ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງໄຊຍະບູລີ ເຂດເລືອກຕັ້ງເມືອງປາກລາຍ ສືບຕໍ່ລົງໂຄສະນາຫາສຽງຢູ່ທີບ້ານມ່ວງເໜືອ ໃນວັນທີ 12 ກຸມພາ 2021ນີ້ ໂດຍໄດ້ຮັບການຕ້ອນຮັບຂອງທ່ານ ທອງໃສ ສຸກເສີມ ເລຂາໜວ່ຍພັກບ້ານນາຍບ້ານໆມ່ວງເໜຶອ, ມີບັນດາຄະນະຊີ້ນຳການເລືອກຕັ້ງຂັ້ນເມືອງ, ມີບັນດາພະນັກງານປະຈໍາໜວ່ຍເລືອກຕັ້ງ, ຄະນະພັກອຳນາດການປົກຄອງບ້ານ, ພ້ອມດ້ວຍປະຊາຊົນບັນດາເຜົ່າຜູ້ມີສິດປ່ອນບັດເລືອກຕັ້ງພາຍໃນ 3 ບ້ານ ຄື: ບ້ານມ່ວງເໜືອ, ບ້ານມ່ວງໃຕ້ , ບ້ານດອນ, ບ້ານແຄ, ແລະ ຄູອາຈານພ້ອມດວ້ຍນ້ອງນ້ອຍນັກຮຽນໂຮງຮຽນມສບ້ານມວ່ງ ໃຫ້ການຕ້ອນຮັບຢ່າງພ້ອມພຽງ. ຈຸດປະສົງຄາດໝາຍໃນການລົງມາຫາສຽງກໍ່ເພຶ່ອມາແນະນໍາ ສະເໜີຕົວຂອງຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງເຂດເລືອກຕັ້ງເມືອງປາກລາຍ ໂດຍຜູ້ສະໝັກຮັບເລືອກຕັ້ງຈຳນວນ 5 ທ່ານກໍ໋ໄດ້ຜັດປຽ່ນກັນຂຶ້ນສະເໜີຕົວພ້ອມທັງຜ່ານປະຫວັດຫຍໍ້ກ່ຽວກັບວຽກງານການເຄື່ອນໄຫວຂອງຕົນໃນໄລຍະຜ່ານມາ ແລະ ວິໄສທັດໃນການພັດທະນາໃນຕໍ່ໜ້າພ້ອມທັງຜ່ານປະຫວັດຂອງຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ່ 7 ແຂວງໄຊຍະບູລີ ແລະ ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າກໍ່ຄືຜູ້ທີມີສິດປ່ອນບັດເລືອກຕັ້ງໃຫ້ຄົ້ນຄວ້າພິຈາລະນາໃຊ້ສິດປະຊາທິປະໄຕຂອງຕົນ ຄັດເລືອກເອົາຜູ້ມີມາດຖານເງື່ອນໄຂຄົບຖ້ວນເຂົ້າໃນສະພາເພຶ່ອເປັນຄວາມຫວັງອັນສູງສົ່ງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່.