ໂດຍປະຕິບັດຕາມແຜນການລົງເຄື່ອນໄຫວໂຄສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 02 ປະຈຳເມືອງຄູນຄໍາ ທີ່ທາງຄະນະກຳມະການເລືອກຕັ້ງຂອງເມືອງໄດ້ກຳນົດອອກ ດັ່ງນັ້ນມາໃນວັນທີ 09 ກຸມພາ 2021 ນີ້ຢູ່ທີ່ຫ້ອງການບ້ານ ທ່ານາ ແລະ ຄູນເພັດເມືອງຄູນຄໍາ ແຂວງຄໍາມ່ວນ ບັນດາຜູ້ລົງສະໝັກຮັບເລືອກຕັ້ງ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ປະຈໍາເມືອງຄູນຄໍາ ນຳພາໂດຍ ທ່ານ ແກ້ວວັນໄຊ ສຸກແສນທອງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ລົງສະໝັກຮັບເລືອກຕັ້ງນໍ້າເບີ 01 ພ້ອມຄະນະ. ໄດ້ລົງເຄື່ອນໄຫວພົບປະ ຫາສຽງນຳພໍ່ແມ່ປະຊາຊົນເຂດທ່ານາ – ຄູນເພັດ ມີ 03 ບ້ານ ຄື : ບ້ານຜາຊ້າງ, ຄູນເພັດ ແລະ ບ້ານນາຄາເຂົ້າຮ່ວມ.
ໃນໄລຍະ 01 ວັນເຕັມ ຂອງການລົງເຄື່ອນໄຫວສະເໜີຕົວຜູ້ລົງສະໝັກຮັບເລືອກຕັ້ງ ສສຂ ປະຈໍາເຂດເລືອກຕັ້ງເມືອງຄູນຄໍາ ແຂວງຄຳມ່ວນ ເຊິ່ງໄດ້ພົບປະໂອ້ລົມ ອໍານາດການປົກຄອງກໍ່ຄືພໍ່ແມ່ພີ່ນ້ອງປະຊາຊົນ ແລະ ຜູ້ມີສິດປ່ອນບັດໃນເຂດດັ່ງກ່າວ. ສຳລັບເມືອງຄູນຄໍາປະກອບມີຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຂ ໃນຊຸດນີ້ມີຈຳນວນ 05 ທ່ານ, ໃນນັ້ນຜູ້ລົງສະໝັກຮັບເລືອກຕັ້ງຈາກແຂວງມີ 02 ທ່ານ ແລະ ຜູ້ລົງສະໝັກຮັບເລືອກຕັ້ງຈາກທ້ອງຖິ່ນຈຳນວນ 03 ທ່ານ. ໃນໂອກາດນີ້ບັນດາຜູ້ລົງສະໝັກກໍ່ໄດ້ຜັດປ່ຽນກັນຂຶ້ນສະເໜີຊື່ ແລະ ນໍ້າເບີ, ແນະນຳ ແລະ ສະເໝີຜົນງານການເຄື່ອນໄຫວຂອງຕົນ ຕໍ່ຜູ້ມີສິດປ່ອນບັດພ້ອມທັງຍົກໃຫ້ເຫັນບົດບາດຄວາມໝາຍຄວາມສຳຄັນຂອງວຽກງານສະພາ ໃນການພິຈາລະນາເອົາບັນຫາສຳຄັນ ແລະ ບັນຫາຕ່າງໆ ທີ່ຕິດພັນກັບການເລືອກຕັ້ງ ແລະ ຕາມແຜນໃນວັນທີ 10 ກຸມພາ ຈະໄດ້ເຄື່ອນໄຫວພົບປະອໍານາດການປົກຄອງ, ພໍ່ແມ່ປະຊາຊົນບ້ານພູໝາກແໜ່ງ ແລະ ຄູນເງິນ.