ໃນລະຫວ່າງວັນທີ9-11ກຸມພາ 2021ນີ້ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງໄຊສົມບູນ ປະຈຳເມືອງລ້ອງແຈ້ງ ຊຸດທີ II ຈໍານວນ 6 ທ່ານ ໄດ້ເຄື່ອນໄຫວພົບປະຜູ້ມີສິດປ່ອນບັດເລືອກຕັ້ງຢູ່ກອງພັນໃຫຍ່ຈໍ584,ກອງພັນນ້ອຍ421, ກອງບັນຊາການ ປກສ-ປກຊ ເມືອງ ແລະ ກອງພັນນ້ອຍ468 ຢູ່ທີ່ສະໂມສອນຂອງກົມກອງດັ່ງກ່າວ ໂດຍແມ່ນ ທ່ານ ສູນດາວັນ ສີທົງໄຊ ຫົວ ໜ້າຄະນະໂຄສະນາອົບຮົມເມືອງລ້ອງແຈ້ງ ເປັນຫົວຫນ້າຄະນະ.
ໃນໂອກາດນີ້ແຕ່ລະທ່ານ ໄດ້ຜັດປ່ຽນກັນຂື້ນສະເໜີຕົວ,ພ້ອມທັງລາຍງານຜົນການເຄື່ອນໄຫວວຽກງານ ໂດຍຫຍໍ້ ເພື່ອໃຫ້ຜູ້ມີສິດເລືອກຕັ້ງແຕ່ອາຍຸ18ຂື້ນໄປ ໄດ້ຮັບຮູ້ເຂົ້າໃຈຢ່າງເລີກເຊີ່ງ ກ່ຽວກັບປະຫວັດຕົ້ນກຳເນີດ,ການຈັດຕັ້ງປະຕິບັດວຽກງານແຕ່ລະໄລຍະຜ່ານມາ ,ຮັບຮູ້ເຂົ້າ ໃຈເຖີງຄວາມມຸ້ງມາດປາຖະໜາ,ຄຸນສົມບັດສິນທໍາປະຕິ ວັດ,ແລະ ເພື່ອແນ່ໃສ່ໃຫ້ຜູ້ໄປໃຊ້ສິດຂອງຕົນເອງ ຮັບປະ ກັນໄດ້ສາມຮ້ອຍສ່ວນຮ້ອຍ.





Cr: ນັກຂ່າວເມືອງລ້ອງແຈ້ງ