ຜູ້ສະໝັກຮັບເລືອກຕັ້ງເປັນສະມະຊິກສະພາແຫ່ງຊາດຊຸດທີ 9 ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ຈໍານວນ 23 ທ່ານ ນຳໂດຍ ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເຄື່ອນໄຫວພົບປະ ແລະແນະນຳຕົວຢູ່ມະຫາວິທະຍາ ໄລແຫ່ງຊາດ ໃນວັນທີ 9 ກຸມພາ 2021 ມີສາສະດາຈານ ສົມສີ ຍໍພັນໄຊ ອະທິການບໍດີມະຫາວິທະ ຍາໄລແຫ່ງຊາດ ພ້ອມດ້ວຍນັກສຶກສາພາກວິຊາຕ່າງໆເຂົ້າຮ່ວມ.
ໃນໂອກາດນີ້ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຍົກໃຫ້ເຫັນວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ 2 ມີຄວາມໝາຍສຳຄັນຍີ່ງ ສະນັ້ນຈີ່ງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງຈົ່ງພິຈາລະນາເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດທີ່ສຸດ ເພື່ອໃຫ້ໄດ້ຜູ້ທີ່ເປັນຕົວແທນຮັບໃຊ້ປະຊາຊົນຢ່າງແທ້ຈິງ.
ສ່ວນນັກສຶກສາທີ່ເຂົ້າຮ່ວມຮັບຟັງການສະເໜີໂຕຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມະຊິກສະພາແຫ່ງຊາດຊຸດທີ 9 ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ຕ່າງໃຫ້ທັດສະນະວ່າ: ມີຄວາມຮູ້ສຶກດີໃຈຫລາຍທີ່ໄດ້ເຂົ້າຮ່ວມຮັບຟັງປະຫວັດກໍ່ຄືຜົນງານການເຄື່ອນໄຫວປະຕິບັດໜ້າທີ່ຂອງຜູ້ສະໝັກແຕ່ລະທ່ານ ເພື່ອສະດວກໃນການໄປໃຊ້ສິດປະຊາທິປະໄຕຂອງຕົນໃນມື້ເລືອກຕັ້ງວັນທີ 21 ກຸມ ພານີ້ ແລະພ້ອມຈະເລືອກເອົາຜູ້ທີ່ຕົນເອງມັກມາປະຕິບັດໜ້າທີ່ຮັບໃຊ້ຊາດຮັບໃຊ້ປະຊາຊົນໃນ 5 ປີຕໍ່ໜ້າ.
ທ່ານ ນາງ ພຸດສະຫັວນ ສີຍະວົງ, ພະນັກງານແພດຈາກພະແນກສາທາລະນະສຸກນະຄອນຫລວງທີ່ຮ່ວມຕິດຕາມຄະນະຜູ້ສະໝັກຮັບເລືອກຕັ້ງເປັນສະມະຊິກສະພາແຫ່ງຊາດຊຸດທີ 9 ໃຫ້ສໍາພາດວ່າ: ຮູ້ສຶກເປັນກຽດທີ່ໄດ້ມີໂອກາດປະກອບສ່ວນຮັບໃຊ້ບັ້ນເລືອກຕັ້ງຄັ້ງນີ້ ແລະຢັ້ງຢືນວ່າຈະເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພືື່ອເຮັດໃຫ້ການເລືອກຕັ້ງຄັ້ງນີ້ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ຈະຈັດຂື້ນຢ່າງເປັນທາງການໃນທົ່ວປະເທດ ວັນທີ 21 ກຸມພານີ້ ສຳລັບຜູ້ສະໝັກຮັບເລືອກຕັ້ງເປັນສະມະຊິກສະພາແຫ່ງຊາດຊຸດທີ 9 ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ປະກອບມີທັງໝົດ 23 ທ່ານ, ຍິງ 6 ທ່ານ ໃນນີ້ເລືອກເອົາ 18 ທ່ານ, ສ່ວນສະມາຊິກສະພາປະຊາຊົນນະຄອນຫລວງ ປະກອບມີ 49 ທ່ານ ຍິງ 12 ທ່ານ ເລືອກເອົາ 31 ທ່ານ.







ຂ່າວ: ຈັນທະສອນ ສີຫານາດ