ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້ນວັນທີ 28 ພຶດສະພາ 2023 ນີ້; ສະຫາຍ ພົນໂທ ຫູ ຈົງສຽງ ຜູ້ບັນຊາການເຫຼົ່າທັບບົກ, ຮອງຜູ້ບັນຊາເຂດສູ້ຮົບພາກໃຕ້ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ກອງພົນທະຫານຮາບທີ 1; ເຊິ່ງໃຫ້ການຕ້ອນຮັບຢ່າງອົບອຸ່ນ ຂອງ ສະຫາຍ ພົນຈັດຕະວາ ອຸ່ນຈັນແດງ ວັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນ ພ້ອມດ້ວຍຄະນະ.
ໂອກາດໃນການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນກອງທັບປະຊາຊົນຈີນ, ສະຫາຍ ພົນຈັດຕະວາ ອຸ່ນຈັນແດງ ວັນສົມ ຕາງໜ້າໃຫ້ຄະນະພັກ – ຄະນະບັນຊາ ພະນັກງານ, ນັກຮົບ ກອງພົນທະຫານຮາບທີ1 ໄດ້ກ່າວສະແດງຄວາມພາກພູໃຈ ແລະ ຍິນດີຕ້ອນຮັບຢ່າງສຸດອົກສຸດໃຈ; ພ້ອມທັງ, ລາຍງານໂດຍສັງເຂບ ສະພາບການກໍາເນີດ ແລະ ການເຄື່ອນໄຫວປະຕິບັດ ພາລະບົດບາດ ແລະ ໜ້າທີ່ ຂອງກອງພົນທະຫານຮາບທີ1 ໃຫ້ຄະນະຜູ້ແທນກະຊວງປ້ອງກັນປະເທດ ກອງທັບປະຊາຊົນຈີນ ໄດ້ຮັບຊາບ; ຈາກນັ້ນ, ສະຫາຍ ພົນໂທ ຫູ ຈົງສຽງ ກໍ່ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ຂອງຄະນະນໍາກອງພົນທະຫານຮາບທີ1 ແລະ ຊົມເຊີຍຕໍ່ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ຂອງກອງພົນທະຫານຮາບທີ 1 ຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ຮູ້ເຖິງຜົນງານອັນລໍ້າເລີດ, ວິລະກໍາອັນລືຊື່, ຄວາມເສຍສະຫຼະອັນສົ່ງສົ່ງ ແລະ ມີກຽດສະຫງ່າ ຂອງພະນັກງານ-ນັກຮົບປະຕິວັດ ກອງພົນທະຫານຮາບທີ1; ພ້ອມກ່າວຊີ້ນໍາວ່າ: ສອງຊາດ, ສອງພັກ-ລັດ, ສອງກອງທັບ ຈີນ-ລາວ ແມ່ນເພື່ອນມິດຍຸດທະສາດທີ່ຮ່ວມອຸດົມການອັນດຽວກັນ ໂດຍຍຶດໝັ້ນລັດທິສັງຄົມນິຍົມ ເປັນເຂັ້ມຊີ້ທິດເຍືອງທາງ ເພື່ອກ້າວຂຶ້ນສູ່ຄວາມຮຸ່ງເຮືອງສີວິໄລ ແບບຍືນຍົງ, ແມ່ນປະເທດບ້ານໃກ້ເຮືອນຄຽງບ້ານ ທີ່ມີມູນເຊື້ອສາມັກຄີຮັກແພງ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນມາແຕ່ດົນນານ; ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ່ແທນຂັ້ນສູງ ກອງທັບປະຊາຊົນຈີນ ໃນຄັ້ງນີ້ ແມ່ນຢູ່ໃນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ, ສອງກັບທັບ ລາວ – ຈີນ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ແລະ ພວມສະເຫຼີມສະຫຼອງວັນສໍາຄັນຕ່າງໆ ຂອງພັກ, ຂອງລັດ, ຂອງກອງທັບຂອງຕົນຢ່າງເປັນຂະບວນຟົດຟື້ນກ້ວາງຂວາງ ແລະ ເລິກເຊິ່ງ; ເພື່ອສະແດງເຖິງຄວາມຮັກ, ຄວາມຫ່ວງໄຍ, ຄວາມສາມັກຄີຮັກແພງ ໂອກາດສໍາຄັນນີ້ ສອງຝ່າຍກໍ່ໄດ້ນໍາເອົາຂອງຂວັນທີ່ລະນຶກມອບໃຫ້ກັນແລະກັນເພື່ອເກັບໄວ້ເປັນຄວາມຊົງຈໍາ.
ຈາກນັ້ນ, ຄະນະນໍາກອງພົນທະຫານຮາບທີ 1 ກໍ່ໄດ້ນໍາພາ ຄະນະຜູ້ແທນຂັ້ນສູງ ກອງທັບປະຊາຊົນຈີນ ເຄື່ອນໄຫວຢ້ຽມຢາມ ກອງພັນປືນໃຫຍ່ 631 ເພື່ອຢ້ຽມຊົມພາຫະນະກຽມພ້ອມສູ້ຮົບ ຂອງກອງພົນທະຫານຮາບທີ1 ຕື່ມອີກ.
ໂດຍ: ໂກຮັງ ພັນທະວົງ