ໃນວັນທີ 15 ກຸມພາ 2021 ນີ້ ຄະນະຜູ້ລົງຮັບສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງສາລະວັນ ຊຸດທີ II ປະຈຳເມືອງລະຄອນເພັງ, ຈຳນວນ 6 ທ່ານ, ນຳພາໂດຍ ທ່ານ ໜູໄຊ ຈັນດາວົງຮອງເລຂາພັກເມືອງປະທານກວດກາພັກ-ລັດເມືອງ, ຜູ້ສະໝັກນ້ຳເບີ 1, ພ້ອມດ້ວຍຄະນະ​ໂດຍມີການ ເຂົ້າຮ່ວມ ຂອງທ່ານ ແກ້ວຜາ ສີລາດວງໃຈ ຮອງເລຂາພັກເມືອງ,​ມີກຳມະການພັກເມືອງ, ອະນຸກຳມະການບັ້ນເລືອກຕັ້ງ,​ມີ ອຳນາດການປົກຄອງບ້ານແລະ ອົງການຈັດຕັ້ງພໍ່ແມ່ປະຊາຊົນເຂົ້າຮ່ວມຮັບຟັງ.
ການລົງສະເຫມີຕົວຄັ້ງນີ້, ບັນດາທ່ານຜູ້ສະໝັກ ຈຳນວນ 6 ທ່ານ ກໍ່ໄດ້ສະແດງຄວາມຢື້ຢາມຖາມຂ່າວ ແລະ ໄດ້ຜັດປ່ຽນກັນສະເໜີໂຕ, ແນະນໍາຊື່-ປະຫວັດການເຄື່ອນໄຫວ, ໜ້າທີ່ຄວາມຮັບຜິດຊອບ, ຄວາມໝາຍຄວາມສຳຄັນໃນບັ້ນເລືອກຕັ້ງ, ໃນວຽກງານທີ່ຕົນຮັບຜິດຊອບ, ຈຳນວນ 6 ທ່ານ,ມີ ຍິງ 2 ທ່ານ. ເລືອກເອົາ 4 ທ່ານ.
1. ທ່ານ ໜູໄຊ ຈັນດາວົງ ຮອງເລຂາພັກເມືອງລະຄອນເພັງປະທານກວດກາພັກລັດເມືອງລະຄອນເພັງ ຜູ້ສະໝັກນ້ຳເບີ 1
2. ທ່ານ ນາງ ດວງມາລາ ສີສະໝຸດ ຮອງປະທານສະຫະພັນແມ່ຍີງແຂວງສາລະວັນ ຜູ້ສະໝັກ ນ້ຳເບີ 2
3. ທ່ານ ພັອ ໂສພາ ໂພໄຊຍະວົງ ຮອງຫົວໜ້າການເມືອງທະຫານແຂວງ ຜູ້ສະໝັກ ນ້ຳເບີ 3
4. ທ່ານ ສົມຄິດແສນທະວີ ຮັກສາການຫົວໜ້າຫົວໜ້າພະແນກໄປສະນີ ໂທລະຄົມ ມະນາຄົມ ແຂວງສາລະວັນ ຜູ້ສະໝັກ ນ້ຳເບີ 4
5. ທ່ານ ນາງ ສົມຫວັງ ນັນທະເພັດ ກຳມະການພັກເມືອງ ປະທານສະຫາພັນແມ່ຍີງເມືອງ ຜູ້ສະໝັກ ນ້ຳເບີ 5 ຈາກເມືອງລະຄອນເພັງ.
6. ທ່ານ ເປັງ ລາດຄໍາພູມີ ຫົວໜ້າຂະແໜງບໍ່ລິຫານຄະນະໂຄສະນາອົບຮົມແຂວງ ຜູ້ສະໝັກ ນ້ຳເບີ 6
ໃນການລົງມາຄັ້ງນີ້ ກໍ່ໃດ້ຮັບຟັງການລາຍງານສະພາບລວມຂອງໂດຍຫຍໍ້ ຈາກຫົວໜ້າຈຸດສຸມຫຼັກ90, ມີພົນລະເມືອງທັງໝົດ 2,462 ຄົນ, ຍີງ 1,682ຄົນ, ປະກອບມີ 2ຊົນເຜົ່າ ຄື ເຜົ່າລາວລຸ່ມ ແລະ ເຜົ່າກະຕາງ, ຜູ້ມີສິດປ່ອນບັດເລືອກຕັ້ງ 1,584 ຄົນ, ຍິງ 766ຄົນ, ມີໜ່ວຍປ່ອນບັດເລືອກຕັ້ງ 3 ໜ່ວຍ, ເຊີ່ງມີຈຳນວນຫີບບັດທັງໝົດ 6 ຫີບບັດ, ໃນນັ້ນ ຫີບບັດ ສສຊ ຈຳນວນ 3 ຫີບບັດ ແລະ ສສຂ 3 ຫີບບັດ, ທັງໄດ້ກະກຽມຫີບບັດສຳເລັດ 100%, ສ້າງຂະບວນການຕິດປ້າຍຢາຍຄຳຂວັນປຸກລະດົມຂະບວນການເລືອກຕັ້ງ ແລະ ຮູບພາບ, ຊີວະປະຫວັດຂອງຜູ້ຮັບສະໝັກເລືອກເປັນ ສສຂ ຊຸດທີ II
Cr: ສຸກໄຊ ມະໂນທໍາ ຖວທ ເມືອງ ລະຄອນເພັງ
Loading...