ຍັງບໍ່ທັນຄົ້ນພົບເທື່ອປະຊາຊົນບ້ານໜອງພູນໄຊ ເມືອງລ້ອງແຈ້ງ, ແຂວງໄຊສົມບູນ ຈໍານວນ 5 ຄົນທີ່ສູນຫາຍຈາກເຫດເຮືອຕຳກັນຢູ່ອ່າງເຂື່ອນນໍ້າໄຜ່ ທີ່ເກີດໃນຕອນແລງວັນທີ 13 ຕຸລາ 2021 ພາຍຫລັງອົງການປົກຄອງເມືອງ, ບ້ານ ແລະ ທີ່ໜ່ວຍງານກ່ຽວຂ້ອງເລີ່ມຄົ້ນຫານັບແຕ່ມື້ເກີດເຫດເປັນຕົ້ນມາ.
ທ່ານ ອຸດອນ ສິງດາລາ, ເຈົ້າເມືອງລ້ອງແຈ້ງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດໃນຕອນແລງວັນທີ 15 ຕຸລາ 2021 ວ່າ: ສາເຫດທີ່ເຮັດໃຫ້ເຮືອທັງສອງລໍາຕໍາກັນ ຍ້ອນແລ່ນນໍາກັນມາຫລັງຈາກກັບມາຈາກການເຮັດໄຮ່ໃນຕອນແລງ ແຕ່ເນື່ອງຈາກເຮືອລໍາທາງໜ້ານໍ້າມັນໝົດ ເຮັດໃຫ້ລໍາທີສອງທີ່ຕາມຫລັງມາຕໍາເອົາແລ້ວຫລົ່ມທັງສອງລໍາ. ທັງສອງລໍາມີຄົນຢູ່ໃນເຮືອລວມກັນ 19 ຄົນ, ໃນນີ້ ສູນຫາຍ 5 ຄົນ, ສ່ວນ 14 ຄົນປອດໄພ. ນັບແຕ່ມື້ເກີດເຫດເປັນຕົ້ນມາ ມີຫລາຍພາກ ສ່ວນເຂົ້າໄປໃຫ້ການຊ່ວຍເຫລືອຊອກຄົ້ນ ເປັນຕົ້ນ: ກໍາລັງທະຫານຂອງກອງພົນທີ 1, ທະຫານແຂວງ, ກໍາລັງ ປກຊ-ປກສ ເມືອງລ້ອງແຈ້ງ, ລວມເຖີງໜ່ວຍກູ້ໄພຂອງຜູ້ດ້ອຍໂອກາດເຊີ່ງເປັນນັກດໍານໍ້າ 20 ຄົນ ແລະ ປະຊາ ຊົນທີ່ກ່ຽວຂ້ອງຮ່ວມກັນຄົ້ນຫາ ແຕ່ມາຮອດຕອງແລງຂອງວັນທີ 15 ຕຸລານີ້ ຍັງບໍ່ທັນຄົ້ນພົບເທື່ອ.
ເຈົ້າເມືອງລ້ອງແຈ້ງ ໃຫ້ຮູ້ຕື່ມວ່າ: ຄວາມຈິງແລ້ວການເດີນທາງໄປຫາເຂດທໍາການຜະລິດຂອງປະຊາຊົນບ້ານໜອງພູນໄຊ ສາມາດໄປໄດ້ທັງທາງນໍ້າ ແລະ ທາງບົກ ແຕ່ປະຊາຊົນເລືອກສັນຈອນໄປ-ມາທາງນໍ້າຫລາຍກວ່າ ເພາະໃຊ້ເວລາໜ້ອຍ ແລະ ບໍ່ໂຄ້ງໄກຄືການໄປ-ມາທາງບົກ. ຢ່າງໃດກໍ່ຕາມ ອົງ ການປົກຄອງເມືອງ ຈະຮ່ວມກັບທຸກພາກສ່ວນທີ່ກ່ຽວຂ້ອງຊອກຫາຜູ້ສູນຫາຍທັງ 5 ຄົນ ຈົນກວ່າຈະພົບ.
ຂ່າວ: ບຸນຕຽງ ຈັນທະວົງ


