ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ສະໄໝທີ IX ວັນທີ 3 ພະຈິກ 2023 , ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຜູ້ແທນກອງປະຊຸມ ໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນເຂົ້າໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 3ປີຜ່ານມາ ແລະການຊີ້ແຈງຕໍ່ຂໍ້ຊັກຖາມຂອງສະພາແຫ່ງຊາດຈາກກະຊວງທີ່ກ່ຽວຂ້ອງ .
ທ່ານນາງຈັນມະນີ ດວງຜາສຸກ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ໄດ້ປະກອບຄໍາເຫັນເຂົ້າໃສການຄຸ້ມຄອງການແລກປ່ຽນເງິນຕາ ວ່າ: ຜ່ານການຕິດຕາມກວດກາຢູ່ເຂດເລືອກຕັ້ງເຫັນວ່າມີຫລາຍຂະແໜງການໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເອົາຈິງເອົາຈັງ ມີການວາງແຜນວຽກ ແຜນຄົນ, ແຜນງົບປະມານ ແລະສຸມໃສ່ແທ້ ແຕ່ສັງເກດເຫັນວ່າ ຍັງມີຄວາມຫຍຸ້ງຍາກຂອດດ້ານງົບປະມານ ເພາະວຽກວາລະແຫ່ງຊາດເປັນວຽກທີ່ຕ້ອງໄດ້ແກ້ໄຂໃນໄລຍະທີ່ຮີບດ່ວນ ແຕ່ດ້ານງົບປະມານຂອງແຕ່ລະຂະແໜງການນີ້ ຖືວ່າອາໃສບ້ວງເງິນບໍລິຫານປົກກະຕິ ຢາກໃຫ້ລັດຖະບານເບິ່ງຄືນຕື່ມ.
ບັນຫາທີສອງການຄຸ້ມຄອງອັດຕາແລກປ່ຽນເງິນຕາ ໂດຍພື້ນຖານແລ້ວໃນໄລຍະທີ່ຜ່ານມາລັດຖະບານກໍ່ໄດ້ຫາທຸກວິທີທາງໃນການແກ້ໄຂບັນຫາເງິນກີບອ່ອນຄ່າ, ບັນຫາເງິນເຟີ້ ໂດຍໄດ້ມີແຈ້ງການຍຸບຮ້ານແລກປ່ຽນທີ່ເປັນຕົວແທນໃຫ້ແກ່ທະນາຄານທຸລະກິດໃນທົ່ວປະເທດໄດ້ມີການແຈ້ງໂຈະໄປແລ້ວ ແຕ່ຜ່ານການຕິດຕາມກວດກາຕົວຈິງກໍ່ຄືຫາງສຽງຂອງສັງຄົມ ເຫັນວ່າການປິດຮ້ານແລກປ່ຽນນີ້ມີແຕ່ການປິດໜ້າຮ້ານຊື່ໆ ໃນຕົວຈິງຍັງມີການແລກປ່ຽນຢູ່ຫຼັງຮ້ານ ຫລືຕະຫລາດມືດ ແລະຕິດພັນກັບບັນດາຮ້ານຂາຍເຄື່ອງຂອງຊາວຕ່າງປະເທດນີ້ ພວກເຮົາຈະຄຸ້ມຄອງແນວໃດ ເຫັນວ່າຍັງມີການແລກປ່ຽນຊະຊາຍຢູ່ ສ່ວນຫລາຍນັກທຸລະກິດ ຫລືຜູ້ປະກອບການ ປະຊາຊົນບັນດາເຜົ່າຕ້ອງການໄປແລກປ່ຽນ ສ່ວນຫຼາຍຈະໄປແລກປ່ຽນຢູ່ທາງນອກ ເພາະອັດຕາແລກປ່ຽນທາງນອກສູງກ່ວາທະນາຄານ ແລະອີກບັນຫາໜຶ່ງການເຂົ້າໄປໃຊ້ບໍລິການທະນາຄານ ບາງເທື່ອກໍ່ບໍ່ສາມາດຕອບສະໜອງເງິນຕາໄດ້ ຢາກໃຫ້ລັດຖະບານເບິ່ງຄືນຕື່ມ ແລະຕິດພັນກັບບັນຫາການຄຸ້ມຄອງການແລກປ່ຽນເງິນຕານີ້ ໂດຍພື້ນຖານກໍ່ມີກົດໝາຍການຄຸ້ມຄອງແລ້ວ ການແລກປ່ຽນເງິນຕາຕ່າງປະເທດ ສະນັ້ນ, ຢາກໃຫ້ທະນາຄານແຫ່ງ ສປປລາວ ເບິ່ງນຳທະນາຄານກາງທີ່ໄປປະຈຳຢູ່ແຕ່ລະພາກຕື່ມ ເຫັນວ່າການຕິດຕາມກວດກາຄຸ້ມຄອງອັດຕາແລກປ່ຽນນີ້ບໍ່ທັນໄດ້ດີເທົ່າທີ່ຄວນ ສະນັ້ນຈຶ່ງຢາກໃຫ້ທະນາຄານກາງມີການປະສານສົມທົບກັບອົງການປົກຄອງແຂວງ ມີການປະສານສົມທົບກັບບັນດາທະນາຄານທຸລະກິດທີ່ຕັ້ງຢູ່ແຕ່ລະແຂວງ ຄວນແຕ່ງຕັ້ງຄະນະຮັບຜິດຊອບ ຫຼືຄະນະສະເພາະກິດລົງຕິດຕາມກວດກາບໍ່ ຖ້າເຫັນມີປະກົດການຫຍໍ້ທໍ້ແລກປ່ຽນຜິດກົດໝາຍຢູ່ຈຸດໃດຄວນປະຕິບັດວິໄນຢ່າງເຂັ້ມງວດ ເພື່ອໃຫ້ເງິນກີບຂອງພວກເຮົາແຂງຄ່າຂຶ້ນ ຖ້າລັດຖະບານບໍ່ຄົ້ນຄ້ວາຫາວິທີແກ້ໄຂໂດຍໄວ ຈະມີຜົນກະທົບຫລາຍ ເພາະປະຈຸບັນລາຄາສິນຄ້າແມ່ນຖີບຂຶ້ນຫລາຍ.
