ໃນຕອນບ່າຍ ວັນທີ 22 ກໍລະກົດ 2022 ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ,ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປີ 2022. ເຊິ່ງມີເນື້ອໃນດັ້່ງນີ້:
ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ກໍລະກົດ ແລະ ໄດ້ອັດລົງ ໃນຕອນບ່າຍຂອງວັນທີ 22 ກໍລະກົດ 2022 ທີ່ຫໍປະ ຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ບັນດາທ່ານເຈົ້າ ແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຕາງໜ້າຈາກແນວລາວສ້າງຊາດ, ອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ, ອົງການກວດສອບແຫ່ງລັດ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບຕໍ່ 5 ບັນຫາສໍາທີ່ຄັນ ໃນການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດ ກໍ່ຄື ການແກ້ໄຂບັນຫາລວມຂອງຊາດ ຄື:
ວາລະທີ 1: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດສະຫຼຸບຕີລາ ຄາການເຄື່ອນໄຫວວຽກງານພົ້ນເດັ່ນ ໃນ 6 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງລັດຖະບານ ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ນຳ ໄປປັບປຸງ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນຂຶ້ນຕື່ມ ຕາມການປະກອບຄຳເຫັນຂອງກອງປະຊຸມ. ພ້ອມກັນນີ້ ໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ, ບັນດາທ່ານຫົວໜ້າອົງການທຽບເທົ່າຂັ້ນສູນກາງ, ທ່ານເຈົ້າແຂວງ ແລະ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສືບຕໍ່ເປັນເຈົ້າການໃນການປະຕິບັດໜ້າທີ່, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນຂົງເຂດຄວາມຮັບຜິດຊອບຂອງຕົນເອງ; ສຳລັບບັນຫາໃດທີ່ເກີດຢູ່ໃນທ້ອງຖິ່ນ ຕິດພັນກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງ ກໍ່ໃຫ້ທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ເປັນເຈົ້າການ ສະເໜີປຶກສາຫາລືວິ ທີແກ້ໄຂຮ່ວມກັນ ກັບກະຊວງ, ຂະແໜງການໂດຍກົງ ຖ້າຫາກວ່າບັນຫາໃດ ບໍ່ສາມາດຕົກລົງແກ້ໄຂ ຫຼື ບໍ່ທັນເປັນເອກະພາບກັນໄດ້ ແມ່ນໃຫ້ລາຍງານເພື່ອຂໍທິດຊີ້ນໍາຈາກ ທ່ານຮອງນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຕາມກົນໄກການເຮັດວຽກຂອງລັດຖະບານ; ພ້ອມກັນນັ້ນ, ໂຄງການໃດທີ່ລັດຖະບານ ໄດ້ຕົກລົງຢູ່ໃນແຕ່ລະທ້ອງຖິ່ນ ກໍໃຫ້ພ້ອມກັນຕິດຕາມ, ກວດກາ ແລະ ຊຸກຍູ້ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທຳຕົວຈິງ.
ວາລະທີ 2: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງແຜນປະຕິບັດຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບແຜນປະຕິບັດຕົວຈິງ 02 ວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 06 ເດືອນທ້າຍປີ 2022 ຕາມມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍເຮັດເປັນມະຕິຂອງລັດຖະບານ ແລະ ມອບໃຫ້ຫ້ອງວ່າການສໍານັກງານຍົກລັດຖະມົນຕີ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນປັບປຸງ, ຮຽບຮຽງຮ່າງມະຕິດັ່ງກ່າວ ໃຫ້ຄົບຖ້ວນ ແລະ ສົມບູນ. ພ້ອມກັນນັ້ນ, ກໍໃຫ້ສ້າງຕາຕະລາງແຜນວຽກ ແລະ ພາກສ່ວນຮັບຜິດຊອບ ລວມທັງ ກຳນົດໄລຍະເວລາ ໃນການຈັດຕັ້ງປະຕິບັດ ເພື່ອໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ. ມອບໃຫ້ທ່ານຮອງນາຍົກລັດຖະມົນຕີ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຊຸກຍູ້ ແລະ ຕິດຕາມ ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ຕາມກົນໄກການເຮັດວຽກລັດຖະບານ ຊຸດທີ IX. ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ອີງໃສ່ມະຕິສະບັບນີ້ ເພື່ອສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດໃຫ້ແກ່ລັດຖະບານ ເພື່ອລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ໃນຂັ້ນຕໍ່ໄປ.
