ໃນວັນທີ 16 ພຶດສະພາ 2021ທີສູນຄຸ້ມຄອງກໍລະນີພະຍາດໂຄວິດ-19, ໂຮງໝໍໂພນທອງ ໃດ້ສົ່ງໂຕຜູ້ຕິດເຊື້ອກັບສູ່ຄອບຄົວ ຈຳນວນ 3 ຄົນ ເປັນເດັກນ້ອຍ1ປີ 3 ເດືອນ, 5 ປີ ແລະ 6 ປີ


ໃຫ້ກຽດສົ່ງໂຕແມ່ນ ດຣ ບຸນຄ້ຳ ເພັດທານີ ຮອງຜູ້ອຳນວຍການໂຮງໝໍຈຳປາສັກ ພ້ອມດ້ວຍແພດຫມໍຂະແໜງປີ່ນປົວຈາກພະແນກສາທາ ແລະ ຫົວໜ້າຫ້ອງການສາທາເມືອງໂພນທອງ ໂດຍມີນາຍບ້ານຂອງແຕ່ລະຄົນມາຮັບເອົາ ແລະ ເຮັດບົດບັນທຶກມອບໃຫ້ອຳນາດການປົກຄອງບ້ານສືບຕໍ່ກັກໂຕຢູ່ບ້ານ 2 ອາທິດ ແລະ ປະຕິບັດຕາມວິຖິການດຳລົງຊີວີດແບບໄຫມ່ຖ້າມີອາການປ່ຽນແມ່ນໃຫ້ລາຍງານຫນ່ວຍງານສະເພາະກິດ ຫຼື ຕິດຕໍ່ 031 166.

