ຜູ້ນຳພັກ-ລັດຖະບານຈີນ ຮ່ວມວາງກະຕ່າດອກໄມ້ໃນໂອກາດວັນລະນຶກວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດຂອງຈີນ
ໃນຕອນເຊົ້າວັນທີ 30 ກັນຍາ 2022, ທ່ານ ສີ ຈີ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູ ນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ, ພ້ອມດ້ວຍບັນດາຜູ້ນໍາພັກ-ລັດຖະ ບານຈີນ ແລະ ຜູ້ບັນດາຜູ້ຕາງຫນ້າຈາກທຸກຊັ້ນຄົນ ໄດ້ເຂົ້າ ຮ່ວມພິທີວາງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສາວະລີວິລະຊົນປະຊາຊົນ ພາຍໃນສະໜາມຫຼວງທ່ຽນອ່ານເມີນ, ນະຄອນ ຫຼວງປັກກິ່ງ ເນື່ອງໃນໂອກາດວັນລະນຶກວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດຂອງຈີນ ຢ່າງຍິ່ງໃຫຍ່ ແລະ ເຄັ່ງຂຶມ.
ນອກຈາກນີ້, ການວາງກະຕ່າດອກໄມ້ໃນຄັ້ງນີ້ ແມ່ນຈັດຂຶ້ນໃນໂອກາດວັນຊາດຈີນ ຄົບຮອບ 73 ປີ (ວັນທີ 1 ຕຸລາ 1949-ວັນທີ 1 ຕຸລາ 2022) ຕື່ມອີກ.
Cr: BT
ພາບ: Xinhua
Loading...