ວາລະທີ 3: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາບົດລາຍງານ ສະພາບການປະຕິບັດ ນະໂຍບາຍອັດຕາດອກເບ້ຍທະນາຄານ ລວມທັງ ສະພາບການຄຸ້ມຄອງສະຖາບັນການເງິນຈຸລະພາກ, ຮ້ານແລກປ່ຽນເງິນຕາ, ໂຮງຊວດຈຳ ແລະ ຮ້ານຄຳ ໃນໄລຍະຜ່ານມາ ແລະ ສະເໜີ ທິດທາງຄາດໝາຍປັບປຸງໃນຕໍ່ໜ້າ ໂດຍມອບໃຫ້ທະນາຄານ ແຫ່ງ ສປປ ລາວ ນຳເອົາການປະກອບຄຳເຫັນຂອງບັນດາທ່ານ ສະມາຊິກລັດຖະບານ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນດີ ຂຶ້້ນ. ພ້ອມກັນນີ້ ໄດ້ເນັ້ນໜັກໃຫ້ 6 ເດືອນທ້າຍປີ 2022 ໃຫ້ເພີ່ມທະວີຄວາມເປັນເຈົ້າການ, ຄວາມເດັດຂາດ ໃນການຈັດຕັ້ງປະຕິບັດ ແລະ ກວດກາການປະ ຕິບັດບັນດານິຕິກຳ ແລະ ນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ ກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ຮ້ານແລກປ່ຽນເງິນຕາ ຢ່າງເຂັ້ມງວດ; ສືບຕໍ່ປະສານສົມທົບກັບ ກະຊວງປ້ອງກັນຄວາມສະ ຫງົບ, ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອດຳເນີນມາດຕະການ ຂັ້ນເດັດຂາດ ໃນການຄຸ້ມຄອງສະຖາບັນການເງິນຈຸລະພາກ, ຮ້ານແລກປ່ຽນເງິນຕາ, ໂຮງຊວດຈຳ ແລະ ຮ້ານຄຳ ທີ່ດຳເນີນທຸລະກິດ ເຄື່ອນໄຫວທຸລະກິດແລກປ່ຽນເງິນຕາຕ່າງປະເທດ, ເຄື່ອນຍ້າຍເງິນຕາຕ່າງປະເທດເຂົ້າ-ອອກປະເທດ ແບບບໍ່ສອດຄ່ອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ. ນອກຈາກນີ້, ໃຫ້ສືບ ຕໍ່ຄົ້ນຄວ້າກົນໄກ, ນິຕິກໍາ, ກົດໝາຍ ແລະ ລະບຽບການກ່ຽວຂ້ອງ ເພື່ອປັບປຸງແກ້ໄຂ ໃຫ້ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນອະນາຄົດ ຄຽງຄູ່ກັບການສືບຕໍ່ຄົ້ນຄວ້າມາດຕະການແກ້ໄຂ ການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.
