ກອງປະຊຸມລັດຖະບານ ປະຈໍາເດືອນ ຕຸລາ 2022 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 26 ແລະ ອັດລົງໃນ ຕອນເຊົ້າວັນທີ 27 ຕຸລາ 2022 ທີ່ສຳນັກງານນາຍົກລັດ ຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະ ມົນ ຕີ; ມີບັນດາທ່ານຮອງນາຍົກລັດຖະ ມົນ ຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນ ດາກະ ຊວງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ທີ່ສໍາຄັນຕ່າງໆ ດັ່ງນີ້:
ວາລະທີ 1: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດສະຫຼຸບການຈັດຕັ້ງປະຕິ ບັດ ວຽກ ງານພົ້ນເດັ່ນຂອງລັດຖະບານ ໃນເດືອນ ຕຸລາ ແລະ ທິດທາງແຜນການ ຈັດຕັ້ງປະຕິບັດວຽກງານຈຸດສຸມ ສຳ ລັບເດືອນ ພະຈິກ 2022 ເຊັ່ນ: ວຽກງານໃນຂົງເຂດເສດຖະກິດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະ ເທດເຊິ່ງບົດສະຫຼຸບດັ່ງກ່າວ ຈະກາຍເປັນພື້ນຖານ ໃຫ້ແກ່ການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ວຽກງານຂອງລັດ ຖະບານ ໃນໄລຍະ 9 ເດືອນຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ກອງປະຊຸມ ໄດ້ມອບໃຫ້ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ປະສານສົມ ທົບກັບພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະ ບານ ເພື່ອໃຫ້ມີເນື້ອໃນກະທັດຮັດ, ຈະແຈ້ງ ແລະ ຄົບຖ້ວນ, ໃຫ້ແຕ່ລະຂະແໜງການ ຖືມາດຕະການ ໃນການແກ້ໄຂຂໍ້ ຄົງຄ້າງ ເປັນວຽກບູລິມະສິດເຄັ່ງຮ້ອນ, ພ້ອມນັ້ນ ກໍ່ຕ້ອງເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການຂອງສະມາ ຊິກລັດຖະບານ ໃນການປະຕິບັດໜ້າທີ່ ຕາມຂອບເຂດສິດ, ພາລະບົດບາດ ຂອງຂະແໜງການຕົນ ໃຫ້ສູງເດັ່ນຂຶ້ນກວ່າເກົ່າ.
ວາລະທີ 2 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດລາຍງານຫຍໍ້ຜົນການຢ້ຽມຢາມຂອງຄະນະທ່ານ ນາຍົກລັດຖະມົນຕີ ຢູ່ ສ. ສິງກະໂປ ຢ່າງເປັນທາງການ ໃນວັນທີ 27-28 ກັນຍາ 2022; ຜົນການຕ້ອນຮັບທ່ານ ນາຍົກລັດຖະມົນຕີ ແຫ່ງ ສ. ກູບາ ແລະ ທິດຜັນຂະຫຍາຍ. ກອງປະຊຸມ ໄດ້ເຫັນດີໃຫ້ຈັດຕັ້ງຜັນຂະຫຍາຍຜົນການຢ້ຽມ ຢາມ ສ. ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ແລະ ຜົນການມາຢ້ຽມຢາມ ສປປ ລາວ ຂອງທ່ານ ນາຍົກລັດຖະມົນຕີ ກູບາ ຕາມການສະເໜີ ຂອງກະຊວງການຕ່າງປະເທດ. ມອບໃຫ້ກະຊວງກ່ຽວຂ້ອງ ຜັນຂະຫຍາຍແຕ່ລະໜ້າວຽກ ແລະ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໃນການ ຈັດຕັ້ງປະຕິບັດ ແລ້ວລາຍງານຄວາມຄືບໜ້າໃຫ້ລັດຖະບານຊາບ ເປັນແຕ່ລະໄລຍະ.
ວາລະທີ 3 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດລາຍງານຂອງລັດຖະບານ ທີ່ ຈະສະເໜີລາຍງານ ຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX. ກອງປະຊຸມ ໄດ້ຊີ້ນໍາໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນໃຈກາງປະສານສົມ ທົບກັບ ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານ ແຫ່ງ ສປປ ລາວ ແລະ ກະຊວງ ພາຍໃນ ຮີບຮ້ອນປັບປຸງບົດລາຍງານ ຮ່ວມກັບບັນດາກຳມາທິການກ່ຽວ ຂ້ອງຂອງສະພາແຫ່ງຊາດ ໃຫ້ມີຄວາມເປັນເອກະພາບທາງດ້ານເນື້ອໃນ ແລະ ບັນດາ ຕົວເລກຄາດໝາຍຕ່າງໆ ໃຫ້ສຳເລັດ ເພື່ອສົ່ງໃຫ້ສະພາແຫ່ງຊາດ ຕາມກຳນົດເວລາ.
ວາລະທີ 4 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາຮ່າງດໍາລັດ ວ່າດ້ວຍທຶນການສຶກສາຕ່າງປະເທດ ແລະ ຜູ້ຮຽນ. ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງ ສຶກສາທິການ ແລະ ກິລາ ເປັນໃຈກາງສົມທົບກັບກະຊວງພາຍໃນ ແລະ ກະຊວງຍຸຕິທຳ ປັບປຸງຮ່າງດຳລັດດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ສິ່ງສໍາຄັນ ແມ່ນໃຫ້ເອົາໃຈໃສ່ ການຊຸກຍູ້ສົ່ງເສີມການຍົກລະດັບຄວາມຮູ້, ຄວາມສາມາດ, ການຄຸ້ມຄອງທຶນທີ່ລັດຖະບານ ໄດ້ອະນຸມັດໃຫ້ ແລະ ການຄຸ້ມຄອງຜູ້ທີ່ໄປຕໍ່ດ້ວຍທຶນຕົນເອງ.
