ເພື່ອນມິດທີ່ຮັກແພງທັງຫຼາຍ:
ແສງຕາເວັນຂອງປີໃໝ່ພວມເປັ່ງລັດສະໝີໄປທົ່ວໂລກ.ປີໃໝ່ນີ້ກໍແມ່ນປີຂານຕາມຈັນທະຄະຕິຈີນ. ຂ້າພະເຈົ້າຂໍສົ່ງຄຳອວຍພອນໃຫ້ທຸກທ່ານຈົ່ງມີແຕ່ຄວາມເປັນສີລິມຸງຄຸນໃນປີຂານ ແລະເຕັມໄປດ້ວຍພະລັງຊີວິດຄືກັບເສືອ!

ປີ 2021 ທີ່ຫາກໍ່ຜ່ານພົ້ນໄປພໍດີແມ່ນປີທີ່ພັກກອມມູນິດຈີນສ້າງຕັ້ງຂຶ້ນຄົບຮອບ 100 ປີ.ຈາກສະມາຊິກພັກ 50 ກວ່າຄົນໃນ 100 ປີກ່ອນໄດ້ເຕີບໃຫຍ່ຂະຫຍາຍຕົວຈົນມີສະມາຊິກພັກ 90 ກວ່າລ້ານຄົນຄືໃນປັດຈຸບັນ, ພັກກອມມູນິດຈີນໄດ້ນຳພາປະຊາຊົນຈີນສ້າງຄວາມມະຫັດສະຈັນແບບຈີນແບບໜ້າມືເປັນຫຼັງມື. ເມື່ອກ້າວເຂົ້າສູ່ຍຸກໃໝ່, ພາຍໃຕ້ການຊີ້ນຳນຳພາຂອງທ່ານປະທານສີຈິ້ນຜິງ, ປະເທດຈີນທີ່ມີປະຊາກອນ 1,4 ຕື້ຄົນໄດ້ສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ ເຊິ່ງໄດ້ແກ້ໄຂບັນຫາຄວາມທຸກຍາກເດັດຖານທີ່ໄດ້ສ້າງຄວາມລຳບາກໃຫ້ແກ່ຊົນຊາດຈີນມາເປັນເວລາຫຼາຍພັນປີນັ້ນໃຫ້ສຳເລັດເປັນຄັ້ງປະຫວັດສາດ. ໃນຖານະເປັນຜູ້ບັນທຶກເຫດການແທ້ຈິງຂອງຍຸກໃໝ່ທີ່ຍິ່ງໃຫຍ່, 1 ປີມານີ້, ສະຖານີວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ຖ່າຍທຳຟີມສາລະຄະດີທີ່ດີເດັ່ນຊຸດໜຶ່ງເຊັ່ນ: “ພິກແຜ່ນດິນປີ້ນແຜ່ນຟ້າ”, “ການຫຼຸດພົ້ນອອກຈາກຄວາມທຸກຍາກ”, “ຄວາມອີ່ມໜຳສຳລານຂອງປະຊາຊົນ” ແລະອື່ນໆ ເຊິ່ງເປັນການບັນທຶກ “ສາລະຄະດີປະຫວັດສາດ” ໃຫ້ແກ່ຂະບວນການສູ້ຊົນຜ່ານຜ່າຂອງພັກກອມມູນິດຈີນແລະປະຊາຊົນຈີນພ້ອມທັງໄດ້ອະທິບາຍ “ພັນທຸກຳພາຍໃນ” ທີ່ພັກກອມມູນິດຈີນໄດ້ຮັກສາພະລັງຊີວິດມາໂດຍຕະຫຼອດໃນໄລຍະເວລາຮ້ອຍປີຜ່ານມາໃຫ້ກັບປະຊາຄົມໂລກໄດ້ຮັບຊາບ. ໜຶ່ງເດືອນກ່ອນ, ເນື່ອງໃນໂອກາດວັນເປີດພາລະກິດການກະຈາຍສຽງຕໍ່ຕ່າງປະເທດຂອງປະຊາຊົນຈີນຄົບຮອບ 80 ປີ, ທ່ານປະທານສີຈິ້ນຜິງໄດ້ສົ່ງສານຊົມເຊີຍມາຍັງ CMG