ອີງຕາມການເຊື້ອເຊີນ ຂອງສົມເດັດ ເຕໂຊ ຮຸນເຊັນ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກຳປູເຈຍ, ໃນວັນທີ 9 ກັນ ຍາ 2021 ທີ່ຈະມາເຖິງນີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະນຳພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 7 ຕາມແຜນງານການຮ່ວມມືທາງດ້ານເສດຖະກິດ ອະ ນຸພາກພື້ນແມ່ນໍ້າຂອງ (Greater Mekong Subregion Economic Cooperation Program: GMS) ຜ່ານລະບົບກອງປະຊຸມທາງໄກ ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືອະນຸພາກພື້ນແມ່ນໍ້າຂອງຄືນໃໝ່ ເພື່ອຮອງຮັບສິ່ງທ້າທາຍໃນທົດສະວັດໃໝ່ – GMS Renewed Strength to Face the Challenges of the New Decade” ໂດຍການເປັນປະທານ ຂອງສົມເດັດ ເຕໂຊ ຮຸນເຊັນ, ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ມີບັນດາຜູ້ນໍາ 6 ປະເທດທີ່ເປັນສະມາຊິກ ຄື: ສປ ຈີນ (ແຂວງຢູນນານ ແລະ ກວາງຊີ), ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ, ພ້ອມດ້ວຍ ປະ ທານທະນາຄານພັດທະນາອາຊີ ແລະ ອົງການຈັດຕັ້ງສາກົນຕ່າງໆເຂົ້າຮ່ວມ.
ກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 ນີ້, ຈະໄດ້ທົບທວນຄືນການຮ່ວມມືໃນໄລຍະ 3 ປີຜ່ານມາ ໂດຍສະເພາະ ການຕີລາຄາຄືນຜົນການຈັດຕັ້ງປະຕິບັດແຜນງານການຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະ 3 ປີທີ່ຜ່ານມາ, ການຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 6 ຜ່ານມາ, ຂອບການລົງທຶນພາກພື້ນ (Regional Investment Framework: RIF) 2018-2022 ແລະ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດຍຸດທະສາດການຮ່ວມມືຶອະນຸພາກພື້ນແມ່ນໍ້າຂອງ 2012-2022 ພ້ອມທັງ ຈະກໍານົດທິດທາງຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ຈະພິຈາລະນາຮັບຮອງເອົາ 3 ເອກະສານສໍາຄັນ ຄື: 1) ຍຸດທະສາດການຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງ 2030; 2) ແຜນດໍາເນີນງານການຟື້ນຟູ ແລະ ຕອບໂຕ້ພະຍາດ Covid-19 ສໍາລັບ ປີ 2021-2023; ແລະ 3) ຖະແຫຼງການຮ່ວມກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 (Joint Summit Declaration).