ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນບ່າຍວັນທີ 14 ພະຈິກ 2022, ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ໂຈ ໄບເດັນ, ປະທານນາທິບໍດີສະຫະລັດອາເມຣິກາ ຢູ່ບາຫລີ, ປະເທດອິນ ໂດເນເຊຍ ໃນໂອກາດທີ່ທັງສອງທ່ານເດີນທາງໄປເຂົ້າ ຮ່ວມກອງກອງປະຊຸມສຸດຍອດອຸດສາຫະກຳການຄ້າກຸ່ມ 20 ປະເທດ ຫລື G20 ໃນລະຫວ່າງວັນທີ 14-17 ພະຈິກ 2022.
ທ່ານ ສີ ຈິ້ນຜິງ ໄດ້ກ່າວວ່າ: ນັບແຕ່ສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນເປັນຕົ້ນມາ ຈີນ ແລະ ສະຫະລັດອາ ເມລິກາ ໄດ້ຜ່ານຜ່າເຫດການສຳຄັນຕ່າງໆ ຫຼາຍກວ່າ 50 ປີ, ມີທັງສົມຫວັງ ແລະ ຜິດຫວັງ, ມີທັງປະສົບການ ແລະ ບົດຮຽນ, ເຊີ່ງປະຫວັດສາດດັ່ງກ່າວໄດ້ເປັນຕຳລາຮຽນທີ່ດີທີ່ສຸດ.
ຜູ້ນຳຈີນ ໄດ້ຮຽກຮ້ອງໃຫ້ສອງຝ່າຍຖືເອົາປະຫວັດສາດເປັນແວ່ນແຍງ ແລະ ເປັນໂຕນຳພາສູ່ອະນາຄົດ. ໃນຖານະທີ່ເປັນຜູ້ນຳຂອງສອງປະເທດໃຫຍ່, ຈີນ ແລະ ສະຫະລັດອາເມລິກາຕ້ອງສະແດງບົດບາດຜູ້ນຳ, ຟື້ນຟູ ແລະ ກຳນົດທິດທາງການພົວພັນທີ່ຖືກຕ້ອງ.
ປະທານປະເທດຈີນ ໄດ້ເນັ້ນໜັກວ່າ: ປັດຈຸບັນ ມີການປ່ຽນແປງເກີດຂຶ້ນແບບທີ່ບໍ່ເຄີຍມີມາກ່ອນ. ມະນຸດຊາດໄດ້ປະເຊີນກັບສິ່ງທ້າທາຍທີ່ບໍ່ເຄີຍມີ, ໂລກໄດ້ມາເຖິງທາງແຍກ, ຈະໄປທາງໃດຕໍ່ຈາກນີ້?. ນີ້ບໍ່ພຽງແຕ່ເປັນຄຳຖາມສຳລັບສອງປະເທດ ແຕ່ຍັງເປັນຄຳຖາມສຳລັບທຸກປະ ເທດ.
ຜູ້ນຳຈີນກ່າວຕື່ມວ່າ: ໂລກຕ່າງຫວັງວ່າ ຈີນ ແລະ ສະ ຫະລັດອາເມລິກາ ຈະແກ້ໄຂບັນຫາສາຍພົວພັນຂອງທັງ ສອງປະເທດຢ່າງເໝາະສົມ ແລະ ທັງສອງປະເທດ ຄວນຮ່ວມມືກັບທຸກປະເທດ ເພື່ອນຳເອົາຄວາມຫວັງມາສູ່ສັນຕິ ພາບໂລກໃຫ້ຫຼາຍກວ່າເກົ່າ, ມາສູ່ຄວາມເຊື່ອໝັ້ນຕໍ່ສະຖຽນລະພາບຂອງໂລກທີດີກວ່າເກົ່າ ແລະ ຊຸກຍູ້ການພັດ ທະນາຮ່ວມກັນໃຫ້ດີກວ່າເກົ່າ.
ຜູ້ນຳຈີນ ຍັງສະແດງຄວາມພ້ອມຂອງຕົນທີ່ຈະປຶກສາຫາລືກັບຜູ້ນຳສະຫະລັດອາເມລິກາຕໍ່ກັບບັນຫາທີ່ສຳຄັນຕໍ່ສາຍພົວພັນຂອງທັງສອງປະເທດ ກໍຄື ບັນຫາສຳຄັນຂອງໂລກ ແລະ ພາກພື້້ນ, ພ້ອມຈະຮ່ວມມືກັບສະຫະລັດອາເມ ລິກາເພື່ອປັບປຸງສາຍພົວພັນຂອງທັງສອງປະເທດໃຫ້ກັບສູ່ເສັ້ນທາງແຫ່ງການຂະຫຍາຍໂຕທີ່ເຂັ້ມແຂງ ແລະ ມີສະຖຽນລະພາບ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ຂອງໂລກ.
ໃນການພົບປະຄັ້ງນີ້, ຜູ້ນຳທັງສອງໄດ້ເຫັນດີນຳກັນວ່າ ສອງປະເທດຈະເຮັດວຽກຮ່ວມກັນເພື່ອເຮັດໃຫ້ກອງປະ ຊຸມບັນດາປະເທດພາຄີຂອງສົນທິສັນຍາວ່າດ້ວຍການປ່ຽນ ແປງດິນຟ້າອາກາດຂອງອົງການສະຫະປະຊາຊາດ ຄັ້ງທີ 25 ປະສົບຜົນສຳເລັດ.
ສອງຝ່າຍ ບັນລຸຄວາມເຂົ້າໃຈຮ່ວມກັນທີ່ຈະຈັດການປຶກສາຫາລື ແລະ ຮ່ວມມືກັນໃນຂົງເຂດສາທາລະນະສຸກ, ກະສິກຳ ແລະ ຄວາມໝັ້ນຄົງທາງອາຫານ, ເຫັນດີນຳໃຊ້ໜ່ວຍງາຍເຮັດວຽກຮ່ວມ ຈີນ-ສະຫະລັດອາເມລິກາ ເພື່ອສົ່ງເສີມການແກ້ໄຂບັນຫາອື່ນໆ ແລະ ເຫັນດີສົ່ງເສີມການເພີ່ມທະວີການໄປມາຫາສູ່ກັນຂອງປະຊາຊົນສອງປະເທດໃນທຸກຂະແໜງການ.
ຜູ້ນຳຂອງສອງປະເທດ ຕີລາຄາວ່າ: ການພົບປະຄັ້ງນີ້ ແມ່ນເລິກເຊິ່ງ, ກົງໄປກົງມາ ແລະ ສ້າງສັນ, ທັງຍັງໄດ້ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດຂໍ້ຕົກລົງຮ່ວມກັນໃນຄັ້ງນີ້ ແລະ ດຳເນີນມາດຕະການທີ່ເປັນຮູບປະທຳເພື່ອເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງສອງປະເທດກັບຄືນສູ່ເສັ້ນທາງແຫ່ງການພັດທະນາທີ່ມີສະຖຽນລະພາບ.
Cr: BT