ຜູ້ຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ປະຈຳເມືອງນ້ຳບາກ ພົບປະ ແລະແນະນຳຕົວກັບຜູ້ມີສິດປ່ອນບັດເລືອກຕັ້ງຢູ່ 3 ກຸ່ມບ້ານ


ໃນລະຫວ່າງ ວັນທີ່ 13-14 ກຸມພາ 2021
ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ປະຈຳເມືອງນ້ຳບາກ ຈຳນວນ 5 ທ່ານ ໄດ້ເຄື່ອນໄຫວພົບປະ ແລະແນະນຳຕົວ ກັບຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ 3 ກຸ່ມບ້ານຂອງເມືອງ. ໂດຍການຊີ້ນໍາຂອງທ່ານ ຄຳສະໝອນ ເພັດດາລາ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໃຫ້ກຽດຕ້ອນຮັບໂດບຄະນະພັັກຮາກຖານກຸ່ມບ້ານ, ພ້ອມດ້ວຍອົງການປົກຄອງບ້ານ ແລະປະຊາຊົນ ທັງສາມກຸ່ມບ້ານ. ໂອກາດນີ້ ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເມືອງນ້ຳບາກ ທັງ 5 ທ່ານ ປະກອບມີ ນ້ຳເບີ 01 ທ່ານ ສີວອນ ວົງຄໍາຈັນ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ນ້ຳເບີ 02 ທ່ານ ຫຸມເພັງ ໂພທິທຳ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງນ້ຳບາກ, ນ້ຳເບີ 03 ທ່ານ ນາງ ໄດຫວ່າງ ກຳມະການພັກເມືອງ ປະທານສະຫະພັນກຳມະບານເມືອງ, ນ້ຳເບີ 04 ທ່ານ ບຸນທັນ ສີລິລັດ ກຳມະການພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ ແລະນ້ຳເບີ 05 ທ່ານ ທອງພັນ ຈັນທະສຸກ ຮອງເລຂາທິການສະພາປະຊາຊົນແຂວງ ໄດ້ພັດປ່ຽນກັນສະເໜີຕົວຕໍ່ປະຊາຊົນ ເພື່ອໃຫ້ຜູ້ມີສິດປ່ອນບັດ ໄດ້ຮັບຮູ້ເປັນພື້ນຖານ ໃນການເລືອກເອົາຜູ້ແທນຂອງຕົນ ທີ່ພຽບພ້ອມໄປດ້ວຍຄວາມຮູ້, ຄວາມສາມາດ, ເພື່ອປະຕິບັດໜ້າທີ່ ເປັນຕົວແທນໃຫ້ປະຊາຊົນບັນດາເຜົ່າ ຂອງເມືອງນ້ຳບາກ ຈຳນວນ 3 ທ່ານ ເຂົ້າໄປປະຕິບັດໜ້າທີ່ຢູ່ໃນສະພາ, ການເຄື່ອນໄຫວຄັ້ງນີ້ ປະກອບມີກຸ່ມບ້ານນ້ຳຖ້ວມ, ກຸ່ມບ້ານນາຍາງ ແລະກຸ່ມບ້ານຊົ່ງຈ່າ.

