ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ສົ່ງຈົດໝາຍອວຍພອນເຖີງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 76 ປີ

ໃນວັນທີ 2 ກັນຍາ 2021, ທ່ານ ໂພສີ ແກ້ວມະນີວົງ, ຜູ້ອໍານວຍການໃຫຍ່ວິທະ ຍຸກະຈາຍສຽງແຫ່ງຊາດ ໄດ້ສົ່ງໜັງສືອວຍພອນເຖີງ ທ່ານ Do TienSy, ກໍາມະການສູນ ກາງພັກກອມມູນິດຫວຽດນາມ, ຜູ້ອໍານວຍການໃຫຍ່ວິ ທະຍຸກະຈາຍສຽງແຫ່ງ ຊາດຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 76 ປີ.
ເນື້ອໃນຈົດໝາຍ ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 76 ປີ (2 ກັນຍາ 1945- 2 ກັນຍາ 2021), ໃນນາມຕາງໜ້າວິທະຍຸກະ ຈາຍສຽງແຫ່ງຊາດລາວ (LNR), ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ແລະ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງທ່ານ ແລະ ຜ່ານທ່ານໄປຍັງພະນັກງານ-ລັດຖະກອນພາຍໃນວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ (VOV) ທຸກຖ້ວນໜ້າ.
ຕະຫລອດໄລຍະ 76 ປີ ຜ່ານມາ, ຫວຽດນາມ ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດ ນາມ ສາມາດຍາດໄດ້ຜົນສໍາເລັດອັນຍິ່ງໃຫຍ່ໃນການຕໍ່ສູ້ປົດປ່ອຍປະ ເທດຊາດໃນອະດີດ ແລະ ການສ້າງສາພັດທະນາປະເທດ ຊາດໃນປັດຈຸບັນ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດຂອງປະເທດຂະຫຍາຍຢ່າງເຂັ້ມແຂງ ແລະ ສາມາດເຊື່ອມໂຍງກັບສາ ກົນໄດ້ຢ່າງກວ້າງຂວາງ.
ປັດຈຸບັນ, ສສ ຫວຽດນາມ ກໍາລັງກ້າວສູ່ໄລຍະພັດທະ ນາໃໝ່ດ້ວຍຖານະໃໝ່ ແລະ ເຂັ້ມແຂງ, ທັງກໍາລັງປະເຊີນໜ້າກັບກາລະໂອກາດແລະສິ່ງທ້າທາຍຕ່າງໆ. ວິທະຍຸກະຈາຍສຽງແຫ່ງຊາດລາວ ເຊື່ອໝັ້ນວ່າ: ເຖີງວ່າຈະປະ ສົບກັບບັນຫາການແຜ່ລະບາດຂອງພະຍາດໂຄວິດ-19, ປະຊາຊົນຫວຽດນາມ ຈະໄດ້ຮັບຜົນສໍາເລັດໃໝ່ ແລະ ໃຫຍ່ຫລວງກວ່າເກົ່າ, ບັນລຸໄດ້ຕາມເປົ້າໝາຍທີ່ກອງປະ ຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ວາງຄາດໝາຍເອົາໄວ້, ສ້າງລັດແຫ່ງສັງຄົມນິຍົມທີ່ຍິ່ງໃຫຍ່, ເອກະລາດ, ປະຊາທິປະໄຕ, ເອກະພາບແລະຈະ ເລີນຮຸ່ງເຮືອງ.
ປັດຈຸບັນ, ເຖີງວ່າສະພາບການຂອງໂລກ ແລະ ພາກພື້ນ ມີການຜັນແປໄປຢ່າງສັບສົນ ແຕ່ສາຍພົວພັນອັນດີງາມ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ ສ້າງໄວ້ ແລະ ໄດ້ຮັບການສືບທອດຈາກການນໍາສອງປະເທດໃນແຕ່ລະຮຸ່ນໄດ້ຮັບການເພີ່ມພູນຄູນສ້າງ ແລະ ກ້າວສູ່ລວງເລິກໃນທຸກຂົງເຂດ, ກາຍເປັນຊັບສົມບັດທີ່ລໍ້າຄ່າ, ເປັນກົດເກນແຫ່ງການຢູ່ລອດ, ການພັດທະນາ ແລະ ເປັນປັດໃຈຕັດສິນການປະຕິວັດຂອງທັງ ສອງປະເທດ ລາວ-ຫວຽດນາມ.
ວິທະຍຸກະຈາຍສຽງແຫ່ງຊາດລາວ ຈະເຮັດຢ່າງສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດລາວ-ຫວຽດນາມ ເພື່ອຜົນປະ ໂຫຍດລວມຂອງສອງປະເທດ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະ ນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພາຍໃຕ້ການນໍາພາຂອງທ່ານ, ການຮ່ວມມືລະຫວາງສອງວິທະຍຸກະຈາຍສຽງແຫ່ງຊາດຂອງພວກເຮົາຈະໄດ້ຮັບການເສີມຂະຫຍາຍ ແລະ ນັບມື້ໄດ້ຮັບໝາກຜົນຕົວຈິງໃນອະນາຄົດອັນໃກ້ນີ້ ແລະ ຂ້າພະເຈົ້າຫວັງວ່າ ສອງອົງການຂອງພວກເຮົາຈະໄດ້ຮ່ວມກິດຈະກໍານຳກັນ, ໂດຍສະເພາະການແລກປ່ຽນດ້ານສື່ມວນຊົນ, ການຝຶກອົບຮົມ ແລະ ການຢ້ຽມຢາມ ເມື່ອເຖິງເວລາທີ່ເໝາະສົມ ພາຍຫລັງສິ້ນສຸດການແຜ່ລະບາດຂອງພະຍາດໂຄວິດ-19.
ດ້ວຍຄວາມຈິງໃຈ ແລະ ຄວາມເຊື່ອໝັ້ນ, ຂ້າພະເຈົ້າຂໍອວຍພອນໃຫ້ທ່ານ ແລະ ພະນັກງານ-ລັດຖະກອນພາຍ ໃນວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມທຸກຖ້ວນໜ້າ ຈົ່ງມີແຕ່ຄວາມຜາສຸກ, ຄວາມຮັ່ງມີ, ສືບຕໍ່ໄດ້ຮັບການປ່ຽນ ແປງໃໝ່, ມີຜົນສໍາເລັດ ແລະ ຄວາມຈະເລີນຮຸ່ງເຮືອງ.
ດ້ວຍຄວາມເຄົາລົບນັບຖືຢ່າງສູງ!