ໂດຍໄດ້ກະຕຸກຊຸກຍູ້ໃຫ້ພວກເຮົາຕັ້ງໜ້າເລົ່າເລື່ອງປະເທດຈີນໃຫ້ດີແລະກະຈາຍສຽງຂອງປະເທດຈີນໃຫ້ດີເພື່ອສ້າງກຸ່ມສື່ມວນຊົນຕົ້ນຕໍແບບໃໝ່ລະດັບນຳໜ້າສາກົນທີ່ມີກຳລັງນຳໜ້າໝູ່, ກຳລັງໂຄສະນາເຜີຍແຜ່ທີ່ເຂັ້ມແຂງແລະມີອິດທິພົນສູງ. ພວກເຮົາຈະສືບຕໍ່ພະຍາຍາມເພື່ອມຸ່ງໜ້າສູ່ເປົ້າໝາຍດັ່ງກ່າວ!
ນັກປາດໃນສະໄໝບູຮານຂອງຈີນໄດ້ກ່າວໄວ້ວ່າ: “ຖ້າຢາກສ້າງພາລະກິດອັນຍິ່ງໃຫຍ່, ຕ້ອງຜ່ານຜ່າການທົດສອບແລະຄວາມຫຍຸ້ງຍາກຕ່າງໆນານາ”. ສະພາບການປ່ຽນແປງຢ່າງໃຫຍ່ທີ່ບໍ່ເຄີຍມີໃນຮອບຮ້ອຍປີແລະ ສະພາບການແຜ່ລະບາດຢ່າງຮ້າຍແຮງຂອງພະຍາດໂຄວິດ-19 ໄດ້ສ້າງຜົນສະທ້ອນໃຫ້ແກ່ທົ່ວໂລກ, ໂລກໃນຊູ່ມື້ນີ້ບໍ່ມີສັນຕິພາບພໍປານໃດ, ແຕ່ບາດກ້າວໃນການສະແຫວງຫາສັນຕິພາບ, ການພັດທະນາແລະຄວາມສຸກຂອງພວກເຮົາຈະບໍ່ມີວັນຢຸດນິ້ງ. ຟີມສາລະຄະດີຕ່າງໆ ເຊັ່ນ: “ປະເທດຈີນໃນປຶ້ມນິທານ”, “ປະເທດຈີນໃນປຶ້ມບູຮານ”, “ລາຍການທວາຍຊື່ຕົວເມືອງຂອງຈີນ” ແລະອື່ນໆ ໄດ້ບັນທຶກປະຫວັດສາດອັນເລິກເຊິ່ງເນີນນານຂອງປະເທດຈີນແລະຊີວິດອັນດີງາມແລະແທ້ຈິງຂອງປະຊາຊົນຈີນ. ຟີມສາລະຄະດີ “ສວນສາທາລະນະແຫ່ງຊາດ”, “ໂອລິມປິກໃນສິລະປະ” ແລະອື່ນໆ ໄດ້ບັນທຶກພາບທີ່ຈັບໃຈຂອງຍຸກໃໝ່ພາຍໃຕ້ຫົວຂໍ້ “ປະເທດຈີນທີ່ສວຍງາມ” ແລະ “ປະເທດຈີນທີ່ປອດໃສ; ໄດ້ຖ່າຍທອດສົດ “ຊົ່ວໂມງຮຽນອະວະກາດ” ຢູ່ສະຖານີອະວະກາດຈີນໄປສູ່ທົ່ວໂລກ ເຊິ່ງໄດ້ເຮັດໃຫ້ຊາວໜຸ່ມຈຳນວນຫຼວງຫຼາຍເກີດມີຄວາມໃຝ່ຝັນທີ່ຢາກໄປຄົ້ນຫາຄວາມເລິກລັບຂອງອະວະກາດ. ຊ້າງອາຊີ 16 ເຊືອກທີ່ໄດ້ເຄື່ອນຍ້າຍຂຶ້ນເໜືອລົງໃຕ້ຢູ່ແຂວງຢຸນນານປະເທດຈີນເປັນເວລາເຄິ່ງປີ, CGTN, ແອັບyangshipinແລະແອັບຂ່າວ CCTV ໄດ້ຖ່າຍທອດສົດຜ່ານທາງວິດີໂອເປັນເວລາຍາວເຖິງ 7.000 ກວ່າຊົ່ວໂມງເຊິ່ງໄດ້ດຶງດູດສາຍຕາຂອງຜູ້ຊົມໃນຂອບເຂດທົ່ວໂລກເປັນຈຳນວນຫຼວງຫຼາຍ.
