ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພະນັກງານອາວຸໂສບໍານານທີ່ເຄີຍເຮັດວຽກດ້ານສື່ມວນຊົນມາເປັນເວລາຫລາຍປີ ຝາກເຖີງຜູ້ໃຊ້ສື່ອອນລາຍທຸກຄົນໃນສັງຄົມ ໃຫ້ມີສະຕິໃນການຊົມໃຊ້ສື່ອອນລາຍ ແລະ ຫລີກຫລ່ຽງທີ່ສຸດຄໍາເວົ້າທີ່ວ່າ: “ຮູ້ເທົ່າບໍ່ເຖີງການ ” ເພາະຄໍາເວົ້້ານີ້ມັກໄດ້ຍິນເປັນປະຈໍາເມື່ອມີການກະທໍາຜິດເກີດຂຶ້ນ.
ໃນໂອກາດ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນທີ 13 ສິງຫາ ຄົບຮອບ 71 ປີ, ທ່ານ ປິ່ນປາດຖະໜາ ພັນທະມາລີ, ອະດີດຫົວໜ້າກົມສື່ມວນຊົນ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ສໍາພາດວ່າ: ສັງຄົມທຸກມື້ນີ້ ແມ່ນຢູ່ໃນຍຸກໂລກາພິວັດ ແລະ ເປັນຍຸກແຫ່ງຂໍ້ ມູນຂ່າວສານ ເຮັດໃຫ້ທຸກຄົນສາມາດຕິດຕໍ່ສື່ສານກັນໄດ້ຢ່າງວ່ອງໄວ, ທັນເຫດການ ໂດຍຜ່ານສື່ໃໝ່ ຫລື ສື່ສັງຄົມອອນລາຍ ເນື່ອງຈາກພາຫະນະສື່ສານທີ່ມີຢ່າງຫລາກຫລາຍໃຫ້ສາມາດເລືອກໃຊ້ໄດ້ຕາມຄວາມເໝາະສົມຂອງຕົນ ເຮັດໃຫ້ຜູ້ນໍາໃຊ້ສື່ອອນລາຍກາຍເປັນທັງຜູ້ຜະລິດຂໍ້ມູນ, ຜູ້ສົ່ງຕໍ່ຂໍ້ມູນ, ຜູ້ຮັບ ແລະ ສະແດງຄໍາຄິດເຫັນຜ່ານສື່ແບບໃໝ່. ກ່ອນຈະໂພສຂໍ້ ມູນ, ມີຄໍາເຫັນ ຫລື ຂໍ້ຕ່າງໆ ລົງໃນສື່ອອນລາຍ ຄວນພິຈາລະນາເຖີງຄຸນ ນະພາບຂອງຂໍ້ມູນຂ່າວສານວ່າມີປະໂຫຍດຕໍ່ຜູ້ທີ່ຈະຮັບຂ່າວສານເຫລົ່ານັ້ນ ຫລື ບໍ່, ຄວນຫລີກຫລ່ຽງທີ່ສຸດຂໍ້ມູນຂ່າວສານທີ່ເປັນພິດໄພ, ປັ່ນປ່ວນ, ຕັ້ງຂໍ້ສົງໃສ ຫລື ຕັ້ງບັນຫາໃຫ້ແກ່ສັງຄົມມາແກ້ໄຂ, ສິ່ງສໍາຄັນທຸກຄົນຕ້ອງມີຄວາມຮັບຜິດຊອບຕໍ່ຂໍ້ມູນຂ່າວສານທີ່ຕົນເອງເຜີຍແຜ່ອອກໄປ.
ທ່ານ ປິ່ນປາດຖະໜາ ພັນທະມາລີ ກ່າວຢໍ້າວ່າ: ຜູ້ໃຊ້ສື່ອອນລາຍ ຕ້ອງຫລີກຫລ່ຽງທີ່ສຸດຄໍາວ່າ: “ ຮູ້ເທົ່າບໍ່ເຖີງການ ” ເພາະຄໍາເວົ້ານີ້ມັກໄດ້ຍິນເປັນປະຈໍາເມື່ອມີການກະທໍາຜິດເກີດຂຶ້ນ. ຜູ້ໃຊ້ສື່ອອນລາຍ ບໍ່ວ່າເປັນຊາວ ໜຸ່ມ ກໍຄື ບຸກຄົນຕ່າງໆ. ຄວນຄິດເຖີງໜ້າຕາຂອງຕົນເອງ, ກຽດສັກສີຂອງຕົນເອງ, ກຽດສັກສີຂອງຄອບຄົວ, ກຽດສັກສີການຈັດຕັ້ງທີ່ຕົນເອງສັງກັດ ຫລື ທຸກສາຍພົວພັນທີ່ຕົນເອງເຂົ້າຮ່ວມ. ທັງໝົດນີ້ ເພື່ອແນໃສ່ເຮັດໃຫ້ທຸກຄົນໃນສັງຄົມນໍາໃຊ້ສື່ສັງຄົມອອນລາຍຢ່າງມີສະຕິ, ສ້າງສັນ ແລະ ເກີດປະໂຫຍດສູງສຸດຕໍ່ຕົນເອງ ແລະ ສັງຄົມ.
Cr: ມົດແດງນ້ອຍ