ວາລະທີ 4: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງບົດລາຍງານ ສະ ພາບການແກ້ໄຂການຂາດແຄນ, ບໍລິການນ້ຳມັນ ແລະ ການປັບປຸງໂຄງສ້າງລາຄານ້ຳມັນ ໃນປະຈຸບັນ ແລະ ທິດທາງຄາດໝາຍປັບປຸງໃນຕໍ່ໜ້າ ໂດຍມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດກາຄືນຄວາມສາມາດ ແລະ ຄວາມຮັບຜິດຊອບ ໃນການນໍາເຂົ້ານໍ້າມັນ ຂອງບັນດາບໍລິສັດທີ່ໄດ້ອະນຸຍາດຜ່ານມາແລ້ວ. ພ້ອມນີ້, ກໍ່ສ້າງເງື່ອນໄຂໃຫ້ບໍລິສັດ ທີ່ມີຄວາມສາມາດທາງດ້ານທຶນຮອນ ແລະ ມີງົບປະມານກຸ້ມຕົນເອງ ໃຫ້ສາມາດນໍາເຂົ້ານໍ້າມັນໄດ້ ບົນພື້ນຖານຕ້ອງໄດ້ປະຕິບັດຕາມຂັ້ນຕອນ, ລະບຽບການ ແລະ ກົດໝາຍ ທີ່ໄດ້ກໍານົດໄວ້ຢ່າງເຄັ່ງຄັດ. ນອກຈາກນີ້, ກອງປະຊຸມ ໄດ້ເຫັນດີທາງດ້ານຫຼັກການ ໃຫ້ບັນດາແຂວງທີ່ມີເງື່ອນໄຂ ໃນການນໍາເຂົ້ານໍ້າມັນ ຈາກບັນດາປະເທດເພື່ອນມິດ ເຊິ່ງເປັນມາດຕະການສະເພາະໜ້າ ແລະ ເປັນການເຮັດທົດລອງ ແຕ່ຕ້ອງຮັບປະກັນການຄຸ້ມຄອງ ເພື່ອບໍ່ໃຫ້ການສວຍໃຊ້ ຊ່ອງຫວ່າງ ທີ່ຈະສ້າງບັນຫາໃໝ່ໃຫ້ເກີດຂຶ້ນ ໂດຍມອບໃຫ້ເປັນຄວາມຮັບຜິດຊອບໂດຍກົງ ຂອງເຈົ້າແຂວງ ປະສານສົມທົບນໍາພາກສ່ວນທີ່ກ່ຽວ ຂ້ອງ ໃນການຈັດຕັ້ງປະຕິບັດຕົວຈິງ. ໃນການການຈັດຕັ້ງປະຕິບັດ ຖ້າຫາກພົບຂໍ້ຫຍຸ້ງຍາກ ແລະ ມີບັນຫາໃໝ່ເກີດຂຶ້ນ ແມ່ນໃຫ້ຮີບຮ້ອນລາຍງານ ລັດຖະບານ ໂດຍໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ ເພື່ອກໍານົດຫຼັກການ, ເງື່ອນໄຂ ການອະນຸຍາດທົດລອງ ໃນການນໍາເຂົ້ານໍ້າມັນຂອງບັນດາແຂວງ.
ສໍາລັບວາລະທີ 5: ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຜົນສໍາເລັດໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ທິດທາງແຜນການ, ມາດຕະ ການໃນຕໍ່ໜ້າ ພາຍຫຼັງການເປີດປະເທດ ໃນວັນທີ 9 ພຶດສະພາ ປີ 2022 ແລະ ການແກ້ໄຂພະຍາດຕາມລະດູການ (ໄຂ້ຍຸງລາຍ), ເຊິ່ງກອງປະຊຸມ ໄດ້ເຫັນດີຕາມເນື້ອໃນບົດລາຍງານດັ່ງກ່າວ, ພ້ອມທັງໄດ້ຊີ້ນຳ ໃຫ້ສືບຕໍ່ຮັກສາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທັງສູນກາງ ແລະ ທ້ອງຖິ່ນໄວ້ ຈົນກວ່າອົງການອະນາໄມໂລກ ຈະປະກາດຍົກເລີກພະຍາດໂຄວິດ-19 ເປັນພະຍາດທີ່ສ້າງຄວາມກັງວົນ; ໃຫ້ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ ສືບຕໍ່ວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ທີ່ລັັດຖະບານ ວາງອອກແຕ່ລະໄລຍະ; ພ້ອມທັງ ໃຫ້ສົມທົບກັບຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງ ຄົ້ນຄວ້າ ເງື່ອນໄຂການເປີດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃນຂອບເຂດທົ່ວປະເທດ ໄປເທື່ອລະກ້າວ ໂດຍຮັບປະກັນໃຫ້ມີຄວາມຮັດກຸມ ແລະ ບໍ່ໃຫ້ເກີດມີຊ່ອງຫວ່າງ ຢ່າງເດັດຂາດ. ພ້ອມດຽວກັນ, ໃຫ້ຮີບຮ້ອນຄົ້ນຄວ້າ ກ່ຽວກັບນະໂຍບາຍ, ກົນໄກ ແລະ ມາດຕະການເງື່ອນໄຂ ຍ້ອງຍໍຜົນງານ ໃຫ້ແກ່ບຸກຄົນ ແລະ ກົມກອງ ດີເດັ່ນ ໂດຍສະເພາະ ແມ່ນພະນັກງານ, ແພດ, ໝໍ ແລະ ພະນັກງານປ້ອມດ່ານໜ້າ ໃນການປະຕິ ບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ແລ້ວລາຍງານ ລັດຖະບານ ພິຈາລະນາໄວ. ມອບໃຫ້ກະຊວງ ສາທາລະນະສຸກ ສົມທົບພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄ ສະນາເຜີຍແຜ່ປຸກລະດົມທົ່ວສັງຄົມ ໃຫ້ເຂົ້າຮ່ວມສັກວັກຊີນ ເພື່ອໃຫ້ໄດ້ຕາມຄາດໝາຍ ກາຍ 80% ໃນປີ 2022 ໂດຍໄວ ແລະ ສືບຕໍ່ສົມທົບພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມມີຄວາມເຂົ້າໃຈ ການແຜ່ລະບາດຂອງພະຍາດຕາມລະດູການ ໂດຍສະເພາະ ໄຂ້ຍຸງລາຍ ແລະ ການເຂົ້າມາມີສ່ວນຮ່ວມ ໃນການປ້ອງກັນການຕິດເຊື້ອ ແລະ ທຳລາຍແຫຼ່ງເພາະພັນຍຸງລາຍ ຢ່າງເປັນປົກກະຕິ; ກະກຽມສະຖານທີ່ປິ່ນປົວ, ຢາ ແລະ ອຸປະກອນການແພດທີ່ຈຳເປັນໃນການເຊີດຊູ ໃນກໍລະນີຄົນໄຂ້ມີອາການໜັກ.
ສໍາລັບແຜນວຽກຈຸດສຸມ 6 ເດືອນທ້າຍ ປີ 2022 ນີ້, ລັດຖະບານ ກໍໄດ້ສະເໜີສະພາແຫ່ງຊາດຮັບຮອງເອົາແລ້ວ, ຊຶ່ງວຽກຈຸດສຸມຕົ້ນຕໍກໍ່ແມ່ນສືບຕໍ່ສຸມໃສ່ສູ້ຊົນຮັກສາສະຖຽນລະພາບທາງດ້ານເສດຖະກິດ, ການເງິນ-ເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ເດັດຂາດບໍ່ໃຫ້ຕົກເຂົ້າສູ່ວິກິດການ ໄປຄຽງຄູ່ກັບການປະຕິບັດບັນດາຄາດໝາຍ ການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດ ທີ່ໄດ້ກຳນົດໄວ້, ຊຶ່ງບັນດາໜ້າວຽກຈຸດສຸມຕົວຈິງຈຳນວນໜຶ່ງມີດັ່ງນີ້:
1) ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢ່າງຕໍ່ເນື່ອງ ໃນນີ້ບ່ອນໃດ ທີ່ບໍ່ລະເປັນລະບຽບ ໃຫ້ຈັດລະບຽບຕື່ມ ທັງເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ.
2) ສືບຕໍ່ຈັດຕັ້ງປະຕິບັດ ແຜນດໍາເນິນງານຂອງລັດຖະ ບານ ໃຫ້ປະສົບຜົນສໍາເລັດ ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ວ່າດ້ວຍການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2022, ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ໂດຍມີຄາດໝາຍສຳເລັດຢ່າງຊັດເຈນ. ນອກນັ້ນຕ້ອງເອົາໃຈໃສ່ກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2023 ໃຫ້ສໍາເລັດຕາມເວລາທີ່ກໍານົດໄວ້.
3) ເລັ່ງແກ້ໄຂສະພາບຄວາມບອບບາງດ້ານເສດຖະກິດມະຫາພາກ ໃຫ້ກັບສູ່ສະພາບປົກກະຕິ ໂດຍ ສຸມໃສ່ການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້. ພ້ອມກັນນັ້ນ, ຕ້ອງສຸມໃສ່ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟໃຫ້ພຽງພໍດ້ວຍຫຼາຍມາດຕະການສະເພາະໜ້າ ໂດຍຖືເອົາມາດຕະການເສດຖະກິດ ແລະ ຕາມກົນໄກຕະຫຼາດເປັນຕົ້ນຕໍ ໄປຄຽງຄູ່ກັບການສ້າງມາດຕະການແກ້ໄຂໃນໄລຍະກາງ ແລະ ຍາວ.