ການຖືເອົາຄວາມຈິງເປັນຫຼັກອ້າງອີງເປັນຫຼັກມາດຕະຖານພື້ນຖານຂອງວົງການສື່ມວນຊົນທົ່ວໂລກ. 1 ປີມານີ້, ພວກເຮົາໄດ້ຍຶດໝັ້ນໃນການສົ່ງເສີມຄວາມຍຸດຕິທຳແລະຄວາມເປັນທຳດ້ວຍສະພາບຄວາມເປັນຈິງ. ໂດຍປະເຊີນໜ້າກັບ “ການຈັດລຽງລຳດັບຄວາມສາມາດໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ” ທີ່ຈອມປອມ, ພວກເຮົາໄດ້ຈັດ “ແບບຟອມສອບຖາມຄວາມຄິດເຫັນຊາວເນັດທົ່ວໂລກ” ເປັນ 3 ຮອບເພື່ອໃຫ້ຄວາມກະຈ່າງແຈ້ງກ່ຽວກັບຫົວຂໍ້ດັ່ງກ່າວ, ໄຈ້ແຍກຖືກຜິດເຊິ່ງໄດ້ຮັບການຕອບຮັບແລະຄວາມເຫັນດີຈາກຊາວເນັດຕ່າງປະເທດເປັນຈຳນວນຫຼາຍຮ້ອຍລ້ານຄົນ. ໃນການລາຍງານຂ່າວກ່ຽວກັບສະຖານະການໃນອັຟການິສະຖານ, ວິດີໂອ CMG ທີ່ສົ່ງມາຈາກອັຟການິສະຖານໄດ້ເຜີຍແບເບື້ອງຫຼັງເບື້ອງເລິກທີ່ມືດມົນຂອງປະເທດຈຳນວນໜຶ່ງ ທີ່ມັກໃຊ້ກຳລັງອາວຸດຢ່າງຊະຊາຍແລະເບິ່ງຂ້າມຊີວິດຂອງປະຊາຊົນທຳມະດາສາມັນເຊິ່ງໄດ້ກາຍເປັນແຫຼ່ງຂ່າວສຳຄັນຂອງສື່ມວນຊົນທົ່ວໂລກ. ພວກເຮົາຈະສືບຕໍ່ຍຶດໝັ້ນໃນຫຼັກມາດຕະຖານວິຊາການທີ່ເປັນສື່ມວນຊົນທີ່ມີຄວາມຮັບຜິດຊອບ, ພະຍາຍາມເພື່ອສະແຫງຫາຄວາມຈິງແລະເປີດເຜີຍສະພາບຄວາມເປັນຈິງ! ຫວັງວ່າສື່ມວນຊົນປະເທດຕາເວັນຕົກກໍຈະສາມາດທະນຸຖະໜອມຊື່ສຽງຂອງສື່ມວນຊົນເຊັ່ນດຽວກັນ! ໃຫ້ສະພາບຄວາມເປັນຈິງເຂົ້າແທນການຫາຜົນປະໂຫຍດສ່ວນຕົວທາງການເມືອງ, ການຈຳແນກເຊື້ອຊາດຜິວພັນແລະຄວາມເຫັນລຳອຽງດ້ານຮູບຖານຈິດສຳນຶກ, ຮ່ວມກັນສ້າງສະພາບແວດລ້ອມສື່ມວນຊົນສາກົນທີ່ພາວະວິໄສ, ທ່ຽງທຳ, ສ້າງສັນແລະປອດໃສ.
