ວັນທີ 29 ກໍລະກົດ 2021 ນີ້ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື COVID-19 ຂັ້ນແຂວງຫຼວງພະບາງ. ໄດ້ຖະແຫຼງຂ່າວປະຈຳວັັນກ່ຽວກັບສະພາບການປ້ອງກັນ ຄວບຄຸມ ແລະແກ້ໄຂ ພະຍາດໂຄວິດ 19 ຢູ່ພາຍໃນແຂວງ ໂດຍການຖະແຫຼງຂ່າວຂອງ ດຣ ບຸນຍະສິດ ຄົງສຳພັນ ຮອງຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງ. ທ່ານໃຫ້ຮູ້ວ່າ: ປັດຈຸບັນ ຄະນະສະເພາະກິດຂັ້ນແຂວງຫຼວງພະບາງ ໄດ້ສືບຕໍ່ປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດສະມົນຕີ, ສະ ບັບເລກທີ 829 ລົງວັນທີ 19 ກໍລະກົດ 2021 ແລະແຈ້ງການຂອງຄະນະສະ ເພາະກິດແຂວງ ເລກທີ 4988 ລົງວັນທີ 20 ກໍລະກົດ 2021, ເລື່ອງ ໃຫ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 15, ອອກໄປຕື່ມອີກ 15 ວັນ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 20 ກໍລະກົດ ຫາ ເວລາ 24:00 ໂມງ ຂອງວັນທີ 04 ສິງຫາ 2021, ມາຮອດວັນທີ 27 ກໍລະກົດ 2021 ໄດ້ເກັບຕົວຢ່າງໄປກວດຊອກຫາເຊື້ອພະຍາດໂຄວິດ 19 ທັງໝົດ 94 ຕົວຢ່າງ, ຜົນການກວດຕົວຢ່າງ, ພົບເຊື້ອ 1 ເປັນເພດຍິງ, ອາຍຸ 20 ປີ ຢູ່ບ້ານຫ້ວຍຫອຍ, ເມືອງນານ, ແຂວງຫຼວງພະບາງ ສຳລັບປະຫວັດ ການເດີນຂອງ ຜູ້ຕິດເຊື້ອມີດັ່ງນີ້: ວັນທີ 30 ມິຖຸນາ 2021 ໄດ້ເດີນທາງເຂົ້າມາລາວ ຜ່ານດ່ານສາກົນ ວຽງຈັນ-ໜອງຄາຍ, ຫຼັງຈາກຜ່ານດ່ານເຂົ້າມາເຈົ້າໜ້າທີ່ ສາທາລະນະສຸກ ໄດ້ເກັບຕົວຢ່າງໄປກວດ, ຜົນການກວດອອກມາແມ່ນພົບເຊື້ອພະຍາດ COVID-19, ຈາກນັ້ນ ຜູ້ກ່ຽວໄດ້ຖືກນຳສົ່ງໄປປິ່ນປົວຢູ່ ໂຮງໝໍສູນກາງ (ໂຮງໝໍ 103) ເປັນເວລາ 17 ວັນ, ວັນທີ 16 ກໍລະກົດ 2021 ແພດວິເຄາະ ໂຮງໝໍ ສູນກາງ ໄດ້ເກັບຕົວຢ່າງ ໄປກວດຄືນ ຜົນການກວດອອກມາເປັນຜົນລົບ ຈຶ່ງໄດ້ນຳສົ່ງ ຜູ້ກ່ຽວໄປສືບຕໍ່ ຈຳກັດບໍລິເວນຢູ່ ສູນຈຳກັດບໍລິເວນ ຫຼັກ 27 ເປັນເວລາ 9 ວັນ, ວັນທີ 25 ກໍລະກົດ 2021 ເຈົ້າໜ້າທີ່ແພດໄດ້ ເກັບຕົວຢ່າງໄປກວດ ເຊິ່ງຜົນກວດອອກມາເປັນຜົນລົບ, ວັນທີ 26 ກໍໍລະກົດ 2021 ເວລາ 10 ໂມງ ຜູ້ກ່ຽວໄດ້ຖືກນຳສົ່ງອອກຈາກສູນຫຼັກ 27 ແລະເດີນທາງມາຫຼວງພະບາງ ໂດຍລົດຕູ້ ມີຄົນເດີນທາງມາພ້ອມກັນ 10 ຄົນ, ໄລຍະເດີນທາງ ໄດ້ແວ່ເຂົ້າຫ້ອງນ້ຳ ຢູ່ປ້ຳນ້ຳມັນແຄມທາງ 1 ຄັ້ງ (ບໍ່ຈື່ຊື່ປ້ຳນ້ຳມັນ), ແວ່ກິນເຂົ້າສວຍຢູ່ເມືອງກາສີ (ບໍ່ຈື່ຊື່ຮ້ານອາຫານ), ແລະມາຮອດຫຼວງພະບາງ ໄດ້ລົງສູນເມືອງນານ 2 ຄົນ ແລະສູນຫ້ວຍມາວ 8 ຄົນ. ວັນທີ 27 ກໍລະກົດ2021 ທິມງານແພດ ໄດ້ເກັບຕົວຢ່າງໄປກວດທັງ 10 ຄົນ, ຜົນກວດອອກມາ ແມ່ນພົບເຊື້ອ 1 ຄົນ ຄືເພດຍິງ ອາຍຸ 20 ປີ ບ້ານຫ້ວຍຫອຍ ເມືອງນານ, ດຣ ບຸນຍະສິດ ຄົງສຳພັນ ໃຫ້ຮູ້ຕື່ມວ່າ: ໃນກໍລະນີນີ້ ບໍ່ໝາຍຄວາມວ່າຜູ້ກ່ຽວໄດ້ຕິດເຊື້ອໃໝ່ ອາດແມ່ນພະຍາດຍັງບໍ່ໝົດຈາກຕົວຂອງຜູ້ກ່ຽວ.
ດຣ ບຸນຍະສິດ ຄົງສຳພັນ ຮອງຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງຫຼວງພະບາງ ກ່າວຕື່ມວ່າ: ມາຮອດປະຈຸບັນນີ້ ປະເທດລາວເຮົາ ຍັງມີສິ່ງທ້າທາຍຫຼາຍດ້ານຈຶ່ງຂໍຮຽກຮ້ອງເຖິງທຸກຊັ້ນຄົນ ຈົ່ງມີສະຕິລະວັງຕົວປະຕິບັດມາດຕະການທີ່ຄະນະສະເພາະກິດຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງ ວາງອອກຢ່າງເຂັ້ມງວດ.