ໃນວັນທີ 18 ກຸມພາ 2021 ນີ້, ຜູ້ລົງສະ ໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງ ຊາດ (ສສຊ) ຊຸດທີ IX ເຂດ ເລືອກຕັ້ງທີ 9 ແຂວງຊຽງຂວາງ ຈຳນວນ 10 ທ່ານ ໄດ້ລົງເຄື່ອນໄຫວແນະນຳຕົວ ແລະ ຫາສຽງຢູ່ເມືອງຄູນ ນຳໂດຍ ທ່ານ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີ ຄະນະນຳຂອງເມືອງ, ພະນັກງານ, ທະຫານ ແລະ ມວນຊົນພາຍໃນເມືອງຄູນ ເຂົ້າຮ່ວມ.
ໃນພິທີ, ທ່ານ ວຽງພອນ ເມືອງຈະເລີນ ເຈົ້າເມືອງເມືອງຄູນ, ປະທານເລືອກຕັ້ງຂັ້ນເມືອງ ໄດ້ໃຫ້ຮູ້ວ່າ: ເມືອງຄູນ ມີພົນລະເມືອງທັງໝົດ 36.685 ຄົນ, ຍິງ 17.868 ຄົນ, ຜູ້ມີອາຍຸ 18 ປີຂຶ້ນໄປ 16.290 ຄົນ, ຍິງ 7.786 ຄົນ, ໄດ້ກຳນົດໜ່ວຍເລືອກຕັ້ງພາຍໃນເມືອງ 74 ໜ່ວຍເລືອກຕັ້ງ.
ຈາກນັ້ນ, ຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ກໍໄດ້ ແນະນະຕົວຕໍ່ຜູ້ມີສິດເລືອກຕັ້ງ ເພື່ອໃຫ້ຜູ້ມີສິດລົງຄະແນນໄດ້ຮັບຮູ້ເຖິ່ງຜົນງານ, ການເຄື່ອນໄຫວ ແລະ ວິໄສທັດຂອງແຕ່ລະທ່ານ, ການລົງໂຄສະນາຫາສຽງ, ພົບປະ ແລະ ສະເໜີຕົວຢູ່ເມືອງຄູນແມ່ນໄດດຳເນີນຢູ່ 2 ຈຸດຂອງເມືອງຄືເທດສະບານເມືອງຄູນ ແລະ ກຸ່ມບ້ານງານເມືອງຄູນ.


