳມະວົງ ໃນການດໍາລົງຕໍາແໜ່ງເປັນ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ IAEA ແລະ ກຽມພ້ອມທີ່ຈະໃຫ້ການຮ່ວມມື ແລະ ສະຫນັບສະຫນູນ ໃນການປະຕິບັດໜ້າທີ່ ຂອງ ທ່ານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໃຫ້ມີຜົນສໍາເລັດ ໂດຍສະເພາະສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ IAEA ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໃນໂອກາດນີ້, ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ/ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ຕໍ່ການຕ້ອນຮັບໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື, ສະໜັບ ສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆຂອງອົງການ IAEA ໃນໄລຍະຜ່ານມາ ໂດຍສະເພາະວຽກງານການພັດທະນາຊັບພະຍາກອນມະນຸດ ກໍຄື ການຈັດຮ່ວມຝຶກອົບຮົມໃນຂົງເຂດວິຊາສະເພາະ ກ່ຽວກັບ ການນໍາໃຊ້ເຕັກນິກປະລະມະນູເຂົ້າໃນຂະແຫນງກ່ຽວຂ້ອງ ເຊັ່ນ ຂະແຫນງສາທາລະນະສຸກ (ເຕັກໂນໂລຊີລັງສີ ແລະ ການປິ່ນປົວພະຍາດຕ່າງໆ), ຂະແຫນງວິທະຍາສາດກະສິກໍາ, ອາຫານ ແລະ ສິ່ງແວດ ລ້ອມ, ທີ່ມີຜົນປໂຫຍດຕໍ່ການພັດທະນາຍືນຍົງ ເພື່ອສົ່ງເສີມການພັດທະນາເສດຖະ ກິດ-ສັງ ຄົມ ຂອງ ສປປ ລາວ. ພ້ອມນີ້, ທ່ານຜູ້ຕາງໜ້າຖາວອນ ຍັງໄດ້ນໍາເອົາຄໍາອວຍພອນ ແລະ ຢື້ຢາມຖາມຂ່າວ ຈາກ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ Rafael Mariano Grossi, ພ້ອມດ້ວຍພະນັກງານ ຂອງອົງການດັ່ງກ່າວ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