ໃນວັນທີ 23 ມິຖຸນາ 2021 ຄະນະຜູ້ ແທນຫ້ອງວ່າການສູນກາງພັກປປລາວ, ນໍາໂດຍ ສະຫາຍ ທອງສະລິດມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ພ້ອມດ້ວຍຄະ ນະນຳຫ້ອງວ່າການສູນກາງພັກ ໄດ້ເຂົ້າ ຮ່ວມກອງປະຊຸມພົບປະທາງໄກກັບຄະນະຜູ້ແທນ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ນໍາໂດຍ ສະຫາຍ ເລມິງຮຶ່ງ ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກກອມ ມູນິດຫວຽດນາມ.

ກອງປະຊຸມພົບປະທາງໄກຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນພິເສດ, ເພາະເປັນຄັ້ງທໍາອິດທີ່ສອງສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ພົບປະກັນພາຍຫລັງທີ່ໄດ້ຮັບດໍາລົງຕໍາແໜ່ງຄະນະເລຂາ ທິ ການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ຂອງທັງສອງພັກ; ກອງປະ ຊຸມດໍາເນີນໄປ ທ່າມກາງບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ຄວາມສາ ມັກຄີພິເສດ ຖານເພື່ອນມິດສະຫາຍອ້າຍນ້ອງ ຮ່ວມອຸດົມການດຽວກັນ. ຜ່ານການປຶກສາຫາລືທັງສອງຝ່າຍຕີລາຄາສູງຕໍ່ຜົນສຳເລັດ ທີ່ຍາດມາໄດ້ໃນການຮ່ວມມືໄລຍະຜ່ານມາ ແລະ ວາງແຜນການຮ່ວມ ມືໃນຕໍ່ໜ້າ ໃນການຜັນຂະຫຍາຍ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະກະກຽມລົງນາມເຊັນຂໍ້ຕົກລົງຮ່ວມມື ລະຫວ່າງ ສອງຫ້ອງວ່າການສູນກາງພັກໄລຍະປີ 2021-2025 ໃນໄລຍະທີ່ຈະມາເຖິງ, ເຊິ່ງຈະເປັນການປະກອບສ່ວນອັນສໍາຄັນ ໃຫ້ແກ່ການສືບຕໍ່ເພີ່ມພູນຄູນສ້າງຄວາມສາມັກຄີອັນຍິ່ງໃຫຍ່, ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ກໍ່ຄືສອງຫ້ອງວ່າການສູນກາງພັກ ລາວ-ຫວຽດ ໃຫ້ໜັກແໜ້ນເຂັ້ມແຂງຕະຫລອດໄປ.

