ວັນທີ 24 ເດືອນ ມີນາ,2022 ທ່ານ ນາງ ດຣ. ເພຍເຣເບລໂລບີຣໂຕ, ຜູ້ຕາງໜ້າ ອົງການຢູນິເຊັບປະຈຳ ສປປ ລາວ, ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ດຣ. ຄຳເຈນວົງໂພສີ, ລັດຖະມົນຕີກະຊວງແຜນການແລະການລົງທຶນເເຫ່ງ ສປປ ລາວ.
ໃນໂອກາດນີ້, ທ່ານ ນາງ ດຣ. ເພຍເຣເບລໂລບີຣໂຕ ໄດ້ສະເເດງຄວາມຍິນດີກັບ ທ່ານ ດຣ. ຄຳເຈນ ວົງໂພສີໃນໂອກາດທີ່ທ່ານໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງແຜນການແລະ ການລົງທຶນ ຄົນໃໝ່, ພ້ອມດຽວກັນນີ້, ຍັງໄດ້ສະເເດງຄວາມຊົມເຊີຍມາຍັງລັດຖະບານແຫ່ງສປປລາວໃນການຈັດຕັ້ງປະຕິບັດວິໄສທັດຂອງປະເທດທີ່ລະບູໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ສໍາລັບໄລຍະ 5 ປີຕໍ່ໜ້າ.
ສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບຜົນສຳເລັດສຳຄັນໃນວຽກງານຕ່າງໆສຳລັບປີ 2021, ລວມທັງການສະໜັບສະໜູນດ້ານເຕັກນິກຂອງ ອົງການຢູນິເຊັບຕໍ່ກະຊວງແຜນການ ແລະການລົງທຶນ,ພ້ອມດ້ວຍບົດບາດຂອງອົງການຢູນິເຊັບ ໃນການຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ຢູ່ໃນສປປລາວ, ເຊິ່ງລວມມີວຽກງານການຈັດສົ່ງວັກຊີນ ແລະການສັກວັກຊີນເຫຼົ່ານີ້ໃຫ້ເເກ່ປະຊາກອນລາວ, ການເສີມສ້າງລະບົບຄວາມເຢັນເກັບຮັກສາ ເເລະ ຂົນສົ່ງວັກຊີນ, ແລະ ການພັດທະ ນາລະບົບການຮຽນການສອນເເບບ ດິຈິຕອນເພື່ອຮັບມືກັບຜົນກະທົບຂອງການແຜ່ລະບາດຂອງພະຍາດ ໂຄວິດ-19 ຕໍ່ລະບົບການສຶກສາ.
ທ່ານ ດຣ. ຄຳເຈນວົງໂພສີ ໄດ້ກ່າວວ່າ: “ຂ້າພະເຈົ້າຂໍສະແດງຄວາມຂອບໃຈແລະ ຕີລາຄາສູງ ຕໍ່ຜົນສຳເລັດ ຂອງການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ຢູນີເຊັບ ໃນໄລຍະຜ່ານມາ. ການສະໜັບສະໜູນຂອງທ່ານເປັນກຸນແຈອັນສຳຄັນໃນການຮັບປະກັນຊີວິດການເປັນຢູ່ທີ່ດີຂອງເດັກນ້ອຍລາວແລະລັດຖະບານແຫ່ງສປປລາວຫວັງວ່າຈະມີການເພີ່ມທະວີການຮ່ວມກັບ ອົງການ ຢູນິເຊັບ ເພື່ອຜົນປະໂຫຍດຂອງເດັກນ້ອຍທຸກຄົນໃນສປປລາວໃນຕໍ່້ໜ້າ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າຈະໄດ້ຮັບການສືບຕໍ່ຮ່ວມມືກັບອົງການ ຢູນີເຊັບເພື່ອແກ້ໄຂບັນຫາຕ່າງໆຂອງເດັກໃນ ສປປ ລາວ”

