ວັນທີ 10 ກຸມພາ 2021, ຢູ່ທີ່ເດີ່ນກິລາຂອງເມືອງຜົ້ງສາລີ ຂະບວນການລົງຫາສຽງຂອງບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ໄດ້ເລີ່ມລົງເຄື່ອນໄຫວສະເໜີຕົວ ແລະ ໂຄສະນາຫາສຽງ ເປັນຈຸດທຳອິດຂອງແຂວງ, ເຊິ່ງນຳພາໂດຍ ທ່ານ ຈັນເປົາ ສຸລາວົງ ອາດິດສະມາຊີກສະພາແຫ່ງຊາດຊຸດທີ 8 ທັງເປັນຄະນະອານຸກໍາມະການເລືອກຕັ້ງຂັ້ນແຂວງ ແລະ ບັນດາທ່ານຜູ້ສະໝັກ ສສຊ ຈຳນວນທັງໝົດ 9 ທ່ານ, ຍິງ 3 ທ່ານ, ໂດຍການຕ້ອນຮັບຂອງທ່ານ ປອ ວັນໄຊ ແສນຍອດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຜົ້ງສາລີ ພ້ອມດ້ວຍຄະນະການນຳຂັ້ນເມືອງ, ພະນັກງານ – ລັດຖະກອນ, ອຳນາດການປົກຄອງບ້ານ, ຕະຫຼອດຮອດປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງເຂົ້າຮ່ວມຮັບຟັງຢ່າງຫຼວງຫຼາຍ.
ທ່ານ ຈັນເປົາ ສຸລາວົງ ອະດິດສະມາຊີກສະພາແຫ່ງຊາດຊຸດທີ 8 ທັງເປັນຄະນະອານຸກໍາມະການເລືອກຕັ້ງຂັ້ນແຂວງ ໄດ້ຂື້ນສະເໜີຈຸດປະສົງໃນການລົງໂຄສນາຫາສຽງຄັ້ງນີ້, ເພຶ່ອເປັນການສືບຕໍ່ປະຕິບັດພາລະບົດບາດສິດ ແລະ ໜ້າທິ່ຂອງສະພາແຫ່ງຊາດ ໃຫ້ມີລັກສະນະຕໍ່ເນື່ອງ ເພຶ່ອປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຂອງພັກຢູ່ໃນໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນເຂັ້ມແຂງຂຶ້ນເລື້ອຍໆ, ການລົງມາໂຄສະນາຫາສຽງຂອງຜູ້ແທນຮັບສະໝັກຮັບເລຶອກຕັ້ງເປັນ ສສຊ ຊຸດທີ IX ຄັ້ງນິ້ ແມ່ນເປັນເຫດການ-ການເມືອງ, ເຫດການປະຫວັດສາດທິ່ສຳຄັນທິ່ສຸດຂອງລະບອບປະຊາທິປະໄຕ ເພຶ່ອໃຫ້ປະຊາຊົນໄດ້ມີໂອກາດໃຊ້ສິດເລຶອກເອົາຜູ້ແທນຂອງຕົນໄປດຳລົງຕຳແໜ່ງຢູ່ໃນສະພາ ເປັນອົງການຕົວແທນແຫ່ງສິດແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ ເລຶອກເອົາຜູ້ທິ່ມີຄວາມຮູ້ຄວາມສາມາດມີມາດຖານເງຶ່ອນໄຂຄົບຖ້ວນຢ່າງແທ້ຈິງ,ຈາກນັ້ນ, ບັນດາທ່ານຜູ້ສະໝັກ ສສຊ ຈຳນວນທັງໝົດ 9 ທ່ານ ນັບຕັ້ງແຕ່ນໍ້າເບີ 1 ຈົນເຖີງນໍ້າເບີ 9 ກໍໄດ້ສະເໜີປະຫວັດໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວ ແລະ ໜ້າທີ່ຄວາມຮັບຜິດຊອບ ໃນແຕ່ລະໄລຍະ ແລະ ຄວາມມຸ້ງຫວັງ, ແນວຄວາມຄິດຂອງຕົນເອງ ທີ່ຈະນຳພາສ້າງສາພັດທະນາແຂວງຜົ້ງສາລີ ໃນຕໍ່ໜ້າໃຫ້ມີຄວາມຈະເລີນ ຮຸ່ງເຮືອງສີວິໄລ. ທັງນີ້ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ນຳໄປພິຈາລະນາສຸມຈິດສຸມໃຈ ໃຊ້ສິດຂອງຕົນປ່ອນບັດ ຄັດເລືອກເອົາບຸກຄົນຜູ້ທີ່ມີມາດຖານ ແລະ ເງື່ອນໄຂກວ່າໝູ່ ແລະ ສາມາດເປັນຕົວແທນຂອງປະຊາຊົນບັນດາເຜົ່າ ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.
ການລົງສະເໜີຕົວ ແລະ ໂຄສະນາຫາສຽງຮັບສະໝັກເປັນສະມາຊີກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີແມ່ນຈະໄດ້ລົງຢູ່ 7 ເມືອງທົ່ວແຂວງດຳເນີນໄປຮອດວັນທີ 19 ກຸມພາ 2021 ຈື່ງຈະສຳເລັດ.
 
( ພາບ – ຂ່າວ: ແສງຄຳ ສາລີວັນ )
Loading...