ຂະບວນການລົງຫາສຽງຂອງບັນດາຜູ້ສະໝັກເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ໄດ້ເລີ່ມລົງເຄື່ອນໄຫວໂຄສະນາຫາສຽງ ເປັນຈຸດທຳອິດຂອງແຂວງ ໃນວັນທີ 9 ກຸມພາ 2021 ຢູ່ສະໂມສອນຂອງແຂວງ, ເຊິ່ງນຳໂດຍ ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ, ຜູ້ສະໝັກເປັນສະມາຊິກສະພາແຫ່ງຊາດ ໝາຍເລກ 1 ແລະ ບັນດາຜູ້ສະໝັກ ສສຊ ຈຳນວນ 9 ທ່ານ, ຜູ້ສະໝັກເປັນສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຫ້ວຍຊາຍ 6 ທ່ານ, ມີບັນດາການນຳຂັ້ນແຂວງ, ພະແນກການ, ຫົວໜ້າ, ຮອງຂະແໜງ ແລະ ພະນັກງານຫລັກແຫລ່ງອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.
ທ່ານ ຈອມສີ ລັດຕະນະປັນ ກ່າວວ່າ: ທັດສະນະຊີ້ນຳ ຂອງກົມການເມືອງສູນກາງພັກ ໂດຍສະ ເພາະເນື້ອໃນຈິດໃຈມະຕິ 118/ກມສພ ວ່າດ້ວຍການເພີ່ມທະວີ, ການຊີ້ນໍາໆພາຂອງຄະນະພັກຕໍ່ບັ້ນເລືອກຕັ້ງ ສສຊ ຊຸດທີ IX ສສຂ ຊຸດທີ II, ໃນ 3 ທັດສະນະໃຫຍ່ຄື: ການເລືອກຕັ້ງຊຸດນີ້ ເປັນການສືບຕໍ່ປັບປຸງ, ບູລະນະລະບອບປະຊາທິປະໄຕ ປະຊາຊົນ, ຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນໂຫຍດຂອງປະ ຊາຊົນ; ການເລືອກຕັ້ງ ເປັນພາກສ່ວນໜຶ່ງໃນການປັບປຸງບູລະນະການຈັດຕັ້ງ ແລະ ບຸກຄະລາກອນຂອງລະ ບົບການເມືອງຢູ່ສູນກາງ ແລະ ທ້ອງຖິ່ນ ເປັນການເລືອກເຟັ້ນ ແລະ ຊັບຊ້ອນພະນັກງານຮັບຜິດຊອບໃນວຽກງານຕ່າງໆ; ການເລືອກຕັ້ງຊຸດນີ້ ເປັນຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນ ແລະ ຂອງທົ່ວປວງຊົນ, ທັງເລືອກໄດ້ຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ທັງສູນກາງ, ທ້ອງຖິ່ນ, ເພດເຜົ່າ, ຜູ້ເກົ່າ ແລະ ຜູ້ໃໝ່. ຈາກນັ້ນ, ທ່ານກໍໄດ້ສະເໜີດ້ານປະຫວັດໂດຍຫຍໍ້ ກ່ຽວການເຄື່ອນໄຫວໃນແຕ່ລະໄລຍະ ແລະ ຄວາມມຸ້ງຫວັງ, ແນວຄວາມຄິດ ທີ່ຈະນຳພາສ້າງສາພັດທະນາແຂວງບໍ່ແກ້ວ ແລະ ບັນດາຜູ້ສະໝັກ ສສຊ ຊຸດທີ IX ທັງໝົດ 9 ທ່ານ ແລະ ຜູ້ສະໝັກເປັນສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫ້ວຍຊາຍ ກໍໄດ້ສະເໜີປະຫວັດການເຄື່ອນໄຫວ ແລະ ໜ້າທີ່ຄວາມຮັບຜິດຊອບ ຕໍ່ບັນດາຜູ້ເຂົ້າຮ່ວມ. ແນໃສ່ເຮັດໃຫ້ບັ້ນເລືອກໃນວັນທ 21 ກຸມພາ 2021 ໃຫ້ມີຄວາມຮັບປະກັນຕາມຄາດໝາຍ 3 ຮ້ອຍສ່ວນຮ້ອຍ.
ທົ່ວແຂວງບໍ່ແກ້ວ ນັບທັງເຂດເສດຖະກິດພິເສດ ມີຜົນລະເມືອງທັງໝົດ 201.263 ຄົນ, ຍິງ 98.615 ຄົນ ໃນນັ້ນ, ຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວແຂວງມີທັງໝົດ 116.036 ຄົນ, ຍິງ 59.114 ຄົນ, ມີຈໍານວນໜ່ວຍປ່ອນບັດທັງໝົດ 189 ໜ່ວຍ, ໜ່ວຍປ່ອນບັດເຄື່ອນທີ່ມີ 9 ໜ່ວຍ, ສອງກຳລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບຈະໄດ້ຈັດຕັ້ງການປ່ອນບັດໃນວັນທີ 13 ກຸມພາ 2021.


ຂ່າວ: ຄຳພັນ ແກ້ວມະນີ