ວັນທີ່ 15 ຕຸລາ 2021 ນີ້ ດຣ.ທອງພຸດ ສຸກຂະເສີມ ຜູ້ອໍານວຍການໂຮງໝໍແຂວງຫຼວງພະບາງ ໄດ້ຕາງໜ້າສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂ ການລະບາດ ຂອງພະຍາດໂຄວິດ 19 ຂັ້ນແຂວງຫຼວງພະບາງ ຖະແຫຼ່ງຂ່າວປະຈໍາ ໂດຍທ່ານໄດ້ໃຫ້ຮູ້ກ່ຽວກັບ ຂໍ້ມູນກ່ຽວກັບການຄຸ້ມຄອງປີ່ນປົວກໍລິນີຄົນເຈັບຜູ້ທີ່ຕິດເຊື້ອຢູ່ໃນ ໂຮງໝໍແຂວງ ທ່ານກ່າວວ່າ: ປັດຈຸບັນ ຜູ້ຕິດເຊື້ອສະສົມ ທີ່ປີ່ນປົວໃນໂຮງໝໍແຂວງ ມີທັງໝົ້ດ 154 ຄົນ, ປິ່ນປົວຫາຍດີສະສົມ 127 ຄົນ, ມີໜ້າປີ່ນປົວ 33 ຄົນ, ໃນນັ້ນ ມີອາການໜັກ 1 ຄົນເປັນເພດຍີງ, ສ່ວນຢູ່ໂຮງໝໍພາກສະໜາມຂອງແຂວງ ມີຜູ້ຕິດເຊື້ອສະສົມ 301 ຄົນ, ມີໜັາປີ່ນປົວປັດຈຸບັນ 232 ຄົນ, ສ່ວນຫຼາຍມີອາການເບົາບາງ, ດຣ.ທອງພຸດ ສຸກຂະເສີມ ກ່າວຕື່ມວ່າ: ຜູ້ທີ່ບໍ່ໄດ້ສັກວັກຊີນຄົບສອງເຂັມ ສາມາດຕິດເຊື້ອເຊື້ອນໍາຜູ້ທີ່ບໍ່ໄດ້ສັກວັກຊີນຄົບ, ສ່ວນຄົນໃນຄອບຄົວຫຼາຍຄົນ ທີ່ບໍ່ໄດ້ສັກວັກຊີນຄົບ ກໍ່ສາມາດແຜ່ເຊື້ອໄດ້ ສໍາຄັນແມ່ນທຸກຄົນຕ້ອງສັກວັກຊີນໃຫ້ຄົບ 2 ເຂັມ, ຈື່ງຮຽກຮ້ອງໃຫ້ຜູ້ທີ່ມີເກນອາຍຸ ແລະກຸ່ມເປົ້າໝາຍໃນທົ່ວສັງຄົມ ພ້ອມກັນໄປສັກວັກຊີນ ຕາມສະຖານທີ່ບໍລິການທີ່ໄດ້ກໍານົດໄວ້ ສະເພາະນະຄອນຫຼວງພະບາງ ມີເດີ່ນພອນລາສີ ບ້ານພູໝອກ ແລະສວນສາທາລະນະລ້ານຊ້າງ ບ້ານພັນຫຼວງ ສ່ວນໂຮງໝໍບໍລິເວນ 107 ແມ່ນໄດ້ປິດການບໍລິການຊົ່ວຄາວ.
ໂອກາດນີ້ ຜູ້ອໍານວຍການໂຮງໝໍແຂວງຫຼວງພະບາງ ໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ຕ້ອງໄດ້ເຮັດຄວາມຮ່ວມມື ກັບວຽກການປ້ອງກັນ ແລະຮັກສາສຸຂະພາບໃຫ້ດີທີ່ສຸດ, ແພດໝໍທຸກຄົນ ຕ້ອງຄິດເຖີງຄວາມປອດໄພຂອງປະຊາຊົນບັນດາເຜົ່າຢູ່ສະເໝີ ຂໍໃຫ້ທຸກຄົນຮຽນຮູ້ ແລະໃຊ້ຊີວິດຢູ່ກັບພະຍາດໂຄວິດນີ້ຕໍ່ໄປ ພ້ອມທັງຕິດຕາມຂໍ້ມູນຂ່າວສານສາທາລະນະສຸກຢ່າງໃກ້ສິດ.
ຂ່າວ: ອາພຸດເດດ ບຸບຜາ