ວາລະທີ 5 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາຮ່າງແຜນຜັງແຫ່ງຊາດ ກ່ຽວກັບ ຄື້ນຄວາມຖີ່ວິທະຍຸສື່ສານ (ສະບັບປັບປຸງ). ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສົມ ທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງ ຮ່າງແຜນຜັງດັ່ງກ່າວ ດ້ານຄໍາສັບ ແລະ ເນື້ອໃນ ໃຫ້ຄົບຖ້ວນ ແລະ ສອດຄ່ອງກັບກົດໝາຍກ່ຽວຂ້ອງ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ແລະ ໃຫ້ສຳເລັດໂດຍໄວ ແລ້ວນຳສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ປະກາດໃຊ້.
ວາລະທີ 6 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາຮ່າງຍຸດທະສາດແຫ່ງຊາດ ເພື່ອການພັດທະນາວຽກງານຊົນເຜົ່າ ປີ 2021- 2030 ແລະ ວິໄສທັດຮອດ 2035. ກອງປະຊຸມ ໄດ້ຊີ້ນໍາໃຫ້ສືບຕໍ່ຄົ້ນຄວ້າຮ່າງຍຸດທະສາດດັ່ງກ່າວ ສຳຄັນດ້ານເນື້ອໃນ ຕ້ອງຮັບປະກັນໃຫ້ສອດຄ່ອງ ກັບບັນດາແນວທາງຂອງພັກ, ລັດ ຖະທຳມະນູນ ແລະ ກົດໝາຍ, ມອບໃຫ້ກະຊວງພາຍໃນ ປະສານສົມທົບແນວລາວສ້າງຊາດ, ກຳມາທິການ ທີ່ກ່ຽວ ຂ້ອງຂອງສະພາແຫ່ງຊາດ ປຶກສາຫາລື ແລະ ຈັດສຳມະນາ ເປັນເອກະພາບດ້ານໂຄງສ້າງ, ເນື້ອໃນແລ້ວ ຈຶ່ງສະເໜີລັດຖະ ບານພິຈາລະນາ ໃນຂັ້ນຕໍ່ໄປ.
ສໍາລັບແຜນວຽກຈຸດສຸມເດືອນ ພະຈິກ 2022 ນີ້ ກໍແມ່ນເປັນການສຸມໃສ່ປະ ຕິບັດແຜນດຳເນີນງານ ຂອງລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳ ເພີ່ມຂຶ້ນ, ໃນນັ້ນ ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິ ບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ ຕາມແຜນ ການ, ພ້ອມທັງເພີ່ມທະວີການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ; ຄຽງຄູ່ກັບການສືບຕໍ່ສຸມໃສ່ ຊຸກຍູ້ການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນ, ແກ້ໄຂການຄຸ້ມຄອງ ແລະ ການສະໜອງເງິນຕາຕ່າງປະເທດ, ການຄຸ້ມຄອງບັນດາຮ້ານແລກປ່ຽນເງິນຕາຕ່າງປະເທດ, ການສະໜອງນໍ້າມັນເຊື້ອໄຟ, ການຄຸ້ມຄອງລາຄາສິນຄ້າ, ແກ້ໄຂບັນຫາໜີ້ສິນທັງພາຍໃນ ແລະ ຕ່າງປະ ເທດ ໃຫ້ເປັນໄປຕາມແຜນທີ່ກຳນົດໄວ້, ທັງສືບຕໍ່ແກ້ໄຂຜົນກະທົບຈາກໄພນໍ້າຖ້ວມຢູ່ບາງແຂວງຈຳນວນໜຶ່ງ ໃຫ້ກັບຄືນມາສູ່ສະພາບປົກກະຕິໂດຍໄວ ລວມທັງ ການປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດ ຕາມລະດູການ. ພ້ອມກັນນັ້ນ ກໍ່ສືບຕໍ່ຈັດຕັ້ງປະຕິບັດ ແນວທາງການຕ່າງປະ ເທດຂອງພັກ ໃຫ້ມີປະສິດທິຜົນ.
ເພື່ອໃຫ້ທິດທາງແຜນວຽກຈຸດສຸມ ເດືອນພະຈິກ 2022 ໄດ້ຮັບການຈັດ ຕັ້ງປະຕິ ບັດ ຢ່າງເປັນຮູບປະທໍາ, ກອງປະຊຸມໄດ້ຊີ້ນໍາໃຫ້ ບັນດາທ່ານສະມາຊິກລັດຖະບານ ຈົ່ົງນໍາເອົາຜົນກອງປະຊຸມລັດຖະບານຄັ້ງນີ້ ໄປຫັນເປັນແຜນຈັດຕັ້ງປະຕິບັດຂອງຂະແໜງ ການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນຢູ່ໃນແຕ່ລະຂັ້ນ ແລະ ມີຄາດໝາຍຊັດເຈນ ໃນແຕ່ລະໄລຍະໃຫ້ຈະແຈ້ງ, ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ຂະ ແໜງການໃຫ້ໄດ້ຮັບຜົນດີ.
ພາບ ແລະ ຂ່າວ: ກົມປະຊາສໍາພັນ