ຜູ້ທີ່ຮ່ວມອຸດົມການດຽວກັນຈະບໍ່ເປັນຫ່ວງໄລຍະທາງທີ່ຢູ່ຫ່າງໄກກັນ. 1 ປີຜ່ານມາ, CMG ໄດ້ມີເພື່ອນມິດນັບມື້ນັບຫຼາຍຂຶ້ນ. ພວກເຮົາແລະສື່ມວນຊົນຕ່າງປະເທດແລະເພື່ອນມິດສາກົນໄດ້ສົ່ງສານສະແດງຄວາມຊົມເຊີຍເຊິ່ງກັນແລະກັນ 600 ກວ່າສະບັບ, ໄດ້ພົບປະກັນແບບເຊີ່ງໜ້າກັນແລະທາງ “ອອນລາຍ” 20 ກວ່າເທື່ອ. ພວກເຮົາໄດ້ຮ່ວມກັນສ້າງກົນໄກຄູ່ຮ່ວມມືສື່ມວນຊົນທີ່ມີຫຼາຍຮູບແບບ, ມີສ່ວນຮ່ວມ, ສະເໝີພາບກັນແລະໄວ້ເນື້ອເຊື່ອໃຈກັນ, ການແລກປ່ຽນດ້ານສື່ມວນຊົນທີ່ກົງໄປກົງມາແລະຟົດຟື້ນຫຼາຍເທື່ອໄດ້ເປັນຂົວເຊື່ອມສານຄວາມໄວ້ເນື້ອເຊື່ອໃຈກັນເພີ່ມຂຶ້ນ, ສານອວຍພອນແລະສານຊົມເຊີຍທີ່ປ່ຽມລົ້ນໄປດ້ວຍຄວາມອົບອຸ່ນໄດ້ກະຕຸກຊຸກຍູ້ໃຫ້ພວກເຮົາເຮັດສຳເລັດໜ້າທີ່ຂອງຕົນໄດ້ດີກວ່າເກົ່າ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈບັນດາທ່ານທີ່ມອບຄວາມໄວ້ເນື້ອເຊື່ອໃຈໃຫ້ພວກເຮົາ!
ໃນຍຸກນີ້ທີ່ທຸກສິ່ງທຸກຢ່າງລ້ວນແຕ່ມີຄວາມອາດເປັນໄປໄດ້, ພວກເຮົາພວມດຳເນີນການປະຕິຮູບດ້ານສື່ມວນຊົນໃນແບບ “ໃຫຍ່ຄືຊ້າງກໍຕ້ອງຮຽນເຕັ້ນລຳໃຫ້ເປັນ”.ໃນງານກິລາໂອລິມປິກໂຕກຽວ, CMG ໄດ້ຖ່າຍທອດສົດລາຍການແຂ່ງຂັນກິລາໂອລິມປິກໃນຊ່ອງທີ່ມີຄວາມຄົມຊັດສູງພິເສດ 4K ເປັນຄັ້ງທຳອິດໃນຂອບເຂດທົ່ວໂລກ.ນັບແຕ່ CMG ໄດ້ເປີດຊ່ອງໂທລະພາບໂອລິມປິກທີ່ມີຄວາມຄົມຊັດສູງພິເສດ 4K ຊ່ອງທຳອິດໃນໂລກເປັນເວລາ 3 ເດືອນມານີ້, ໄດ້ມີຜູ້ຊົມເຖິງ 400 ລ້ານກວ່າຄົນແລ້ວ. ອີກ 30 