ວັນທີ່ 13 ຕຸລາ 2021 ນີ້ ດຣ ທອງພຸດ ສຸກກະເສີມ ອຳນວຍການໂຮງໝໍແຂວງຫຼວງພະບາງ ໄດ້ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງ ພະຍາດ COVID-19 ຂັ້ນແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວປະຈໍາວັນກ່ຽວກັບ ການຄຸ້ມຄອງ-ປີ່ນປົວກໍລະນີຄົນເຈັບ ຜູ້ທີ່ຕິດເຊື້ອພະຍາດໂຄວິດ 19 ຢູ່ໃນ ໂຮງໝໍແຂວງຫຼວງພະບາງ ທ່ານກ່າວວ່າ: ຜູ້ຕິດເຊື້ອສະສົມ ທີ່ເຂົ້າປີ່ນປົວໃນໂຮງໝໍແຂວງມາເຖີງປັດຈຸບັນ ມີຕົວເລກສະສົມທັງໝົດ 141 ຄົນ, ຍັງມີໜ້າປີ່ນປົວ 41 ຄົນ, ເຊີ່ງເປັນຄົນເຈັບທີ່ມີອາການປານກາງ 39 ຄົນ ແລະອາການໜັກ 2 ຄົນ ເປັນເພດຍີງທັງ 2 ຄົນ, ສ່ວນຢູ່ໂຮງໝໍພາກສະໜາມຂອງແຂວງ ມີໜ້າປີ່ນປົວທັງໝົດ 174 ຄົນ, ສ່ວນຫຼາຍແມ່ນຕິດຕາມອາການ ເປັນຄົນເຈັບເບົາບາງ, ນອກຈາກນັ້ນ ແມ່ນການປີ່ນປົວຢູ່ໂຮງໜໍພາກສະໜາມ ຂອງແຕ່ລະເມືອງພາຍໃນແຂວງ, ສຳລັບກໍລະນີຄົນເຈັບເສຍຊີວິດ ເປັນເພດຊາຍອາຍຸ 60 ປີ ສັນຊາດລາວ, ອາຊີບປະຊາຊົນ, ບ້ານນາຫຼວງ ນະຄອນ ຫຼວງພະບາງ ເຂົ້າປີ່ນປົວຢູ່ໂຮງໝໍແຂວງວັນທີ່ 10 ຕຸລາ 2021 ເວລາ 20 ໂມງ 40 ນາທີ, ສາເຫດເຂົ້າໂຮງໝໍ ແມ່ນຕິດເຊື້ອພະຍາດໂຄວິດ-19 ປະ ຫວັດຜ່ານມາ ຄົນເຈັບມີພະຍາດປະຈໍາຕົວຫຼາຍຢ່າງເຊັ່ນ: ຄວາມດັນເລືອດສູງ, ເສັ້ນເລືອດສະໝອງຕິບຕັນ, ອໍາມະ ພຶກອໍາມະພາດ, ລ່ອຍແຂນຂາເບື້ອງຊ້າຍ ເຮັດໃຫ້ຄົນເຈັບເສຍຊີວິດໃນວັນທີ່ 12 ຕຸລາ 2021 ເວລາ 24 ໂມງ 00 ນາທີ ສ່ວນສົບຂອງຜູ້ເສຍຊີວິດ ເຈົ້າໜ້າ ທີ່ແພດໄດ້ເອົາໄປຈູດ ຢູ່ວັດວັດປ່າຫຍ້າທຶບ ແລະອັດທິ ຫຼື ກະດູກຂອງຜູ້ເສຍຊິວິດ ຈະຕ້ອງໄດ້ຝັງ ຫຼື ໃສ່ທາດ ຫ້າມບໍ່ໃຫ້ເອົາໄປໄຫຼນໍ້າເດັດຂາດ, ໃນກໍລະນີສະມາຊິກໃນຄອບຄົວຜູ້ໃດຜູ້ໜື່ງເສຍຊີວິດ ຄະນະສະເພາະກິດຂອງແຂວງ ບໍ່ສາມາດມອບສົບ ໃຫ້ກັບຄອບຄົວໄປບໍາເພັນກູສູນໄດ້ ເພື່ອບໍ່ໃຫ້ເຊື້ອໂລກແຜ່ກະຈາຍ ເວລາໄປສົ່ງສະການ ກໍ່ໃຫ້ມີແຕ່ຍາດພີ່ນ້ອງຄອບຄົວເປັນວົງແຄບ ແລະຢູ່ຫ່າງໄກຈາກສົບ.
Loading...