ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ່ 10 ຕຸລາ 2021 ນີ້ ດຣ ບຸນຍະສິດ ຄົງສໍາພັນ ກອງເລຂາຄະສະເພາະກິດ ແລະ ດຣ ທອງພຸດ ສຸກກະເສີມ ອຳນວຍ ການໂຮງໝໍແຂວງ ໄດ້ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງ ພະຍາດ COVID-19 ຂັ້ນແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວປະຈໍາວັນກ່ຽວກັບສະ ພາບການລະບາດຂອງພະຍາດ COVID-19 ດຣ ບຸນຍະສິດ ຄົງສຳພັນ ກ່າວວ່າ: ວັນທີ່ 9 ຕຸລາ 2021 ໂຮງໝໍແຂວງຫຼວງພະບາງ ໄດ້ກວດວິເຄາະຕົວຢ່າງທັງໝົດ 333 ຕົວຢ່າງ, ພົບເຊື້ອໃໝ່ ທັງໝົດ 23 ກໍລະ ນີ, ຕິດເຊື້ອໃນຊຸມຊົນ 23 ກໍລະນີ, ໃນນັ້ນ ນະຄອນ ຫຼວງພະບາງ 18 ກໍລະນີ, ເມືອງນ້ຳບາກ 4 ກໍລະນີ, ເມືອງຈອມເພັດ 1 ກໍລະນີ, ສຳລັບຕົວເລກສະສົມ ຜູ້ຕິດເຊື້ອຢູ່ແຂວງຫຼວງພະບາງ ມາຮອດປະ ຈຸບັນ ມີ 1.150 ກໍລະນີ, ປິ່ນປົວຫາຍດີສະສົມ 227 ກໍລະນີ, ຍັງສືບຕໍ່ປິ່ນປົວ 923 ກໍລະນີ ທັງໝົດມີອາການເບົາບາງ ແລະຍັງບໍ່ມີກໍລະນີເສຍຊີວິດ.
ສ່ວນ ດຣ ທອງພຸດ ສຸກຂະເສີມ ໄດ້ໃຫ້ຮູ້ກ່ຽວກັບການຄຸ້ມຄອງກໍລະນີ ຕິດເຊື້ອ COVID-19 ປັດຈຸບັນມີຜູ້ຕິດເຊື້ອສະສົມ ທີ່ປີ່ນປົວໃນໂຮງໝໍແຂວງ 141 ຄົນ, ມີໜ້າປີ່ນປົວໃນໂຮງໝໍ 38 ຄົນ, ຄົນເຈັບເບົາບາງ 37 ຄົນ, ປານກາງ 1 ຄົນ, ໂຮງໝໍພາກສະໜາມຂອງແຂວງມີໜັາປີ່ນປົວທັງໝົດ 133 ຄົນ, ສ່ວນຫຼາຍແມ່ນຕິດຕາມອາການ ເປັນຄົນເຈັບເບົາບາງ ແລະບໍ່ໜັກ, ການປີ່ນປົວໃນປັດຈຸ ບັນ ທ່ານໝໍໄດ້ປີ່ນປົວຕາມອາການໃຫ້ຢາລົດໄຂ້, ແກ້ເຈັບຄໍ, ແກ້ໄອ ຖ້າຄົນເຈັບມີອາການໜັກກໍ່ຈະໄດ້ໃຫ້ຢາຕ້ານໄວລັສ ແລະການດົມອົກຊີ ຖ້າກໍລະນີຮຸນແຮງໜັກ ຈະໄດ້ໃຊ້ເຄື່ອງຊ່ວຍຫາຍໃຈ, ພ້ອມນີ້ ທ່ານໄດ້ຊີ້ແຈງຂ່າວ ກໍລະນີພະນັກງານທີ່ຕິດເຊື້ອ ນໍ້າເບີ 782 ໃນວັນທີ່ 6 ຕຸລາ 2021 ມື້ຕໍ່ມາໄດ້ເກັບຕົວຢ່າງກວດຄືນເຫັນວ່າ ຜົນກວດຄັ້ງທີ່ 2 ເປັນຜົນລົບ ເຊີ່ງປູ້ກ່ຽວໄດ້ສຳພັດກັບຜູ້ຕິດເຊື້ອຢູ່ບ້ານຫ້ວຍຖ້ຳເມືອງຈອມເພັດ ໄລຍະທີ່ໄດ້ຮັບໃຊ້ການປີ່ນປົວ ປະຈຸບັນພະນັກງານຢູ່ໂຮງໝໍແຂວງທີ່ຕິດເຊື້ອພະຍາດໂຄວິດ 19 ມີພຽງຄົນດຽວ ແລະກຳລັງໄດ້ຮັບການປີ່ນປົວ, ທີ່ຈີງແລ້ວກໍ່ອະທິບາຍໄດ້ຍາກ ບາງທີອາດຈະຜິດພາດ ທາງດ້ານເຕັກນິກເຄື່ອງຈັກກວດ ເພາະໃນໄລຍະທີ່ມີການລະບາດໃນຊຸມຊົນຫຼາຍ ເຄື່ອງຈັກກວດຂອງຂອງໂຮງໝໍແຂວງ ໄດ້ເຮັດວຽກໜັກຕະຫຼອດກາງເວັນ ກາງຄືນ ປົກກະຕິ ໃນມື້ໜື່ງ ໄດ້ກວດຊອກຫາເຊື້ອໂຄວິດ ໄດ້ປະມານ 300-400 ຄົນ ແຕ່ໃນໄລຍະມີການລະບາດຫຼາຍໃນຊຸມຊົນ ພະນັກງານວິຊາການໄດ້ກວດຕົວຢ່າງ 500-800 ຄົນຕໍ່ມື້ ຈື່ງເຮັດໃຫ້ເຄື່ອງຈັກກວດ ມີຄວາມຕິດຄັດທາງດ້ານເຕັກນິກເຮັດໃຫ້ຜົນກວດ ອອກມາມີຂໍ້ຜິດພາດ, ເຊີ່ງທຸກຄົນໃນສັງຄົມ ຄົງຮັບຮູ້ນໍາກັນວ່າ ຢູ່ຕ່າງປະເທດກໍ່ສາມາດເກີດຂໍ້ຜິດພາດແບບດຽວນີ້ໄດ້.
ຂ່າວ: ອາພຸດເດດ ບຸບຜາ