ຕອນເຊົ້າວັນທີ 11 ກຸມພາ 2021 ຜູ້ລົງສະຫມັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈໍາເຂດເລືອກຕັ້ງ 10 ແຂວງບໍລິຄໍາໄຊ ຈໍານວນ 5 ທ່ານ, ນໍາພາໂດຍ ທ່ານ ສຸວັນນີ ໄຊຊະນະ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄໍາໄຊ ເຄື່ອນ ໄຫວພົບປະຜູ້ມີສິດປ່ອນບັດເລືອກຕັ້ງຢູ່ວັດບ້ານທວາຍໃຫຍ່, ເມືອງທ່າພະບາດ ເພື່ອແນໃສ່ເຮັດໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງພາຍໃນບ້ານ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມສໍາຄັນຂອງການເລືອກຕັ້ງໃນຄັ້ງນີ້.
ໂອກາດນີ້, ຜູ້ສະໝັກຮັບເລືອກຕັ້ງທັງ 5 ທ່ານ ໄດ້ຜັດປ່ຽນກັນຂຶ້ນແນະນໍາຕົນເອງ ແລະ ສະເໜີຜົນງານການເຄື່ອນໄຫວຂອງຕົນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ພ້ອມທັງຍົກໃຫ້ເຫັນຄວາມສໍາຄັນຂອງການປ່ອນບັດເລຶອກຕັ້ງ ສສຊ ແລະ ສສຂ, ລວມເຖີງ ບົດບາດຄວາມສໍາຄັນຂອງສະພາໃນການພິຈາລະນາເອົາບັນຫາສໍາຄັນຕ່າງໆ ຂອງຊາດ, ພ້ອມນີ້ ໄດ້ຮຽກຮ້ອງມາຍັງປະຊາຊົນພາຍໃນບ້ານດັ່ງກ່າວທີ່ມີອາຍຸ 18 ປີ ຂຶ້ນໄປ ໃຫ້ໄປໃຊ້ສິດຂອງຕົນໃນວັນທີ 21 ກຸມພາ 2021 ແລະ ປະກອບສ່ວນເຂົ້າໃນວຽກງານຕ່າງໆ ຂອງບ້ານ ເພື່ອເຮັດໃຫ້ການປ່ອນບັດເລືອກຕັ້ງຄັ້ງນີ້ບັນລຸສາມຮ້ອຍສ່ວນຮ້ອຍ.
ສໍາລັບເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ, ມີຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ທັງຫມົດ 10 ທ່ານ, ຍິງ 2 ທ່ານ, ເລືອກເອົາ 7 ທ່ານ. ສ່ວນຜູ້ລົງສະໝັກເລືອກຕັ້ງເປັນ ສສຂ ທັງຫມົດ 39 ທ່ານ, ຍິງ 12 ທ່ານ, ເລືອກເອົາ 25 ທ່ານ.




Cr: ບຸນຕຽງ ຈັນທະວົງ