ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 22 ພະຈິກ 2021 ນີ້ ໂຄງການພັດທະນາຊົນນະບົດໄລຍະ1 ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ຊື່ງໄດ້ຮັບການມາຢຽ້ມຢາມໂຄງການ ຈາກຕາງໜ້າທະນາຄານພັດທະນາ ປະເທດເຢຍລະມັນ (KfW) ນໍາໂດຍທ່ານ.ນາງ ອາເລັກຊານດຣ້າ ສະເປີໂນລ ເພື່ືອມາຕິດຕາມປະເມີນຜົນຂອງການຈັດຕັ້ງໂຄງການກໍ່ສ້າງທາງ ແລະ ກໍ່ສ້າງຂົວເຊສະໝູນ, ເມືອງເຊໂປນ ຊື່ງໄດ້ຮັບທືນຊ່ວຍເຫຼືອລ້າ ຈາກລັດຖະບານປະເທດເຢຍລະມັນ ໂດຍຜ່ານທະນາຄານເພື່ອການພັດທະນາຈາກປະເທດເຢຍລະມັນ (KfW) ໃນການກໍ່ສ້າງ ຂົວເຊສະໝູ ມີຄວາມຍາວ 120 ແມັດ ໂດຍໄດ້ຮັບກຽດຕ້ອນຮັບ ຈາກທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນ ໂອກາດນີ້ ທ່ານ ເສີມຄໍາ ຈັນທະວົງ ຫົວໜ້າໂຄງການພັດທະນາຊົນນະບົດໄລຍະ1, ກົມຂົວທາງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ກໍ່ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງເສັ້ນທາງ ຢູ່ເມືອງເຊໂປນ ໂດຍໄດ້ຮັບທືນຈາກທະນາຄານພັດທະນາ ປະເທດເຢຍລະມັນ ທີ່ມີລວງຍາວປະມານ 42 ກິໂລແມັດ ແລະ ໄດ້ຮັບທຶນເພີ່ມເພື່ອກໍ່ສ້າງຂົວເຊສະໝູ ລວງຍາວ 120 ແມັດ ປະຈຸບັນການກໍ່ສ້າງເສັ້ນທາງແມ່ນໄດ້ສໍາເລັດແລ້ວ 100% ສຳລັບການກໍ່ສ້າງຂົວເຊສະໝູນມາຮອດປະຈຸບັນການ ແມ່ນມີຄວາມຄືບໜ້າໄດ້ 65.5% ນອກຈາກໄດ້ຮັບທືນກໍ່ສ້າງຂົວເຊສະໝູ ແລະ ກໍ່ສ້າງທາງແລ້ວ ທ່ານວົງສະຫວັນ ວຽງມະນີ ເຈົ້າເມືອງເມືອງ ເຊໂປນ ຍັງຂໍຄວາມຊ່ວຍເຫຼືອທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາເພີ່ມ ເພື່ຶອກໍ່ສ້າງທໍ່ດາໂລ ຂ້າມນໍ້າສະແລນ ທີ່ມີຄວາມຍາວ 48 ແມັດ, ມູນຄ່າປະມານ 1.4 ຕື້ກີບ ເພື່ອໃຫ້ເສັ້ນທາງ ຈາກບ້ານດົງສະຫວັນໄປຫາຈຸດສຸມລາໂກ ສາມາດທຽວໄດ້2 ລະດູ, ການກໍ່ສ້າງດັ່ງກ່າວແມ່ນຈະສໍາເລັດໃນກາງປີ 2022, ພາຍຫລັງການກໍ່ສ້າງທາງ ແລະ ກໍ່ສ້າງຂົວແລ້ວ ທາງໂຄງການແມ່ນໄດ້ມອບທາງຊົນນະບົດດັ່ງກ່າວໃຫ້ປະຊາຊົນທີ່ອາໃສເລາະຕາມແຄມທາງເປັນເຈົ້າຂອງ ແລະ ເປັນຜູ້ບູລະນະຮັກສາທາງແບບມີສ່ວນຮ່ວມຈາກຊຸມຊົນ (VMC) ແລະ ໂຄງການ ໄດ້ປະກອບສ່ວນຈັດຊື້ອຸປະກອນ ແລະ ເຄື່ອງຈໍານວນໜຶ່ງ ເພື່ອມອບໃຫ້ປະຊາຊົນ ເປັນຜູ້ນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ ແລະ ທາງໂຄງການໄດ້ຈັດກອງປະຊຸມຝຶກອົບຮົມສອນວິທີການບູລະນະ ແລະ ສ້ອມແປງທາງໃຫ້ນາຍບ້ານແຕ່ລະບ້ານ ທາງຈາກບ້ານດົງສະຫວັນ ຫາ ຈຸດສຸມລະໂກ ເພື່ອເສັ້ນທາງຊົນນະບົດດັ່ງກ່າວມີອາຍຸການນໍາໃຊ້ໄດ້ຍາວນານ