ບັນຫາທີສາມ ສະພາບການຄຸ້ມຄອງໂຄງການລົງທຶນຂອງລັດ ຜ່ານການຕິດຕາມກວດກາຢູ່ເຂດເລືອກຕັ້ງປະຈຸບັນເຫັນວ່າມີຄວາມຫຍຸ້ງຍາກຫລາຍ ຕໍ່ການຄຸ້ມຄອງການລົງທຶນຂອງລັດ ເຫັນວ່າມີຫລາຍບໍລິສັດປະຕິບັດສັນຍາບໍ່ໄດ້ ເຫດຜົນທີ່ປະຕິບັດສັນຍາບໍ່ໄດ້ ສາເຫດທີໜຶ່ງອາດມາຈາກຍ້ອນສະພາບຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ19 ແລະອັນທີສອງແມ່ນມາຈາກເງິນກີບອ່ອນຄ່າ ລາຄານໍ້າມັນແພງ ລາຄາສິນຄ້າແພງ ໂດຍສະເພາະຈາກການຄິດໄລ່ອອກແບບໃນໄລຍະເຊັນສັນຍາ ມາທຽບໃສ່ລາຄາອຸປະກອນກໍ່ສ້າງໃນປະຈຸບັນເຫັນວ່າໂຕນກັນຫລາຍ ສະນັ້ນປະກົດການທີ່ເກີດຂຶ້ນໃນປະຈຸບັນມີບາງບໍລິສັດ ບໍ່ສາມາດດຳເນີນກິດຈະການຕໍ່ໄດ້ ແລະເຫັນມີປະກົດການ ສະເໜີໂຈະໂຄງການ, ດັດແກ້ໂຄງການລົງທຶນຂອງລັດເຫັນວ່າມີຫລາຍ ສະນັ້ນຈຶ່ງຢາກໃຫ້ທາງລັດຖະບານຄົ້ນຄ້ວາເບິ່ງໃນສະພາບທີ່ປະເທດຂອງພວກເຮົາວິກິດການທາງດ້ານເສດຖະກິດການເງິນນີ້ພວດເຮົາຈະເຮັດແນວໃດ ເພື່ອເຮັດໃຫ້ການຄຸ້ມຄອງການລົງທຶນຂອງລັດປະຕິບັດກົດໝາຍ ຫຼື ປະຕິບັດສັນຍາໃຫ້ໄດ້ຢ່າງເຂັ້ມງວດ ແຕ່ບັນຫາດັ່ງກ່າວນີ້ພວກເຮົາກໍ່ຈະບໍ່ໂທດແຕ່ບໍລິສັດຝ່າຍດຽວ ເຫດຜົນກໍ່ຍ້ອນພາກລັດພວກເຮົາປະຕິບັດກົດໝາຍການລົງທຶນສະບັບເລກທີ 72 ບໍ່ໄດ້ ໂດຍສະເພາະຢູ່ໃນມາດຕາທີ 19 ໄລຍະການຊຳລະສະສາງໂຄງການລົງທຶນຂອງລັດຢູ່ໃນ 5 ປະເພດນີ້ ເຫັນວ່າປະຕິບັດບໍ່ໄດ້, ສະນັ້ນຈຶ່ງເຮັດໃຫ້ຫລາຍໂຄງການບໍ່ມີປະສິດທິພາບ ປະຕິບັດສັນຍາບໍ່ໄດ້.

