ປະທານບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງຈໍາກັດຜູ້ດຽວ ຫລື AIDC ໄດ້ສະເໜີ ຕໍ່ລັດຖະບານແກ້ໄຂຫລາຍບັນຫາ ໂດຍສະເພາະການກໍານົດ ມາດຕະຖານຂອງທ່າບົກໃນການເກັບຄ່າບໍລິ ການລະຫວ່າງນະຄອນຫລວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ຕ້ອງເປັນເອກະພາບກັນ ແລະ ລັດຖະບານຕ້ອງອອກເເຮງໃນການປຸກລະດົມໃຫ້ ຄົນລາວຫັນມານໍາໃຊ້ເງິນກີບໃຫ້ຫລາຍຂຶ້ນ ແລະ ການເຈລະຈາດ້ານການຄ້າລະຫວ່າງ ປະເທດເຮົາກັບ ບັນດາປະເທດໃກ້ຄຽງ.
ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງຈໍາກັດ ຜູ້ ດຽວ ຫລື AIDC ເຊຶ່ງເປັນຜູ້ສົ່ງອອກ-ນໍາເຂົ້າສິນຄ້າກະສິກໍາ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນລາວໃນໂອກາດ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງນາຍົກລັດຖະມົນ ແລະ ຜູ້ປະກອບການທຸລະກິດໃນຂະແໜງການກະສິກໍາ ແລະ ປ່າໄມ້ຄັ້ງທີ 1 ປີ 2023 ທີ່ຈັດຂຶ້ນໃນວັນທີ 15 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ
” ລັດຖະບານຄວນມີການກໍານົດໃນການເກັບຄ່າບໍລິການລະຫວ່າງສະຖານີຖ່າຍສິນຄ້າທ່າບົກຢູ່ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ຕ້ອງເອກະພາບ ກັນໃນການເກັບຄ່າບໍລິການ, ລັດຖະບານຄວນເອົາໃຈໃສ່ຢ່າງຈິ່ງຈັງ ເພື່ອປຸກລະດົມໃຫ້ປະຊາຊົນລາວ ນໍາໃຊ້ເງິນກີບ ປັດຈຸບັນສະແດງໃຫ້ເຫັນມີບາງ ແຂວງຍັງໃຊ້ແຕ່ເງິນສະ ກຸນຕ່າງປະເທດໃນການເກັບ ຊື້ສິນຄ້າກະສິກໍາ, ລວມທັງສະເໜີໃຫ້ລັດຖະບານທົບທວນຄືນໃນການເຈລະຈາດ້ານການຄ້າລະຫວ່າງ ປະເທດໃກ້ຄຽງເຊຶ່ງໄລຍະຜ່ານມາຍັງບໍ່ທັນສະດວກເທົ່າທີ່ຄວນ ລວມທັງບັນຫາອື່ນ “
ປະທານບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງຈໍາກັດຜູ້ດຽວ ຫລື AIDC ມີຄໍາເຫັນ ຕື່ມວ່າ: ” ໃນເມື່ອກ່ອນ ສິນຄ້າກະສິກໍາສົ່ງອອກທາງບໍລິສັດຍັງມີຈໍານວນໜ້ອຍ ເມື່ອທຽບໃສ່ປັດຈຸບັນ ສິນຄ້າສົ່ງອອກແມ່ນມີຈໍານວນເພີ່ມຂຶ້ນ ແຕ່ການສົ່ງອອກດັ່ງກ່າວຍັງມີຂໍ້ກໍານົດທີ່ຍັງບໍ່ທັນສອດຄ່ອງ ກັບການສົ່ງອອກ,
ເປັນຕົ້ນ ການປ່ຽນຖ່າຍໃນລະດູຝົນຄວນຈະຢູ່ໜ້າດ່ານ, ສະຖານທີ່ປ່ຽນຖ່າຍບໍ່ມີ ເຮັດໃຫ້ສິນຄ້າກະສິກໍາບູດເໜົ່າ ແລະ ເສຍຫາຍ ເຊຶ່ງເປັນບັນຫາໃຫຍ່ “
ນອກນີ້ ລົດຂົນສົ່ງສິນຄ້າເຂົ້າ ໄປປະເທດໃກ້ຄຽງເຂົ້າບໍ່ໄດ້ ຍ້ອນການເຈລະຈາສອງຝ່າຍບໍ່ມີ, ເຮັດໃຫ້ຜູ້ສົ່ງ ອອກໄດ້ຮັບຜົນກະທົບ ແລະ ເຮັດໃຫ້ການເກັບຊື້ລາຄາກະສິກໍານໍາປະຊາຊົນກໍ່ຕໍ່າລົງໄປຕາມໆກັນ, ສະນັ້ນ ຜູ້ທີ່ໄດ້ຮັບຜົນກະໜັກກໍ່ແມ່ນຊາວກະສິກອນໂດຍກົງ ແລະ ທາງອ້ອມ. ສໍາລັບສິນຄ້າກະສິກໍາຫຼັກທີ່ທາງບໍລິສັດ AIDC ສົ່ງອອກຫຼາຍ ແລະ ສາມາດສ້າງລາຍຮັບເຂົ້າມາໃນປະເທດມີ 4 ປະເພດຄື: ຜະລິດຕະພັນທີ່ເຮັດຈາກມັນຕົ້ນ, ກາເຟ ສາລີ ແລະ ຢາງພາລາ ຍ້ອນມູນຄ່າຂອງສິນຄ້າລວມກັນຫຼາຍກ່ວາ 1 ຕື້ ໂດລາສະຫະລັດ.
ຂ່າວ: ບຸນຍັງ ພຸດສະຫວັດ