ໃນຕອນບ່າຍວັນທີ 19 ກຸມພາ 2021, ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ປະກອບມີ 5 ທ່ານ ນໍາໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ (ຜູ້ຮັບສະໝັກເລືອກຕັ້ງໝາຍເລກ 1) ໄດ້ລົງພົບປະຫາສຽງ ກັບພະນັກງານ-ລັດຖະກອນ ລັດວິສາຫະກິດນໍ້າປະປານະຄອນຫລວງວຽງຈັນ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ຜູ້ອໍານວຍການໃຫຍ່ລັດວິສາຫະກິດນໍ້າປະປານະຄອນຫລວງວຽງຈັນ ພ້ອມດ້ວຍພະນັກງານ.
ສຳລັບຜູ້ສະໝັກຮັບເລືອກຕັ້ງອີກ 4 ທ່ານທີ່ຕິດຕາມຄື: ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຜູ້ສະໝັກໝາຍເລກ 4), ທ່ານ ນາງ ເກດມະນີ ບັນດາສັກ ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ສະພາປະຊາຊົນ ນະຄອນຫລວງວຽງຈັນ (ຜູ້ສະໝັກໝາຍເລກ 9), ທ່ານ ສົມເພັດ ມ້າວປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ, ປະທານບໍລິສັດ ແຟເຊັດພັດທະນາແຫລ່ງທ່ອງທ່ຽວທຳມະຊາດ ນໍ້າກັດຢໍລະປາ ແລະ ນໍ້າກັດຢໍລະປຽນ (ຜູ້ສະໝັກໝາຍເລກ 18) ແລະ ທ່ານ ທະນົງສິດ ເມືອງຈັນ ຮອງຫົວໜ້າພະແນກໄປສະນີ ແລະ ໂທລະຄົມມະນາຄົມ ນະຄອນຫລວງວຽງຈັນ (ຜູ້ສະໝັກໝາຍເລກ 21).
ການລົງຫາສຽງ ແລະ ພົບປະຜູ້ມີສິດປ່ອນບັດເລືອກຕັ້ງໃນຄັ້ງນີ້ ກໍເພື່ອເຮັດໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ໂດຍສະເພາະ ພະນັກງານ-ລັດຖະກອນ ຢູ່ລັດວິສາຫະກິດນໍ້າປະປານະຄອນຫລວງວຽງຈັນ ໄດ້ເພີ່ມຄວາມຮັບຮູ້, ຄວາມເຂົ້າໃຈເລິກເຊິ່ງກວ່າເກົ່າ ຕໍ່ຄວາມໝາຍ, ຄວາມສຳຄັນ ແລະ ຈຸດປະສົງຂອງການເລືອກຕັ້ງ, ລວມເຖິງໂຄງປະກອບບຸກຄະລາກອນ ຜູ້ສະໝັກສະມາຊິກສະພາແຫ່ງຊາດ ຊຸດ IX ໃນຂອບເຂດທົ່ວປະເທດ ແລະ ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ.
ພ້ອມກັນນັ້ນ ກໍເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ໄດ້ມີໂອກາດພົບພໍ້, ໄດ້ຍິນສຽງຕົວຈິງ ທັງຮັບຮູ້ເຖິງປະຫວັດ, ຜົນງານ ແລະ ການເຄື່ອນໄຫວຂອງຜູ້ສະໝັກຮັບເລືອກຕັ້ງ ແນໃສ່ເຮັດໃຫ້ການເລືອກຕັ້ງໃນຄັ້ງນີ້ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ໂອກາດດັ່ງກ່າວ, ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ຕາງໜ້າໃຫ້ການນຳ ແລະ ພະນັກງານ-ລັດຖະກອນ ລັດວິສາຫະກິດນໍ້າປະປານະຄອນຫລວງວຽງຈັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຜູ້ຮັບສະໝັກເລືອກຕັ້ງ ສສຊ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ທີ່ໄດ້ລົງຫາສຽງໃນຄັ້ງນີ້.
ຫລັງຈາກນັ້ນ, ບັນດາຜູ້ຮັບສະໝັກຮັບເລືອກຕັ້ງ ກໍໄດ້ຜັດປ່ຽນກັນສະເໜີຕົວ, ປະຫວັດໂດຍຫຍໍ້, ຜົນງານ ແລະ ຄວາມພ້ອມຂອງຕົນທີ່ຈະປະຕິບັດພາລະບົດບາດ ແລະ ໜ້າທີ່ໃນສະພາແຫ່ງຊາດເປັນຕົວແທນໃຫ້ແກ່ປະຊາຊົນລາວບັນດາເຜົ່າ ໃນການພິຈາລະນາ ແລະ ຕົກລົງບັນຫາສຳຄັນຂອງຊາດ ກໍຄືການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະເທດຊາດ ແລະ ປະຊາຊົນໃຫ້ດີທີ່ສຸດ.