4) ສືບຕໍ່ປະຕິບັດຄຳສັ່ງ ເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ, ດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ດໍາລັດ ວ່າດ້ວຍລົດຂອງລັດ ແລະ ນິຕິກຳລຸ່ມກົດໝາຍ ທີ່ກ່ຽວຂ້ອງຕ່າງໆ ໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນ. ພ້ອມທັງສຸມໃສ່ກວດກາ-ຕິດຕາມ ການເກັບລາຍຮັບຈາກໂຄງການຂຸດຄົ້ນແຮ່ທາດໄລຍະທົດລອງ ເລີ່ມຈາກຂອດການຂຸດຄົ້ນ, ຂົນສົ່ງ ແລະ ຈຳໜ່າຍ.
5) ສືບຕໍ່ປັບປຸງປະສິດທິຜົນ ຂອງການລົງທຶນລັດໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນ ເພື່ອແກ້ໄຂຄວາມທຸກຍາກເປັນບູລິມະສິດ.
6) ສືບຕໍ່ແກ້ໄຂໜີ້ສິນສາທາລະນະດ້ວຍຫຼາຍຮູບແບບ ໂດຍສະເພາະບັນຫາໜີ້ສິນຂອງລັດວິສາຫະກິດໂດຍໄວ ລວມທັງການເຈລະຈາເລື່ອນການຊຳລະຕົ້ນທຶນ ແລະ ດອກເບັ້ຍ, ຊອກຫາແຫຼ່ງກູ້ຢືມທີ່ມີດອກເບ້ຍຕໍ່າ, ຫຼຸດການສ້າງໜີ້ໃໝ່ທີ່ບໍ່ຈຳເປັນ ແລະ ອື່ນໆ, ເດັດຂາດບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊໍາລະໜີ້ໄດ້.
7) ສືບຕໍ່ປະຕິຮູບລັດວິສາຫະກິດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍສະເພາະບັນດາຫົວໜ່ວຍລັດວິສາຫະກິດທີ່ໄດ້ກຳນົດ ໃນແຜນຂອງການປະຕິຮູບຂອງລັດຖະບານ.
8) ເລັ່ງປັບປຸງກົນໄກອຳນວຍຄວາມສະດວກ ໃນການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນ ໃຫ້ດີຂຶ້ນ ພ້ອມທັງເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດໂດຍໄວ. ໃນເວລາດຽວກັນ, ເລັ່ງກວດກາ-ຕິດຕາມຄືນ ບັນດາໂຄງການລົງທຶນທີ່ມີສັນຍາ ແມ່ນບໍ່ໃຫ້ຈອງ ທ່ວງດຶງການພັດທະນາ ແລະ ສັນຍາຊຳລະໜີ້ສິນຕ່າງປະເທດໃກ້ຈະສິ້ນສຸດ ແລະ ເລີ່ມມີຜົນກຳໄລ ເພື່ອຊຸກຍູ້ໃຫ້ມີການນຳເຂົ້າເງິນຕາຕ່າງປະເທດເຂົ້າສູ່ເສດຖະກິດພາຍໃນໃຫ້ໄວຂຶ້ນ.
9) ສືບຕໍ່ປັບປຸງຄວາມພ້ອມໃນດ້ານຕ່າງໆ ໂດຍສະເພາະເລັ່ງແກ້ໄຂບັນດາຂໍ້ຫຍຸ້ງຍາກ ແລະ ຂັ້ນຕອນໃນການເຂົ້າ-ອອກປະເທດ; ປັບປຸງຄຸນນະພາບການບໍລິການໃນຂະແໜງການທ່ອງທ່ຽວ ເພື່ອຕ້ອນຮັບບັນດານັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ.
