ໃນຕອນເຊົ້າວັນທີ 9 ກຸມພາ 2021 ,ຜູ້ສະໝັກ ສສຊ ເຂດເລືອກຕັ້ງທີ 15 ຈໍານວນ 20 ທ່ານ ຊຶ່ງນໍາໂດຍ ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຜູ້ສະໝັກນໍ້າເບີ 1 ,ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ,ຜູ້ສະໝັກນໍ້າເບີ 2 ໄດ້ເຄື່ອນໄຫວພົບປະຜູ້ມີສິດປ່ອນບັດເລືອກຕັ້ງທີ່ທີ່ກອງບັນຊາການທະການທະຫານແຂວງຈໍາປາສັກ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ,ນາຍ ແລະ ພົນທະຫານໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໃນພິທີ ທ່ານ ພັນເອກ ແຫວນຄໍາ ຈະເລີນວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ກ່າວຕ້ອນຮັບຄະນະຜູ້ສະໝັກຮັບເລືອກຕັ້ງ ໂດຍຕາງໜ້າຄະນະພັກຄະນະບັນຊາ,ນາຍ ແລະພົນທະຫານ ສະແດງຄວາມຮູ້ສຶກພາກພູມໃຈ ແລະດີໃຈທີ່ເປັນກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບການກະກຽມໃຫ້ແກ່ການເລືອກຕັ້ງພາຍໃນກອງບັນຊາການທະຫານແຂວງໃນຄັ້ງນີ້,ຊຶ່ງທົ່ວກອງບັນຊາການທະຫານແຂວງມີຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງເກືອບ 100 %,ເຮັດແນວໃດແນໃສ່ເຮັດໃຫ້ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ,ສະມາຊິກສະພາປະຊາຊົນແຂວງ ຊຸດທີ 2 ມີຜົນສໍາເລັດຕາມລະດັບຄາດໝາຍ 300% ຄື: ຮັກສາໄດ້ຄວາມສະຫງົບໃນບັ້ນເລືອກຕັ້ງໃຫ້ໄດ້ 100%,ຜູ້ມີສິດປ່ອນບັດໄປປ່ອນບັດ 100% ແລະຮັບປະກັນຄວາມຖືກຕ້ອງໃນການປ່ອນບັດ(ບໍ່ໃຫ້ມີບັດຕາຍ)100%, ໃນໂອກາດນີ້ຍັງໄດ້ນໍາສະເໜີປະຫວັດການເຄື່ອນໄຫວໂດຍຫຍໍ້ຂອງຄະນະຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ,ໄດ້ສະເໜີຕົວໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ບຸກຄະລິກ,ວິໄສທັດໃນການພັດທະນາ,ການເຮັດໜ້າເປັນຕົວແທນປະຊາຊົນຂອງສະມາຊິກສະພາແຫ່ງຊາດ ແລະອື່ນໆ,ອັນໄດ້ເຮັດໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງມີຄວາມຮັບຮູ້ເຂົ້າໃຈບົດບາດ,ໜ້າທີ່ຂອງສະມາຊິກສະພາແຫ່ງຊາດເປັນຢ່າງດີ ແລະພ້ອມກັນໄປໃຊ້ສິດປ່ອນບັດເລືອກຕັ້ງໃຫ້ສໍາເລັດຕາມລະດັບຄາດໝາຍ.
ຂ່າວ;ພາບ: ເກດສະໜາ ແກ້ວສຸວັນນະແສງ
Loading...