ໃນຕອນເຊົ້າວັນທີ 10 ກຸມພາ 2021 ນີ້ ບັນດາທ່ານຜູ້ຮັບສະໝັກເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ຈຳນວນ 25 ໄດ້ສືບຕໍ່ລົງພົບປະໂຄສະນາຫາສຽງກັບຜູ້ມີສິດເລືອກຕັ້ງ ທີ່ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ເຊິ່ງນຳໂດຍ ທ່ານ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ,ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງສະຫວັນນະເຂດ ແລະ ທ່ານ ຄຳຜັນ ຄູນສະຫວັນ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ໝາຍເລກ 1,2,3 ພ້ອມດ້ວຍຜູ້ຮັບສະໝັກເປັນສະມາຊິກສະພາປະຊາຊົນແຂວງຊຸດທີ II ປະຈຳເຂດເລືອກເມືອງອາດສະພັງທອງຈຳນວນ 5 ທ່ານ ໃຫ້ກຽດຕ້ອນຜູ້ຮັບສະໝັກເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງໃນຄັ້ງນີ້ ໂດຍແມ່ນທ່ານ ອຸໄພວັນ ໄຊຍະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາດສະພັງທອງ ພ້ອມດ້ວຍຜູ້ມີສິດເລືອກຕັ້ງພາຍໃນເມືອງໄດ້ໃຫ້ການຕ້ອນຮັບຢ່າງຄັບຄາໜາແໜ້ນ.
ໂອກາດດັ່ງກ່າວ ທ່ານ ອຸໄພວັນ ໄຊຍະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາດສະພັງທອງ ກໍ່ໄດ້ລາຍງານໂດຍຫຍໍ້ກ່ຽວກັບການກະກຽມຄວາມພ້ອມໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ II ເຊິ່ງທົ່ວເມືອງອາດສະພັງທອງ ມີໜ່ວຍປ່ອນບັດທັງໝົດ 47 ໜ່ວຍ,ພົນລະເມືອງຜູ້ມີສິດເລືອກຕັ້ງທີ່ມີໜ້າຕົວຈິງ 24.310ຄົນ,ຍິງ 12.526 ຄົນ ມາຮອດປັດຈຸບັນທາງເມືອງອາດສະພັງທອງແມ່ນມີຄວາມພ້ອມເກືອບ 100% ແລ້ວໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່ຈະໄດ້ມີການປ່ອນບັດໃນຄັ້ງວັນທີ 21 ກຸມພາ 2021 ທີ່ຈະມາເຖິງນີ້
ຈາກນັ້ນທ່ານ ຈິນດາວັນ ບຸດລາສີ ແລະ ທ່ານ ສຸດໃຈ ໄຊຍະວົງ ກໍ່ໄດ້ຜັດປ່ຽນກັນ ນຳສະເໜີລາຍຊື່ ແລະ ປະຫວັດການເຄື່ອນໄຫວຂອງຜູ້ສະໝັກເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ຈຳນວນ 25 ທ່ານ,ຍິງ 7 ທ່ານ ແລະ ຜູ້ສະໝັກເປັນສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງອາດສະພັງທອງຈຳນວນ 5 ທ່ານ,ຍິງ 1 ໃຫ້ກັບຜູ້ມີສິດເລືອກຕັ້ງໄດ້ຮັບຮູ້. ພ້ອມທັງແນະນຳວິທີການເລືອກເອົາ ແລະ ຂີດອອກ ສຳລັບສະມາຊິກສະພາແຫ່ງຊາດແມ່ນໃຫ້ເລືອກເອົາ 20 ທ່ານ,ຂີດອອກ 5 ທ່ານ,ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງອາດສະພັງທອງໃຫ້ເລືອກເອົາ 3 ທ່ານ,ຂີດອອກ 2ທ່ານ.
ໂອກາດລົງພົບປະຜູ້ມີສິດເລືອກຕັ້ງຄັ້ງນີ້ທ່ານ ເຂັມພອນ ອາໂນໄທ ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໝາຍເລກ 12 ແລະ ທ່ານ ຈັນສະໝອນ ສອນພົງພັນ ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ໝາຍເລກ 1 ເມືອງອາດສະພັງທອງ ກໍ່ໄດ້ຜັດປ່ຽນກັນມີຄຳເຫັນວ່າ: ການລົງໂຄສະນາຫາສຽງຂອງ ຜູ້ສະໝັກສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນ ຊຸດທີ 2 ຄັ້ງນີ້,ກໍ່ເພຶ່ອເປັນການສືບຕໍ່ປະຕິບັດພາລະບົດບາດສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃຫ້ມີລັກສະນະຕໍ່ເນື່ອງ ເພຶ່ອປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຂອງພັກຢູ່ໃນໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນເຂັ້ມແຂງຂຶ້ນເລື້ອຍໆ,ການລົງມາໂຄສະນາຫາສຽງຂອງຜູ້ແທນຮັບສະໝັກຮັບເລຶອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີII ຄັ້ງນີ້ ແມ່ນເຫດການ-ການເມືອງ,ເຫດການປະຫວັດສາດທີ່ສຳຄັນທິ່ສຸດຂອງລະບອບປະຊາທິປະໄຕ ເພື່ອໃຫ້ປະຊາຊົນໄດ້ມີໂອກາດໃຊ້ສິດປະຊາທິປະໄຕຢ່າງເຕັມສ່ວນເລືອກເອົາຜູ້ແທນຂອງຕົນໄປດຳລົງຕຳແໜ່ງຢູ່ໃນສະພາ ເປັນອົງການຕົວແທນແຫ່ງສິດແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ ເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດມີມາດຖານເງື່ອນໄຂຄົບຖ້ວນຢ່າງແທ້ຈິງ.







ຂ່າວ: ອັກສອນສິນ ພົມມະຈັນ