10) ເລັ່ງແກ້ໄຂສະພາບວ່າງງານ ໂດຍເອົາໃຈໃສ່ເກັບກຳ ແລະ ສຳຫຼວດຂໍ້ມູນ ກ່ຽວກັບຄວາມຕ້ອງການແຮງງານ ໃນແຕ່ລະສາຍອາຊີບ ເພື່ອຈັດສັນແຮງງານເຂົ້າສູ່ການຈ້າງງານໂດຍໄວ. ພ້ອມນັ້ນ, ເອົາໃຈໃສ່ຍົກສູງຄຸນນະພາບຂອງສີມືແຮງງານ ແລະ ຊຸກຍູ້ແຮງງານເຂົ້າສູ່ລະບົບປະກັນສັງຄົມຢ່າງກວ້າງຂວາງ.
11) ສືບຕໍ່ເອົາໃຈໃສ່ຄຸ້ມຄອງບັນຫາສິ່ງແວດລ້ອມ ໂດຍສະເພາະບັນຫາໂຄງການລົງທຶນ ແລະ ເອົາໃຈໃສ່ການອອກ ໃບຕາດິນໃຫ້ໄດ້ຕາມແຜນການ ແລະ ຫັນໄປສູ່ລະບົບທັນສະໄໝ.
12) ໃຫ້ບັນດາກະຊວງອົງການ ແລະ ທ້ອງຖິ່ນ ກຽມຄວາມພ້ອມຮັບມືກັບໄພພິບັດທີ່ອາດຈະເກີດ ຕາມແຜນການກະກຽມຄວາມພ້ອມຮັບມືໄພພິບັດ ຂອງຄະນະຄຸ້ມຄອງໄພພິບັດຂັ້ນສູນກາງ ວາງອອກໂດຍສະເພາະໃນຍາມຝົນນີ້ ລວມທັງການຄຸ້ມຄອງຕຈັດການນນ້ຳ ຂອງບັນດາເຂື່ອນໄຟຟ້າ.
13) ສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ຂອງພັກຢ່າງສະເໝີຕົ້ນສະເໝີປາຍ. ອັນພິເສດ ສືບຕໍ່ຊີ້ນໍາການສ້າງຂະບວນການຮອບດ້ານ ເພື່ອຈັດຕັ້ງສະເຫຼີມສະຫຼອງສອງວັນປະຫວັດສາດ ລະຫວ່າງ ລາວ-ຫວຽດນາມ ໃຫ້ເປັນຂະບວນການຟົດຟື້ນ ບົນຈິດໃຈປະຢັດມັດທະຍັດ ແລະ ຖືເອົາເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນອັນສໍາຄັນ. ນອກນັ້ນກໍ່ໃຫ້ເອົາໃຈໃສ່ຜັນຂະຫຍາຍຂໍ້ຕົກລົງຂອງສອງຟ່າຍ ແລະ ຫຼາຍຟ່າຍ ໃຫ້ເປັນຮູບປະທຳ ແລະ ມີການຈັດລຽງບູລິມະສິດ ການໄປເຄື່ອນໄຫວຕ່າງປະເທດ ເພື່ອປະຢັດງົບປະມານທີ່ຈຳເປັນ.
ເພື່ອໃຫ້ທິດທາງວຽກຈຸດສຸມ 6 ເດືອນທ້າຍປີ 2022 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາຕົວຈິງ, ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ, ບັນ ດາທ່ານ ເຈົ້າແຂວງ ແລະ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອງໄດ້ຫັນເປັນແຜນປະຕິບັດລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນຢູ່ແຕ່ລະຂັ້ນໃນແຕ່ລະໄລຍະໃຫ້ຈະແຈ້ງ, ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ລະບ່ອນ ໃນການຈັດຕັ້ງປະຕິບັດແຕ່ລະວຽກ ໃຫ້ແທດເໝາະກັບຕົວຈິງ ແລະ ໄດ້ຮັບຜົນຕົວຈິງເປັນກ້າວໆ. ພ້ອມກັນນັ້ນ, ກໍ່ຕ້ອງຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດ ໃຫ້ສູງກວ່າເກົ່າ.
ຂ່າວ; ພາບ: ກົມປະຊາສຳພັນ ສຳນັກງານ ນາຍົກລັດຖະມົນຕີ