ກວ່າວັນ, ບຸນກຸດຈີນປີຂານກໍ່ຈະໝູນວຽນມາເຖິງ, ໄຟສັກສິດຂອງງານກິລາໂອລິມປິກຈະຖືກໄຕ້ຂຶ້ນຢູ່ນະຄອນຫຼວງປັກກິ່ງອີກຄັ້ງໜຶ່ງ. ດ້ວຍການສະໜັບສະໜູນຈາກເຕັກນິກ “5G+4K/8K+AI”, CMG ໄດ້ຈັດໃຫ້ມີຕູ້ລົດໄຟຖ່າຍທອດສົດຢູ່ຕາມລົດໄຟຄວາມໄວສູງຈາກນະຄອນຫຼວງປັກກິ່ງໄປຫານະຄອນຈ່າງເຈ່ຍໂຂວ ເຊິ່ງໄດ້ແກ້ໄຂຂອດຫຍຸ້ງຍາກທາງດ້ານເຕັກນິກຖ່າຍທອດສົດຜ່ານທາງວິດີໂອທີ່ມີຄວາມຄົມຊັດສູງພິເສດຢູ່ເທິງລົດໄຟຄວາມໄວສູງເປັນຄັ້ງທຳອິດໃນໂລກ. ພວກເຮົາຍິນດີຕ້ອນຮັບສື່ມວນຊົນປະເທດຕ່າງໆມາຊົມໃຊ້ເຕັກນິກດັ່ງກ່າວຮ່ວມກັນ, ຮ່ວມກັນຖ່າຍທອດສົດງານກິລາໂອລິມປິກລະດູໜາວປັກກິ່ງທີ່ໜ້າເບິ່ງໜ້າຊົມ, ອັດສະຈັນແລະສຸດຍອດໃຫ້ແກ່ໂລກ.
ປີໃໝ່ໃກ້ຈະໝູນວຽນມາເຖິງແລ້ວ, ລະດູບານໃໝ່ກໍໃກ້ຈະໝູນວຽນມາເຖິງແລ້ວ, ຕົ້ນໄມ້ໃນທົ່ວປະເທດໄດ້ແຕກໜໍ່ຈໍ່ແໜງແລະເຕັມໄປດ້ວຍຄວາມເປັນສີລິມຸງຄຸນ. ປີໃໝ່ທີ່ຈະໝູນວຽນມາເຖິງນີ້, ພັກກອມມູນິດຈີນຈະຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ເພື່ອວາງແຜນການພັດທະນາປະເທດຈີນໃນອະນາຄົດ. ພວກເຮົາຈະປະຕິບັດຕາມຈິດໃຈເຮັດວຽກທີ່ເຮັດໃຫ້ໄດ້ດີແລ້ວດີຕື່ມອີກ, ລະອຽດຮອບຄອບແລະພະຍາຍາມສະແຫວງຫາຜົນງານອັນອຸດົມສົມບູນແລະຈົບງາມ, ຕັ້ງໃຈຖ່າຍທຳແລະຜະລິດລາຍການດີເດັ່ນໃຫ້ຫຼາຍກວ່າເກົ່າ ເພື່ອນຳສະເໜີຄວາມມີຊີວິດຊີວາທີ່ບໍ່ສຸດສ້ຽງຂອງປະເທດຈີນໃນຍຸກໃໝ່ຕໍ່ຊາວໂລກຈາກຫຼາຍມຸມມອງ, ປະກອບສ່ວນພະລັງຂອງສື່ມວນຊົນເພື່ອຊຸກຍູ້ການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ຂໍອວຍພອນໄຊອັນປະເສີດໃຫ້ກັບທ່ານອີກຄັ້ງໃໝ່ ແລະຂໍອວຍໄຊໃຫ້ພອນຊາວໂລກໃນໂອກາດປີໃໝ່ນີ້!