ຫໍພິພິທະພັນ ສິນລະປະລາວສະໄໝ ຕັ້ງຢູ່ບ້ານຊ້າງຄູ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ແມ່ນຫົວໜ່ວຍທຸລະກິດໜຶ່ງໃນນະຄອນຫລວງວຽງຈັນ ທີ່ສາມາດເຂົ້າເຖີງແຫຼ່ງທຶນອັດຕາດອກເບ້ຍ 3% ຕໍ່ປີ ຂອງກອງທຶນສົ່ງ ເສີມວິສາຫະກິດຂະໜາດນ້ອຍ ແລະ ແລະ ກາງຂອງລັດ ຖະບານ.
ທ່ານ ພິຊິດ ໄຊຍະທິດ ເຈົ້າຂອງທຸລະກິດ ໄດ້ເລົ່າເຖິງທີ່ມາຂອງຂອງທຸລະກິດນີ້ວ່າ ເກີດຈາກຄວາມມັກຮັກໃນການສະສົມຮາກໄມ້, ປູດໄມ້ ແລະ ໄມ້ແກະສະຫຼັກ ໂດຍໄດ້ສະສົມມາເປັນເວລາ 40 ກວ່າປີແລ້ວ ແລະ ມີຄວາມຄິດຢາກສ້າງຫໍພິພິທະພັນ ຍ້ອນວ່າໄດ້ແຮງພັກດັນຈາກແຂກທີ່ເຂົ້າມາຢ້ຽມຊົມຂອງສະສົມຢູ່ເຮືອນ ມີບາງຄົນຊື້ໂດຍໃຫ້ລາຄາສູງກວ່າຕົ້ນທຶນຫຼາຍເທົ່າ. ພ້ອມກັນນີ້ ເພິ່ນຍັງໄດ້ຮັບການພັກດັນຈາກການນໍາຂອງນະ ຄອນຫຼວງໃຫ້ສ້າງເປັນຫໍພິພິທະພັນ ເພື່ອໃຫ້ຄົນພາຍນອກໄດ້ເຫັນຂອງທີ່ລໍ້າຄ່າ, ງົດງາມ ແລະ ຫາເບິ່ງໄດ້ຍາກ ພ້ອມທັງເປັນການອະນຸລັກ ຮັກສາ ໄວ້ໃຫ້ລຸ້ນລູກລຸ້ນຫຼານໄດ້ເບິ່ງ ໄດ້ສຶກສາຕໍ່ໄປ.
ສະນັ້ນ ຫໍພິພິທະພັນແຫ່ງນີ້ ຈຶ່ງເປີດຢ່າງເປັນທາງການໃນວັນທີ 20 ກຸມພາ 2019 ໂດຍມີຜະລິດຕະພັນໄມ້ແກະສະຫຼັກ ແລະ ຮູບພາບວາງສະແດງປະມານ 20.000 ກວ່າລາຍການ ລາຄາເຂົ້າຊົມສໍາລັບຄົນລາວແມ່ນ 50.000 ກີບ ຕໍ່ຄົນ ແລະ ຄົນຕ່າງປະເທດແມ່ນ 100.000 ກີບ ຕໍ່ຄົນ. ເປີດໄດ້ພຽງ 8 ເດືອນ ກໍ່ພົບກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຕັດສິນໃຈປິດການເຂົ້າຊົມຊົ່ວຄາວ ເລີ່ມແຕ່ເດືອນມີນາ 2020 ຈົນເຖິງປັດຈຸບັນ. ກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ມີທັງແຂກ, ການນໍາພັກລັດ ແລະ ນັກທ່ອງທ່ຽວຈາກຕ່າງປະເທດເຂົ້າຢ້ຽມຊົມຫໍພິພິທະພັນເປັນຈໍານວນຫຼາຍ ໂດຍມີຜູ້ເຂົ້າຊົມຫຼາຍທີ່ສຸດແມ່ນ 600 ຄົນ ຕໍ່ມື້.
