ວັນທີ່ 9 ກຸມພາ 2021 ນີ້ ຢູ່ຫ້ອງການບ້ານຫ້ວຍໂລເມືຶອງປາກອູ ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດຊຸດທີ່ 9 ປະຈຳເຂດເລືອກຕັ້ງທີ່ 6 ແຂວງຫຼວງພະບາງ ຈຳນວນ 7 ທ່ານ ໄດ້ເຄື່ອນໄຫວໂຄສະນາຫາສຽງ ໃຫ້ກຽດຕ້ອນຮັບໂດຍ ທ່ານ ໄຊເຍຍ ເຊງທ່າວ ປະທານກວດກາພັກ-ລັດເມືອງ ພ້ອມດ້ວຍປະຊາຊົນພາຍໃນບ້ານຫ້ວຍໂລ. ພິທີ ທ່ານ ເພັດສາຄອນ ຄຸນບຸນເຮືອງ ຄະນະຮັບຜິດຊອບຂັ້ນເມືອງ ປະຈຳໜ່ວຍປ່ອນບັດບ້ານຫ້ວຍໂລ ໄດ້ລາຍງານການກະກຽມ ໃຫ້ແກ່ການປ່ອນວ່າ: ບ້ານຫ້ວຍໂລມີ 231 ຄອບຄົວ, ພົນລະເມືອງ 1.143 ຄົນ, ຍີງ 595 ຄົນ, ໃນນັ້ນ ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ ອສຍຸ 18 ປີຂື້ນໄປມີທັງໝົດ 632 ຄົນ, ຍີງ 311 ຄົນ, ຜ່ານມາ ຄະນະກຳມະການຂັ້ນເມືອງ ແລະບ້ານ ໄດ້ຮັບການຝກອົບຮົມວຽກງານປ່ອນບັດເລືອກຕັ້ງຢ່າງລະອຽດ, ຄຽງຄູ່ກັບການຊຸກຍູ້ຂະບວນການຮອບດ້ານ ເພື່ອເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ ບັນລຸຄາດໝາຍ 300%.
ໂອກາດນີ້ ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດຊຸດທີ່ 9 ປະຈຳເຂດເລືອກຕັ້ງທີ່ 6 ແຂວງຫຼວງພະບາງ ໄດ້ຂື້ນແນະນຳຕົວ ພ້ອມທັງສະເໜີປະຫວັດການເຄື່ອນໄຫວໂດຍຫຍໍ້ຂອງຕົນ ໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ ເພື່ອເປັນພື້ນຖານໃນການເລືອກເອົາຜູ້ແທນຂອງຕົນ ທີ່ພຽບພ້ອມໄປດ້ວຍຄວາມຮູ້ ຄວາມສາມາດເຂົ້າໄປປະຕິບັດໜ້າທີ່ ແທນປະຊາຊົນບັນດາເຜົ່າ ໃນສະພາເພື່ອປະກອບສ່ວນໃນການຕັດສີນບັນຫາສຳຄັນຂອງຊາດ ກໍ່ຄືຂອງທ້ອງຖີ່ນໃນຕໍ່ໜ້າ. ສຳລັບການໂຄສະນາຫາສຽງຢູ່ເມືອງປາກອູປະກອບມີ 2 ຈຸດຄື: ບ້ານຫ້ວຍໂລ ແລະສະໂມສອນຂອງເມືອງ ພາຍຫຼັງສຳເລັດ ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດຊຸດທີ່ 9 ປະຈຳເຂດເລືອກຕັ້ງທີ່ 6 ແຂວງຫຼວງພະບາງ ຈຳນວນ 7 ທ່ານ ໄດ້ສືບຕໍ່ ແລ້ວ ໄດ້ສືບຕໍ່ລົງໂຄສະນາຫາສຽງ ຢູ່ເມືອງນ້ຳບາກ ຕຶ່ມອີກ.






ຂ່າວ: ອາພຸດເດດ ບຸບຜາ