ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງວຽກງານ ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໃຫ້ມີປະສິດທິພາບ ແລະ ປະສິດ ທິຜົນສູງຂຶ້ນເປັນກ້າວໆ ເວົ້າລວມ, ເວົ້າສະເພາະ ເພື່ອປະຕິບັດແຜນການສ້າງ ແລະ ປັບປຸງກົດ ໝາຍ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ໃນວັນທີ 12 ເມສາ 2022 ທີ່ສຳນັກງານນາຍົກລັດ ຖະມົນຕີ, ລັດຖະບານ ໄດ້ດຳເນີນກອງປະຊຸມວິສາມັນ ເດືອນເມສາ 2022 ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາ ຍົກລັດ ຖະມົນຕີ; ໂດຍມີທ່ານຮອງນາຍົກລັດຖະມົນຕີ, ທ່ານຮອງປະທານສະພາແຫ່ງຊາດ, ສະມາຊິກລັດຖະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ຕໍ່ 3 ຮ່າງກົດໝາຍ ທີ່ລັດຖະບານຈະນໍາສະເໜີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງ ຄື:
1. ຮ່າງກົດໝາຍ ວ່າດ້ວຍວິຈິດສິນ (ສ້າງໃໝ່);
2. ຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ (ສ້າງໃໝ່);
3. ຮ່າງກົດໝາຍ ວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ).
ພາຍຫຼັງ ໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ກົງໄປກົງມາ, ກອງປະຊຸມ ໄດ້ເຫັນດີດ້ານຫຼັກ ການ ຮັບຮອງເອົາ 3 ຮ່າງກົດ ໝາຍດັ່ງກ່າວ ແລະ ໄດ້ຊີ້ນໍາໃຫ້ກະຊວງທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ ໂດຍມີການປະສານສົມທົບກັບ ກະຊວງຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງ ເພື່ອເຮັດໃຫ້ມີເນື້ອໃນສົມບູນ, ເລິກເຊິ່ງ, ລະ ອຽດ, ຈະແຈ້ງ, ຄົບຖ້ວນ, ຮັດກຸມ, ເຂົ້າໃຈງ່າຍ, ສອດຄ່ອງກັບສະພາບການຕົວຈິງ ແລະ ສາ ມາດຈັດຕັ້ງປະຕິບັດໄດ້ ໂດຍສະເພາະ ຮ່າງກົດໝາຍທີ່ສ້າງໃໝ່ນັ້ນ ໃຫ້ນິຍາມຕື່ມບາງຄຳສັບ, ປັບປຸງຕື່ມບາງສໍານວນ ໃຫ້ຖືກຕ້ອງກັບຫຼັກພາສາລາວ, ລວມທັງ ຊື່ ແລະ ໂຄງສ້າງຂອງກົດໝາຍ, ເພີ່ມບາງເນື້ອໃນ ທີ່ບໍ່ທັນຄົບຖ້ວນ ໂດຍໃຫ້ສຳເລັດ ທັນນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້.
ການນໍາເອົາຮ່າງກົດໝາຍ ມາພິ ຈາລະນາຢູ່ໃນກອງປະຊຸມວິສາ ມັນຂອງລັດຖະບານ ໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນວ່າ ລັດ ຖະບານ ໄດ້ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດ ໝາຍ.
ໃນໂອກາດກ່າວປິດກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ບາງວຽກຈຸດສຸມ ທີ່ສຳຄັນ ດັ່ງນີ້:
1) ເຫັນດີດ້ານຫຼັກການ ໃຫ້ມີການເປີດປະເທດ, ລາຍລະອຽດ ມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໄປພິຈາລະນາຄົ້ນຄວ້າ ໂດຍອີງໃສ່ບົດຮຽນຕົວຈິງຂອງປະເທດອ້ອມຂ້າງ.
2) ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ຕິດຕາມ ຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ ທີ່ຂະແໜງການຕົນຮັບຜິດຊອບ ໃນແຕ່ລະໄລຍະ ຢ່າງໃກ້ຊິດ.
3) ສືບຕໍ່ສຸມທຸກກໍາລັງແຮງຂອງທຸກພາກສ່ວນໃນສັງຄົມ ເພື່ອເລັ່ງຟື້ນຟູເສດຖະກິດຂອງປະເທດເຮົາ ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ ໃນເງື່ອນໄຂການລະບາດຂອງພະຍາດໂຄວິດ-19 ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ. ນອກຈາກນັ້ນ ກໍໃຫ້ສືບຕໍ່ສົ່ງເສີມການຜະລິດກະສິກໍາ ແລະ ສິນຄ້າ ໃຫ້ຫຼາຍຂຶ້ນ ເພື່ອຮັບ ປະກັນທາງດ້ານສະບຽງອາຫານ ແລະ ຕອບສະໜອງຄວາມຕ້ອງການຢູ່ພາຍໃນປະເທດ ໃຫ້ພຽງພໍ.
4) ໃຫ້ກະຊວງການເງິນ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ຮີບຮ້ອນແກ້ໄຂບັນຫາລາຄານໍ້າມັນ ເພື່ອຫຼຸດຜ່ອນຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນໂດຍໄວ. ຄຽງຄູ່ກັນນັ້ນ, ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ສະບຽງອາຫານ ຢ່າງໃກ້ຊິດ ໂດຍສະເພາະ ໃນໄລຍະບຸນປີໃໝ່ລາວ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ.
5) ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ແລະ ເໜັງຕີງໃນລະດັບທີ່ກໍານົດໄວ້, ໂດຍສະເພາະ ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ດໍາເນີນມາດຕະການຢ່າງເຂັ້ມງວດ ຕໍ່ພາກສ່ວນ ຫຼື ບຸກຄົນ ທີ່ສວຍໂອກາດ ປັ່ນປ່ວນອັດຕາແລກປ່ຽນເງິນຕາ. ພ້ອມກັນນັ້ນ, ກໍໃຫ້ຮີບຮ້ອນສ້າງກົນໄກ ຫຼື ຫັນເປັນທັນສະໄໝ ເພື່ອຄຸ້ມຄອງບັນດາຫົວໜ່ວຍທຸລະກິດສົ່ງ ອອກສິນຄ້າ ໃຫ້ນຳເງິນຕາຕ່າງປະເທດ ເຂົ້າມາຜ່ານລະບົບທະນາຄານ.
ໃນຕອນທ້າຍ, ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາຂະແໜງການ ຕັ້ງໜ້າປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຄົບ ຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດ ໝາຍ; ແລະ ເປັນເຈົ້າໃນການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ໃຫ້ສໍາເລັດຕາມແຜນທີ່ກຳນົດໄວ້.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ.