ວັນທີ 16 ກຸມພາ 2021 ຜູ້ລົງສະຫມັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ9 ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ຈໍານວນ 23 ທ່ານໄດ້ລົງພົບປະ ແລະແນະນໍາຕົນເອງຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ເມືອງໄຊທານີ ຈໍານວນ 7 ຈຸດຄື: ຈຸດສະໂມສອນດົງບັງ- ຫ້ວຍຈຽມ, ສະໂມສອນໂຮງຮຽນມັດທະຍົມສົມບູນໄຜ່ລ້ອມ, ສະໂມສອນຫ້ອງວ່າການເມືອງໄຊທານີ, ສະໂມສອນມັດທະຍົມສົມບູນເວີນຄໍາ-ທ່າງ່ອນ, ຕານມີໄຊ, ກຸ່ມສີວິໄລ-ດົງໂດກ, ບ້ານໄຊ, ຫາດກ້ຽງ, ບ້ານຊ້າງ ແລະສະໂມສອນສູນ489 ບ້ານຂຸດສາມບາດ ,ໂດຍມີຜູ້ມີສິດເລືອກຕັ້ງທົ່ວເມືອງໄຊທານີເຂົ້າຮ່ວມເປັນຈໍານວນຫລາຍ. ໂອກາດນີ້ ຜູ້ສະໝັກແຕ່ລະທ່ານໄດ້ຂຶ້ນສະເໜີຜົນງານ, ປະຫວັດການເຮັດວຽກ ພ້ອມແນະນໍາຕົນເອງ ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ9 ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ນະຄອນຫລວງ ຊຸດທີ 2 ເຂົ້າໃຈຢ່າງເປັນຂະບວນກວ້າງຂວາງ,ໂດຍໄດ້ຮັບຄວາມສົນໃຈຈາກຜູ້ມີສິດປ່ອນບັດເລືອກຕັ້ງຫລາຍສົມຄວນ. ສໍາລັບເມືອງໄຊທານີມີພົນລະເມືອງທັງໝົດ 220,674ຄົນ, ເປັນເພດຍິງ 111,433ຄົນ, ຜູ້ມີສິດເລືອກຕັ້ງທັງໝົດ 144.352ຄົນ, ເປັນເພດຍິງ 72.974ຄົນ, ມີ 22ໜ່ວຍເລືອກຕັ້ງ. ສ່ວນຜູ້ສະຫມັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 9 ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນຈໍານວນ 6 ທ່ານ ນໍາໂດຍ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ລົງພົບປະຜູ້ມີສິດປ່ອນບັດເລືອກຕັ້ງທີ່ມາຈາກ 22 ບ້ານຂື້ນກັບກຸ່ມດົງບັງ ແລະ ກຸ່ມຫ້ວຍຈຽມຢູ່ວັດບ້ານນາສາລາ.

Loading...