ທ່ານ ພິຊິດ ໄດ້ຊຸກຍູ້ຊາວບ້ານຢູ່ບ້ານໄຜ່ລ້ອມ 20 ກວ່າຄອບຄົວ ເຮັດເຄື່ອງຫັດຖະກໍາແກະສະລັກໄມ້ສົ່ງຂາຍໃຫ້ຫໍພິພິທະພັນນີ້ ນອກນີ້ ເພິ່ນ ກໍ່ໄດ້ສົ່ງເສີມຊາວບ້ານຕ່າງໆໃຫ້ຜະລິດເຄື່ອງແກະສະລັກໄມ້ ແລະ ຂອງທີ່ລະ ນຶກ ເຊັ່ນ: ບ້ານຊໍາເຄ້, ບ້ານຮ່ອງສຸພາບ, ບ້ານຫ້ວຍຫົງ (ຫັດຖະກໍາກອງແຊງ), ແຂວງບໍລິຄໍາໄຊ ແລະ ແຂວງຫຼວງພະບາງ ເປັນຕົ້ນ ເຊິ່ງໄດ້ນໍາໃຊ້ຕໍໄມ້, ຮາກໄມ້, ໄມ້ເສດເຫຼືອ ແລະ ໄມ້ທີ່ເພິ່ນປູກເອງ. ຫໍພິພິທະພັນແຫ່ງນີ້ ມີຄວາມສາມາດຮັບນັກທ່ອງທ່ຽວໄດ້ພຽງແຕ່ 200 ຄົນ ຕໍ່ຄັ້ງ ຈາກປະສົບ ການຜ່ານມາມີຜູ້ເຂົ້າຊົມ 400 ຄົນ ໃນມື້ດຽວ ແມ່ນບໍ່ສາມາດຮອງຮັບໄດ້ ຈຶ່ງມີຄວາມຕ້ອງການທຶນເພື່ອມາປັບ ປຸງຫໍພິພິທະພັນ ແລະ ຕໍ່ເຕີມອາ ຄານ ເຊັ່ນ: ສ້າງຫ້ອງອາຫານ, ສ້າງຫ້ອງຂາຍເຄື່ອງທີ່ລະນຶກ ແລະ ຂາຍຜະລິດທະພັນແກະສະລັກໄມ້ ແລະ ໃນອະນາຄົດ ກໍຍັງມີແຜນສ້າງຫໍພິພິ ທະພັນອີກແຫ່ງໜຶ່ງຢູ່ໜອງເຊື່ອມ.
ທ່ານ ພິຊິດ ໄດ້ຄົບເງື່ອນໄຂຂອງກອງທຶນສົ່ງເສີມວິສາ ຫະກິດຂະໜາດນ້ອຍ ແລະ ກາງ ໂດຍສະເພາະ ໄດ້ຖືບັນຊີຖືກຕ້ອງຕາມກົດໝາຍແລ້ວ ຜູ້ປະກອບກິດຈະການລາຍນີ້ແມ່ນຖືກຈັດເປັນວິສາຫະກິດຂະໜາດກາງ ກູ້ຢືມເງິນບ້ວງອັດຕາດອກເບ້ຍ 3% ຕໍ່ປີ ເພື່ອນໍາໃຊ້ເປັນທຶນຄົງທີ່. ການທີ່ສາມາດເຂົ້າຫາແຫຼ່ງທຶນດອກເບ້ຍຕໍ່າໄດ້ຊ່ວຍເຫຼືອຜູ້ປະ ກອບກິດຈະການທີ່ມີທ່າແຮງໃຫ້ສາມາດຕໍ່ຍອດໄດ້. ເປົ້າ ໝາຍຂອງຜູ້ປະກອບກິດຈະການລາຍນີ້ ແມ່ນຢາກໃຫ້ຫໍພິພິທະພັນ ສິນລະປະລາວສະໄໝ ກາຍເປັນຂະແໜງທ່ອງ ທ່ຽວຂອງ ສປປ ລາວ ທີ່ມີຊື່ສຽງສາມາດດຶງດູດນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ.
     
Cr: ກອງທຶນ SME
Loading...