ໃນຕອນເຊົ້າຂອງວັນທີ 20 ເມສາ 2022, ທີ່ຫ້ອງການຂອງອົງການສະຫະປະຊາຊາດ, ທີ່ນະຄອນ ຫລວງວຽນ, ສາທາລະນະລັດໂອຕຣິດ, ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ໂອຕຣິດ ໄດ້ຍື່ນສານແຕ່ງຕັ້ງຕໍ່ ທ່ານ ນາງ Ghada Fathi Waly, ຜູ້ອໍານວຍການໃຫຍ່ (Director General) ສໍານັກງານ ສປຊ ປະຈໍານະຄອນ ຫຼວງວຽນ (United Nations Office in Vienna) ທັງຮັບຜິດ ຊອບການບໍລິຫານ (Executive Director) ອົງການ ສປຊ ວ່າດ້ວຍ ການຕ້ານຢາເສບຕິດ ແລະ ອາຊະຍາກໍາ (United Nations Office on Drugs and Crime-UNODC) ເພື່ອດໍາລົງຕໍາແໜ່ງເປັນ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາ 2 ອົງການດັ່ງກ່າວ.
ໃນໂອກາດດັ່ງກ່າວ, ທ່ານ ນາງ Ghada Fathi Waly ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍ ທ່ານ ຄອນເພັງ ທຳມະວົງ ໃນການດໍາລົງຕໍາແໜ່ງເປັນ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ UNOV ແລະ ອົງການ UNODC ແລະ ຢືນຢັນວ່າ ຈະໃຫ້ການຮ່ວມມືໃນການປະຕິບັດໜ້າທີ່ ຂອງ ທ່ານ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໃຫ້ມີຜົນສໍາເລັດ ໂດຍສະເພາະສົ່ງເສີມການພົວພັນຮ່ວມມື ລະ ຫວ່າງ ສປປ ລາວ ແລະ ອົງການ UNODC ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໃນໂອກາດນີ້, ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແລະ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ຕໍ່ການຕ້ອນຮັບໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື, ສະໜັບ ສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນ ດ້ານຕ່າງໆຂອງອົງການຕໍ່ ສປປ ລາວ ໃນຜ່ານມາ ໂດຍສະເພາະວຽກງານການຕ້ານການສໍ້ລາດບັງຫຼວງ, ການຕ້ານຢາເສບ ຕິດ, ການສ້າງຊັບພະຍາ ກອນມະນຸດ ແລະ ອື່ນໆ ພ້ອມທັງເຊື່ອ ໝັ້ນວ່າ ການຮ່ວມມືອັນດີດັ່ງກ່າວ ຈະສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນໄປ ໃນຕໍ່ໜ້າ. ພ້ອມນີ້, ທ່ານຜູ້ຕາງໜ້າຖາວອນ ຍັງໄດ້ນໍາເອົາຄໍາອວຍ ພອນ ແລະ ຢື້ຢາມຖາມຂ່າວ ຈາກ ທ່ານ ສະເຫຼີມໄຊ ກົມມະສິດ, ລັດ ຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ ນາງ Ghada Fathi Waly, ພ້ອມດ້ວຍພະນັກງານຂອງອົງການດັ່ງກ່າວ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