ຜູ້ປະກັນຕົນຂອງອົງການປະກັນສັງຄົມແຫ່ງຊາດໃນຂົງເຂດໂຮງງານຕັດຫຍິບຫລາຍກວ່າ 17.000 ຄົນ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຈະໄດ້ຮັບເງິນອຸດໜູນໄລຍະສັ້ນຜູ້ລະ 9 ແສນກີບ/ຄົນ ພາຍໃນເດືອນມີນາ ປີ 2021 ນີ້ ພາຍໃຕ້ໂຄງການຮັບເງິນອຸດໜູນໄລ ຍະສັ້ນໃຫ້ແກ່ຜູ້ປະກັນຕົນໃນໂຮງງານຕັດຫຍິບ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19.
ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງ ຊາດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ໃນພິທີເປີດໂຄງ ການດັ່ງກ່າວຢ່າງເປັນທາງການຈັດຂຶ້ນຢູ່ນະຄອນຫລວງວຽງຈັນໃນວັນທີ 23 ກຸມພາ 2021 ນີ້ ວ່າ: ໂຄງການອຸດໜູນໄລຍະສັ້ນໃຫ້ແກ່ຜູ້ປະກັນຕົນໃນໂຮງງານຕັດຫຍິບທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19 ໄດ້ຮັບການຊ່ວຍເຫລືອຈາກ ກະຊວງ ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ຂອງສະຫະພັນ ເຢຍລະມັນໃນມູນຄ່າ 2 ລ້ານກວ່າໂດ ລາສະຫະລັດ ໂດຍຜ່ານອົງການແຮງງານສາກົນ ແລະ ໄດ້ມອບໃຫ້ອົງການປະກັນສັງຄົມແຫ່ງຊາດ ຮ່ວມກັບອົງການຈັດຕັ້ງສາມຝ່າຍເປັນຜູ້ຈັດຕັ້ງປະຕິບັດ. ສໍາລັບກິດຈະກຳທີ່ນຳໃຊ້ງົບປະມານຂອງໂຄງການດັ່ງກ່າວ ມີ 5 ເປົ້າໝາຍຫຼັກ ຄື: ງົບປະມານສຳລັບຊ່ວຍໜູນດ້ານລາຍໄດ້ແກ່ຜູ້ອອກແຮງງານໃນຂົງເຂດ ໂຮງງານຕັດຫຍິບ, ງົບປະມານສ້າງຄວາມເຂັ້ມແຂງ ຄຸ້ມຄອງໃນການຈັດຕັ້ງປະຕິບັດ ແກ່ອົງການປະກັນສັງຄົມແຫ່ງຊາດ, ງົບປະມານສຳລັບການສົ່ງເສີມການຮ່ວມມື ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຂອງອົງການຈັດຕັ້ງສາມຝ່າຍ, ງົບປະມານສຳລັບການ ຕິດຕາມ, ປະເມີນຜົນ ແລະ ງົບປະມານສະໜັບສະໜູນໂຄງການ ບໍລິຫານຂອງຄູ່ຮ່ວມພັດທະນາ.
ທ່ານ ນາງ ແກ້ວ ຈັນທະວີໄຊ ໃຫ້ຮູ້ຕື່ມວ່າ: ເງິນຊ່ວຍໜູນທີ່ຜູ້ອອກແຮງ ງານໃນຂົງເຂດໂຮງງານຕັດຫຍິບທີ່ໄດ້ເຂົ້າເປັນສະມາຊິກຂອງກອງທຶນປະ ກັນສັງຄົມ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຈະໄດ້ຮັບ ແມ່ນຈ່າຍຄັ້ງດຽວຈຳນວນ 900.000 ກີບ/ຄົນ ພາຍໃນເດືອນມີນາ 2021 ນີ້ ຊຶ່ງແຕ່ລະໂຮງງານຕ້ອງໄດ້ສັງລວມ ແລະ ສະໜອງຂໍ້ມູນບັນຊີລາຍຊື່ຜູ້ອອກແຮງງານທັງໝົດໃນໂຮງງານຕົນຕາມຮ່າງແບບຟອມທີ່ກຳນົດ ເພື່ອສົ່ງໃຫ້ ອົງການປະກັນສັງຄົມແຫ່ງຊາດ ເປັນຜູ້ພິຈາລະ ນາ ໂດຍຈະກວດສົມທຽບຂໍ້ມູນ ກັບຖານຂໍ້ມູນເງິນສົມທົບປະກັນສັງຄົມ ແລະ ຄິດໄລ່ຈ່າຍເທື່ອດຽວໃຫ້ຜູ້ປະກັນຕົນແຕ່ລະຄົນ.
ສ່ວນ ທ່ານ ປະເດີມພອນ ສົນທະນີ, ຮອງລັດຖະມົນຕີກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ທີ່ໃຫ້ກຽດເຂົ້າຮ່ວມພິທີໃນຄັ້ງນີ້ ໄດ້ຕີລາ ຄາສູງຕໍ່ການສະໜັບສະໜູນຂອງກະຊວງ ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ກໍ່ຄືລັດຖະບານຂອງສະຫະພັນເຢຍລະມັນທີ່ໄດ້ເລືອກເອົາ ສປປ ລາວ ເປັນປະເທດເປົ້າໝາຍໃນການຊ່ວຍເຫລືອໃນຄັ້ງນີ້, ພ້ອມນີ້ ທ່ານໄດ້ເນັ້ນໜັກໃຫ້ອົງການປະກັນສັງຄົມແຫ່ງຊາດ ຮ່ວມກັບພາກ ສ່ວນກ່ຽວຂ້ອງເບີກຈ່າຍເງິນໃຫ້ກຸ່ມເປົ້າໝາຍທີ່ຈະໄດ້ຮັບເງິນອຸດໜູນໄລ ຍະສັ້ນໃນຄັ້ງນີ້ ດ້ວຍຄວາມໂປ່ງໃສທີ່ສຸດ ແລະ ຫ້າມບໍ່ໃຫ້ມີບັນຊີລາຍຊື່ທີ່ບໍ່ຖືກຕ້ອງຢ່າງເດັດຂາດ ເພື່ອນຳເອົາສິດຜົນປະໂຫຍດໄປໃຫ້ເຖິງຊາວຜູ້ອອກແຮງງານ ໂດຍສະເພາະບັນດາຜູ້ປະກັນຕົນໃນຂົງເຂດໂຮງງານຕັດຫຍິບ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງແທ້ຈິງ.
 
ຂ່າວ: ບຸນຕຽງ ຈັນທະວົງ
Loading...