ວັນທີ 23 ເມສາ 2021 ນີ້ ທ່ານ ບຸນເລື່ອມ ມະນີວົງ, ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດຂອງພະຍາດ COVID-19 ຂັ້ນແຂວງ ໄດ້ຖະແຫຼງຂ່າວກ່ຽວກັບ ການເຝົ້າລະວັງ ພະຍາດ COVID-19 ຢູ່ ແຂວງຫຼວງພະບາງ ວ່າ: ວັນທີ 22 ເມສາ 2021 ຈຸດຜ່ານດ່ານສະໜາມບິນສາກົນຫຼວງພະບາງ ບໍ່ມີຜູ້ເດີນທາງ ເຂົ້າມາໃນແຂວງ ສ່ວນການຕິດຕາມການຈຳກັດບໍລິເວນ ນັບແຕ່ວັນທີ່ 1 ມັງກອນ 2021, ເຖິງປະຈຸບັນມີ ແຮງງານທີ່ລັກລອບເດີນທາງຈາກຕ່າງປະເທດ ສະສົມ 80 ຄົນ, ປະຈຸບັນທົ່ວແຂວງມີສູນຈໍາກັດບໍລິເວນ ທັງໝົດ 3 ສູນ, ມີຜູ້ຈຳກັດບໍລິເວນຍັງຄ້າງຢູ່ສູນທັງໝົດ 19 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19. ສະເພາະວັນທີ 22 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 8 ຄົນ; ຍັງລໍຖ້າຜົນກວດ, ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປະຈຸບັນ, ບໍ່ມີຄົນເຈັບຕິດເຊື້ອໂຄວິດ-19 ນອນ ຕິດຕາມປິ່ນປົວ. ທ່ານກ່າວຕື່ມວ່າ: ຍ້ອນປະຈຸບັນໄດ້ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ແລະກຳລັງ ແຜ່ກະຈາຍໄປຫຼາຍແຂວງໃນທົ່ວປະເທດ, ເພື່ອເປັນການປ້ອງກັນຕໍ່ສຸຂະພາບ ແລະຊີວິດຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆກໍ່ຄືຊາວຕ່າງປະເທດ ທີ່ດໍາລົງຊີວິດຢູ່ແຂວງຫລວງພະບາງ, ຂໍຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫລວດ, ຜູ້ປະກອບການທັງພາຍໃນ ແລະຕ່າງປະເທດ ແລະປະຊາຊົນບັນດາເຜົ່າ, ສືບຕໍ່ປະຕິບັດມາດຕະການ-ການປ້ອງກັນໂຄວິດ-19 ຕາມຄໍາສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ, ລົງວັນທີ 21 ເມສາ 2021 ແລະຄຳສັ່ງ, ແຈ້ງການຄະນະສະເພາະກິດຂັ້ນແຂວງ, ເມືອງ-ນະຄອນ ວາງອອກຢ່າງເຂັ້ມງວດ, ເປັນຕົ້ນ ໃຫ້ແຕ່ລະເມືອງ-ນະຄອນ, ສໍານັກງານ-ອົງການ, ບໍລິສັດ, ຫ້າງຮ້ານຕ່າງໆ, ໂຮງແຮມ, ສະຖານທີ່ບໍລິການ, ສະຖາບັນການສຶກສາ, ບ້ານໃນທົ່ວແຂວງ ເພີ່ມທະວີການຕິດຕາມ, ກວດກາ, ລາດຕະເວນຄົນເຂົ້າ-ອອກຢ່າງເຄັ່ງຄັດ, ເພື່ອສະກັດກັ້ນຄົນເຂົ້າເມືອງຢ່າງບໍ່ຖືກຕ້ອງຕາມກົດໝາຍ, ສຳລັບຜູ້ມີຄວາມຈໍາເປັນຈະເດີນທາງອອກຈາກບ້ານ, ຈາກເຮືອນ ໃຫ້ປຸກລະດົມກັນໃສ່ຜ້າອັດປາກ, ດັງ, ໃຊ້ເຈວລ້າງມື, ບຸກຄົນໃດຫາກບໍ່ມີຄວາມຈໍາເປັນ ບໍ່ໃຫ້ອອກຈາກບ້ານ-ເຮືອນ ໄປບ່ອນອື່ນໆ, ພ້ອມກັນນີ້ບໍ່ໃຫ້ມີຄວາມຢ້ານກົວ, ແຕກຕື່ນ ທຸກຄົນຕ້ອງມີສະຕິ ແລະປະຕິບັດມາດຕະການປ້ອງກັນ ຕາມທີ່ຄະນະ ສະເພາະກິດຂັ້ນສູນກາງ, ຂັ້ນແຂວງ ແລະຂັ້ນເມືອງວາງ ອອກຢ່າງເຂັ້ມງວດ, ເພີີ່ມທະວີການຕິດຕາມ, ກວດກາ ຄົນມາພັກເຊົາຢູ່ຕາມສະຖານທີ່ຕ່າງໆ ພ້ອມທັງໃຫ້ການຮ່ວມມືລາຍງານ ຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ, ເພື່ອດໍາເນີນການໃຫ້ຖືກຕ້ອງ ຕາມລະບຽບການຢ່າງເຂັ້ມງວດ, ເປັນຕົ້ນ ຄອບຄົວ, ຍາດພີ່ນ້ອງ ມາແຕ່ບ່ອນອື່ນໃຫ້ແຈ້ງຂໍ້ມູນ ຕາມຄວາມຈິງໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງຊາບໂດຍດ່ວນ, ເພື່ອແກ້ໄຂບັນຫາໃຫ້ທັນການ, ໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ປຸກລະດົມກັນມາສັກວັກຊິນ ກັນພະຍາດໂຄວິດ-19 ຕາມສະຖານທີ່ ທີ່ພະແນກສາທາລະນະສຸກແຂວງ ໄດ້ກໍານົດໄວ້, ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ, ບັນດາເມືອງ-ນະຄອນ ເພີ່ມມາດຕະການກວດກາຄົນເຂົ້າ ຕາມຊາຍແດນລະຫວ່າງແຂວງຕໍ່ແຂວງຢ່າງເຂັ້ມງວດ, ໃຫ້ຄະນະສະເພາະກິດເພີ່ມມາດຕະການ, ຊອກຫາກຸ່ມມີຄວາມສ່ຽງ ເພື່ອປະຕິບັດມາດຕະການຢ່າງຖືກຕ້ອງ, ເພີ່ມທະວີ,ຕິດຕາມ, ກວດກາ ຮ້ານບັນເທິງ, ກາລະໂອເກະ, ຮ້ານນວດ, ການສ້າງສັນ, ຊຸມແຊວ ແລະ ບ່ອນເຕົ້າໂຮມຄົນຫລາຍ ທີ່ລະເມີດມາດຕະການ ທີ່ຄະນະສະເພາະກິດວາງອອກ,ໃນກໍລະນີມີການລະເມີດ ກໍໃຫ້ເຈົ້າໜ້າທີ່ກ່ຽວຂ້ອງນໍາໃຊ້ມາດຕະການຕ່າງໆຢ່າງເໝາະສົມ ລວມທັງມາດຕະການບໍລິຫານ, ເສດຖະກິດ ແລະກົດໝາຍກ່ຽວຂ້ອງ, ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້ ຫຼື ໂທຫາ ສາຍດ່ວນ 071 166 ແລະ 030 5475000, ພ້ອມທັງແຍກຕົວເອງອອກຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ, ໃຫ້ອົງການປົກຄອງແຂວງ ແລະຄະນະສະເພາະກິດຂັ້ນແຂວງ, ເມືອງ, ນະຄອນ, ເຈົ້າໜ້າທີ່ໆກ່ຽວຂ້ອງ ທຸກພາກສ່ວນ ສືບຕໍ່ເຝົ້າລະວັງ, ຕິດຕາມ, ປະເມີນສະພາບການຢູ່ພາຍໃນແຂວງ ເປັນແຕ່ລະໄລຍະ ແລະອອກມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເໝາະສົມ ຕາມທິດຊີ້ນໍາຂອງລັດຖະບານແຕ່ລະໄລຍະ, ໂອກາດນີ້ ທ່ານໄດ້ຮຽກຮ້ອງ ເຖີງປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕໍາຫລວດ, ຜູ້ປະກອບການ ທັງພາຍໃນ ແລະຕ່າງປະເທດ, ທຸກພາກສ່ວນໃນສັງຄົມ ທີ່ຢູ່ແຂວງຫຼວງພະບາງ, ຈົ່ງສືບຕໍ່ຮ່ວມແຮງ, ຮ່ວມໃຈກັນ, ໃຫ້ການຮ່ວມມື, ພ້ອມກັນປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ເພື່ອສຸກຂະພາບ, ເພື່ອຊີວິດຂອງປະຊາຊົນໃນສັງຄົມ, ເຮັດໃຫ້ແຂວງຫຼວງພະບາງ ປອດໄພ ຈາກການລະບາດຂອງພະຍາດໂຄວິດ-19.

Loading...