ໃນລະຫວ່າງວັນທີ 11-13 ກໍລະກົດ 2022 ນີ້, ທ່ານ ພົນເອກ ສະເຫຼີມພົນ ສີສະຫວັດ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງ ການ, ໂດຍການຕ້ອນຮັບຢ່າງອົບອຸ່ນ ຂອງ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ ພ້ອມດ້ວຍຄະນະ.
ໂອກາດນີ້, ສອງຝ່າຍໄດ້ພົບປະແລກ ປ່ຽນຕີລາຄາຄືນສະພາບວຽກງານ ເຊິ່ງກັນ ແລະ ກັນ ໃນບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ສອງຝ່າຍ ໄດ້ເຫັນດີ ເປັນເອກະພາບ ເພີ່ມທະວີຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ ແລະ ເສີມສ້າງສາຍພົວພັນຮ່ວມມືທາງດ້ານເສດຖະກິດທີ່ດີ ຕະ ຫຼອດຮອດການ ເພີ່ມທະວີການຮ່ວມມື ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບ ໄທ, ໂດຍສະເພາະການຮ່ວມມື ຂອງຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນ ມີຄວາມສະ ຫງົບສຸກ ໂດຍພື້ນຖານ, ນອກຈາກນັ້ນ ສອງຝ່າຍ ຍັງເຫັນດີເປັນເອກະພາບ ສືບຕໍ່ຮ່ວມມື ໃນວຽກງານດ້ານການຊ່ວຍ ເຫຼືອມະນຸດສະທຳ, ການຕ້ານໄພພິບັດທາງທຳມະຊາດ , ການແລກປ່ຽນ ດ້ານການແພດ , ສິລະປະ-ວັດທະນະທຳ ແລະ ກີິລາ ແລະ ຂອດການຮ່ວມມືໃນຂອບຂອງກອງປະຊຸມອາຊຽນລວມທັງບັນຫາອື່ນໆ ທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມ ກັນ .
ໃນໂອກາດເດີນທາງມາຢ້ຽມຢາມມິດ ຕະພາບ ຢູ່ ສປປ ລາວ ຂອງ ທ່ານ ຜູ້ບັນຊາການທະຫານສູງສຸດ ແຫ່ງ ຣາຊະ ອານາຈັກໄທ ພ້ອມດ້ວຍຄະນະ ຄັ້ງນີ້ ຍັງໄດ້ເຂົ້າວາງພວງມາລາ ຢູ່ ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ທ່ຽວຊົມບັນດາສະຖານທີ່ທ່ອງທ່ຽວ ທາງປະວັດສາດ ແລະ ວັດທະນາທຳ ຈຳນວນໜຶ່ງ ຢູ່ ນະຄອນຫລວງ ວຽງຈັນ ແລະ ນະຄອນ ຫຼວງພະບາງ.
ໂດຍ: ໂຊເລ້ ບຸນເຮືອງ
Loading...